ດົນຕຮີສຽງແຄນ ຊົງຄຸນຄ່າມີຄວາມໝາຍສຳລັບສາລະວັນຕ້ອງອະນຸລັກໄວ້

43

ແຄນ ແມ່ນເຄື່ອງດົນຕຮີທີ່ຄຽງຄູ່ກັບຄວາມເປັນມາຂອງຊາດລາວເຮົາ, ເຊິ່ງໃຫ້ສຽງທີ່ເປັນເອກະລັກ, ມ່ວນຊື່ນ, ອອນຊອນ ສາມາດເປົ່າດ້ວຍທໍານອງອັນເປັນເອກະລັກຕ່າງໆທີ່ຫຼາກຫຼາຍ. ປັດຈຸບັນ, ການອະນຸລັກຮັກສາ-ສືບທອດ ວັດທະນະທຳພື້ນບ້ານດັ້ງເດີມຂອງລາວ ກໍາລັງດຳເນີນໄປຢ່າງຟົດຟື້ນ ແລະ ເປັນຂະບວນການ, ຊາວໜຸ່ມ-ເຍົາວະຊົນ ຕ່າງກໍ່ເລັງເຫັນຄຸນຄ່າຂອງມໍລະດົກທາງດ້ານວັດທະນະທຳ ທີ່ມີປະຫວັດຄວາມເປັນມາອັນຍາວນານ ພວກເຂົາມີຄວາມສົນໃຈທີ່ຈະຮຽນຮູ້-ສຶກສາ ແລະ ມີຄວາມກະຕືລືລົ້ນໃນການຮຽນເປົ່າເຄື່ອງດົນຕຮີຊະນິດຕ່າງໆລວມທັງສຽງແຄນ.

อาจเป็นรูปภาพของ 10 คน และ ผู้คนกำลังยิ้ม

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງ ໃຫ້ຮູ້ວ່າ: ແນວທາງການອະນຸລັກ ພ້ອມພັດທະນາມໍລະດົກວັດທະນະທຳທາງດົນຕຮີພື້ນບ້ານຂອງປະຊາຊົນບັນດາເຜົ່າ ໃຫ້ເກີດບັນລຸຜົນໄດ້ຢ່າງດີນັ້ນ ຂຶ້ນຢູ່ກັບພະລັງຂອງທຸກຄົນຜູ້ທີ່ເປັນເຈົ້າຂອງມໍລະດົກວັດທະນະທຳ ໂດຍສະເພາະເຍົາວະຊົນທີ່ຈະເປັນພະລັງຄົນຮຸ້ນໃໝ່ຂອງຊາດ ເພື່ອສືບສານວັດທະນະທຳອັນເປັນສ່ວນຫນຶ່ງຂອງຄວາມເປັນຊາດລາວ ຖ້າເຍົາວະຊົນຄົນຮຸ້ນໃໝ່ຫັນມາໃຫ້ຄວາມສົນໃຈ ຮ່ວມກັນຮັກສາມໍລະດົກວັດທະນະທຳໄວ້ໄດ້ຢ່າງໜຽວແໜ້ນ ກໍ່ເທົ່າກັບເປັນການຮັກສາປະເທດຊາດມີຄວາມເຂັ້ມແຂງ.

อาจเป็นรูปภาพของ 2 คน, ฟลุต และ ข้อความ

ເຄື່ອງດົນຕຣີພື້ນບ້ານ ແມ່ນເປັນມໍລະດົກທາງດ້ານວັດທະນະທຳ ໄດ້ສ້າງສົມເອົາໃວ້ ຈົນກາຍເປັນເຄື່ອງໝາຍ ເປັນເອກະລັກອີກຢ່າງໜຶ່ງທີ່ສະແດງໃຫ້ເຫັນເຖິງລັກສະນະສະເພາະຂອງຊົນຊາດລາວ ເຊັ່ນດຽວກັບພາສາ, ອາຫານ ລວມທັງວັດທະນະທຳ ເພາະສະນັ້ນເຮົາເປັນລູກເປັນຫຼານສົມຄວນທີ່ເກີດຄວາມພາກພູມໃຈ ພ້ອມຊ່ວຍກັນຮັກສາດົນຕຮີພື້ນບ້ານສືບໄປຮຸ້ນຕໍ່ຮຸ້ນ.

อาจเป็นรูปภาพของ 10 คน, ผู้คนกำลังอ่านหนังสือ, แคลริเน็ต, โอโบ, ฟลุต และ ไวโอลิน

ປູກຝັງຄວາມຄິດອັນດີງາມຕໍ່ດົນຕຮີລາວໃຫ້ກຸ່ມຄົນທີ່ຍັງເຍົາໄວ ສ້າງປຸກລະດົມຄົນຮຸ້ນໃໝ່ ເຫັນໄດ້ຄຸນຄ່າດົນຕຣີພື້ນບ້ານ ເນື່ອງຈາກວ່າ: ດົນຕຮີພື້ນບ້ານຄືຊັບສົມບັດທາງປັນຍາທີ່ບັນພະບູລຸດໄດ້ສ້າງປະໄວ້ນອກຈາກນີ້ແລ້ວ, ພັກ-ລັດຖະບານ ຍັງໄດ້ມີນະໂຍບາຍສົ່ງເສີມ-ສືນສານ-ເສີມຂະຫຍາຍສິລະປະວັດທະນະທຳ ອັນເປັນເອກະລັກຂອງຊາດ, ທັງຍັງສູ່ຊົນເພື່ອເຮັດໃຫ້ສຽງແຄນລາວ ມໍລະດົກຂອງຄົນລາວກາຍເປັນສຽງແຄນຂອງຄົນທັງໂລກ ກາຍເປັນມໍລະດົກຂອງຄົນທັງໂລກ.

อาจเป็นรูปภาพของ 8 คน, ผู้คนกำลังอ่านหนังสือ, ฟลุต และ โรงพยาบาล

ໂດຍໃນວັນທີ 07 ທັນວາ 2017 ແຄນລາວກໍ່ໄດ້ຮັບການປະກາດເປັນມໍລະດົກໂລກທາງວັດທະນະທໍາ ທີ່ຈັບຕ້ອງບໍ່ໄດ້ ໂດຍອົງການ-ການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື ຢູ່ເນສະໂກ້ ນັບວ່າເປັນຄວາມພາກພູມໃຈຂອງປະຊາຊົນລາວທຸກເຜົ່າຊົນ ບໍ່ວ່າຈະເປັນທາງພາຍໃນ ແລະ ຕ່າງປະເທດທີ່ບໍ່ສາມາດຕັດຂາດອອກຈາກກັນໃນວົງຄະນະຍາດແຫ່ງຊາດລາວເຮົາໄດ້.

อาจเป็นรูปภาพของ 3 คน, ผู้คนกำลังอ่านหนังสือ และ โรงพยาบาล

ເຖິງຢ່າງໃດກໍ່ດີ, ການສຶກສາກ່ຽວກັບແຄນ ຫຼື ການຮຽນເປົ່າແຄນນັ້ນຍັງມີຂໍ້ຈຳກັດຢູ່ຫຼາຍດ້ານ ບໍ່ວ່າຈະເປັນທາງດ້ານວັດຖຸອຸປະກອນ, ຄູຜູ້ສອນ, ຂໍ້ມູນ ລ້ວນແຕ່ຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງຂອງສັງຄົມໃນປັດຈຸບັນໄດ້ເທື່ອ. ດັ່ງນັ້ນ, ເມື່ອແນມເຫັນໄດ້ບັນຫາດັ່ງກ່າວ, ໃນນາມຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ຈຶ່ງມີຄວາມສົນໃຈໃນການເສີມຂະຫຍາຍມູນເຊື້ອວັດທະນະທໍາທາງປັນຍາຂອງເຜົ່າຊົນ ດ້ວຍການເຊີນຄູອາຈານທີ່ຊຳນິຊຳນານເປົ່າແຄນມາສິດສອນ ຫຼື ເຝິກອົບຮົມໃຫ້ກັບຜູ້ທີ່ມີຄວາມສົນໃຈຕໍ່ກັບດົນຕຣີພື້ນເມືອງຢ່າງແທ້ຈິງ.

ໂດຍ: ໜັງສືພິມສາລະວັນ