ຕື່ນເຕັ້ນສຸດໆ! ໃກ້ແລ້ວ ຮອບຕັດສິນແລ້ວ ການປະກວດ Mister Universe Laos 2023

13

ຕື່ນເຕັ້ນເດ! ຖືວ່າຍັບຈໍ້ມໍ່ເຂົ້າມາກັນທຸກນາທີແລ້ວ ສຳລັບເວທີການປະກວດ Mister Universe Laos 2023 ເວທີທີ່ໄດ້ຮວບຮວມເອົາໜຸ່ມໆຜູ້ມີຄວາມສາມາດ ມີທັດສະນະຄະຕິທີ່ດີ ແລະ ເປັນຜູ້ທີ່ຈະນໍາຄໍາວ່າປະເທດລາວ ວັດທະນະທໍາລາວ ໄປເອກອ້າງຢູ່ທີ່ເວທີສາກົນ ແລະ ແລ້ວຮອບຕັດສິນກໍມາເຖິງ ຮັກໃຜເຊຍໃຜ, ໃຫ້ກຳລັງໃຈກັນໄດ້ ເຊິ່ງການປະກວດຮອບຊີງຊະນະເລີດແມ່ນຈະມີຂຶ້ນໃນວັນທີ 9 ກໍລະກົດ 2023 ງານຈະຈັດຂຶ້ນແບບຍິ່ງໃຫຍ່ອະລັງການສຸດໆ ເຊິ່ງສະຖານທີ່ຈັດງານແມ່ນທີ່ຫໍປະຊຸມແຫ່ງຊາດນັ້ນເອງ.

ທາງດ້ານກອງປະກວດກໍໄດ້ມີການທະຍອຍເປີດເຜີຍໂສມໜ້າຂອງຄະນະກຳມະການຮອບສຳພາດທັດສະນະຄະຕິ Close Door Interview ອອກມາຮຽບຮ້ອຍແລ້ວ ໃນວັນທີ 5 ກໍລະກົດຜ່ານມາ ເຊິ່ງຜ່ານການສໍາພາດແມ່ນເຫັນໄດ້ວ່າໜຸ່ມໆທຸກຄົນຕ່າງກໍໄດ້ສະແດງສັກກະຍະພາບ ແລະ ທັດສະນະຄະຕິຂອງຕົນເອງອອກມາໃຫ້ໄດ້ເຫັນຢ່າງເຕັມທີ່ ເຊິ່ງທີມຂ່າວບັນເທີງເຫັນແລ້ວກໍໜັກໃຈແທນຄະນະກໍາມະການອີ່ຫຼີ.

ແຕ່ເຖິງຢ່າງໃດກໍຖ້າຕິດຕາມໄປນໍາກັນວ່າໜຸ່ມຫຼໍ່ຄົນໃດທີ່ຈະໄດ້ຄອບຄອງມົງກຸດບຸລຸດລາວລ້ານຊ້າງ ແລະ ເສື້ອອັດສະວິນໄປຄອງໄດ້ໃນເວທີ Mister Universe Laos 2023 ປີນີ້.
ສໍາລັບມື້ປະກວດຮອບຕັດສິນ ແຟນໆທ່ານໃດສົນໃຈຢາກຮ່ວມຊົມຮ່ວມເຊຍແບບໃກ້ຊິດຕິດຂອບເວທີກັນເລີຍ ແມ່ນສາມາດຕິດຕໍ່ສັ່ງຈອງຊື້ບັດເຂົ້າງານໄດ້ທີ່ເພຈກອງປະກວດ Mister Universe Laos ບັດລາຄາ 5ແສນກີບ, 3 ແສນກີບ ແລະ 1,5 ແສນກີບເທົ່ານັ້ນ ປະຕູເປີດໃຫ້ເຂົ້າຊົມແມ່ນເວລາ 18:30 ໂມງ ເປັນຕົ້ນໄປທີ່ຫໍປະຊຸມແຫ່ງຊາດ.

ພ້ອມນີ້, ພາຍໃນງານແຟນໆຈະຕ້ອງກຽມພົບກັບໂຊສຸດພິເສດຈາກ Lizzy Z ໃນເວທີ Mister Universe Laos 2023 ແລະ ເອີ້ນໄດ້ວ່າບໍ່ທຳມະດາອີ່ຫຼີ ສຳລັບສາວນ້ອຍຫຼາກຫຼາຍຄວາມສາມາດຄົນນີ້ ນ້ອງ ອາລິດສະເບດ ໂຟກາດ ຫຼື Lizzy Z ນາງແບບ – ນັກຮ້ອງ ເພາະຫຼັງຈາກມີ Single ເພງດ່ຽວຄັ້ງທຳອິດ ທີ່ມີຊື່ວ່າ ” The Way That I Am ” ກໍເຮັດໃຫ້ສັງຄົມໄດ້ຮູ້ຈັກນ້ອງຫຼາຍຂຶ້ນໃນຖານະນັກຮ້ອງ ນອກຈາກວົງການນາງແບບ ແລະ ຫຼ້າສຸດນີ້ກໍມີຂ່າວອອກມາວ່າ ກຽມພົບກັບໂຊສຸດພິເສດຈາກ Lizzy Z ໃນເວທີ Mister Universe Laos 2023, ສະນັ້ນແຟນໆກໍຢ່າລືມມາຮ່ວມຊົມ, ຮ່ວມເຊຍ ມາໃຫ້ກຳລັງໃຈ ນ້ອງອາລິດສະເບດ ໂຟກາດ ແລະ ໜຸ່ມໆຜູ້ເຂົ້າປະກວດ Mister Universe Laos 2023 ກັນໄດ້.

ທ້າຍນີ້ຂ່າວບັນເທີງ ກໍຂໍຝາກແຟນໆຊ່ວຍຕິດຕາມເວທີປະກວດຊາຍງາມ Mister Universe Laos ເວທີນ້ອງໃໝ່ນີ້ນໍາເດີ ແລະ ຕິດຕາມຜົນງານການເຄື່ອນໄຫວຂອງກອງປະກວດໄດ້ເລີຍທີ່ທາງເພຈຫຼັກ Mister Universe Laos ນັ້ນເອງ.