ເມັກຊິໂກ ເລັ່ງປັບປຸງ ແລະ ສ້າງໂຮງກັ່ນນ້ຳມັນ ຫວັງເພິ່ງຕົນເອງ

54

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ເມື່ອວັນທີ 5 ກໍລະກົດ ຜ່ານມາ ທ່ານ ອັນເດຣສ ມານູເອລ ໂລເປຊ໌ ໂອບຣາດໍຣ໌ ( Andres Manuel Lopez Obrador ) ປະທານາທິບໍດີ ເມັກຊິໂກ ໄດ້ກ່າວວ່າ ປະເທດກຳລັງເລັ່ງປັບປຸງໂຮງກັ່ນນໍ້າມັນທີ່ມີຢູ່ແລ້ວ ແລະ ຈະກໍ່ສ້າງໂຮງກັ່ນໃໝ່ໃຫ້ສຳເລັດ ເພື່ອນຳໄປສູ່ການເພິ່ງພາຕົນເອງໃນການຈັດຫານໍ້າມັນໃນປີ 2024.

ທ່ານປະທານາທິບໍດີ ເມັກຊິໂກ ກ່າວວ່າ: ໄດ້ລົງທຶນຈໍານວນມະຫາສານໃນການປັບປຸງໂຮງກັ່ນນໍ້າມັນ 6 ແຫ່ງ, ຊື້ຮຸ້ນຮ່ວມກິດຈະການຂອງໂຮງກັ່ນນໍ້າມັນ Deer Park ຈາກສະຫະລັດອາເມຣິກາ ແລະ ກໍ່ສ້າງໂຮງກັ່ນນໍ້າມັນແຫ່ງໃໝ່ Dos Bocas. ຫຼັງຈາກລະບົບໂຮງກັ່ນເຫຼົ່ານີ້ດຳເນີນການຢ່າງເຕັມຮູບແບບ, ເມັກຊິໂກ ຈະສາມາດຕອບສະໜອງໄດ້ເຖິງ 95% ຂອງຄວາມຕ້ອງການນໍ້າມັນຂອງປະເທດໃນປີ 2024.

ກ່ອນໜ້ານີ້, ເມື່ອວັນທີ 29 ມິຖຸນາຜ່ານມາ Dos Bocas ເຊິ່ງເປັນໂຮງກັ່ນ ແລະ ປິໂຕຣເຄມີ ທີ່ໃຫຍ່ທີ່ສຸດຂອງເມັກຊິໂກ ໄດ້ຮັບນ້ຳມັນດິບເຂົ້າສາຍການຜະລິດເປັນຄັ້ງທໍາອິດ ໂຮງກັ່ນແຫ່ງນີ້ມີກຳລັງການຜະລິດ 1 ລ້ານໂຕນ/ວັນ. ຢ່າງໃດກໍຕາມ, ໂຮງກັ່ນແຫ່ງນີ້ ກໍຕ້ອງໃຊ້ເວລາ 6 – 9 ເດືອນ ເພື່ອທົດສອບການເຮັດວຽກຂອງມັນ ແລະ ຄາດວ່າຈະຜະລິດນໍ້າມັນແອັດຊັງ ໃນງວດທໍາອິດໃນໄຕມາດ 1 ປີ 2024.

ຂໍ້ມູນຈາກເວັບໄຊ World Ometer ໃຫ້ຮູ້ວ່າ: ປັດຈຸບັນ ເມັກຊິໂກ ມີປະລິມານສຳຮອງນໍ້າມັນດິບຢູ່ໃນລະດັບສູງ ຈັດຢູ່ອັນດັບ 17 ຂອງໂລກໃນດ້ານປະລິມານສຳຮອງ ແລະ ອັນດັບ 11 ໃນດ້ານຄວາມສາມາດໃນການກັ່ນນໍ້າມັນດິບ ດ້ວຍກຳລັງການຜະລິດ 2,4 ລ້ານບາເຣລ/ວັນ.