ຊົມເຊີຍສອງນັກສະແດງຈາກລາວ ຮັບລາງວັນນັກສະແດງດີເດັ່ນ ທີ່ປະເທດໄທ

34

ຊົມເຊີຍບຸກຄົນໃນວົງການບັນເທີງລາວ ກ້າວໄປອີກຂັ້ນ ຕ້ອງຂໍສະແດງຄວາມຍິນດີກັບ ສາວລູກນໍ້າ ທິດາລັດ ວົງສິຣິ ແລະ ບ່າວເທເລີ້ ສີສົມບັດ ທີ່ຫຼ້າສຸດກໍໄດ້ມີຂ່າວດີໃຫ້ແຟນໆໄດ້ຕິດຕາມນໍາກັນ ເມື່ອທັງສອງດາລາຈາກລາວເຮົາ ໄດ້ເຂົ້າຮ່ວມຮັບລາງວັນອັນຊົງກຽດໃນງານ Asia Top Awards 2023 ສາຂານັກສະແດງຈາກປະເທດລາວ ເຊິ່ງຈັດຂຶ້ນໃນຄໍ່າຄືນຂອງວັນທີ 2 ກໍລະກົດ 2023 ທີ່ຜ່ານມາ ຢູ່ທີ່ Air force convention Hall ບາງກອກ ປະເທດໄທ ນັ້ນເອງ.
ງານນີ້ບອກໄດ້ເລີຍວ່າພາຍໃນງານມີສິລະປິນ, ນັກຮ້ອງ, ນັກສະແດງຈາກຫຼາຍປະເທດທົ່ວອາຊີເຂົ້າຮ່ວມຮັບລາງວັນນຳ ບໍ່ວ່າຈະເປັນຈາກປະເທດໄທເອງ, ສ.ເກົາຫຼີ, ລາວ, ກຳປູເຈຍ, ມຽນມາ ແລະ ອີກຫຼາຍປະເທດກັນເລີຍ ຖືວ່າເປັນງານລວມບັນດາຕົວທັອບຂອງທະວີບອາຊີເລີຍກໍວ່າໄດ້.

ງານນີ້ນັກສະແດງຈາກລາວເຮົາກໍບໍ່ນ້ອຍໜ້າ ຄວາມສາມາດຮອບດ້ານອີ່ຫຼີ ເຊິ່ງທັງສາວລູກນໍ້າກໍເປັນອີກໜຶ່ງບຸກຄົນໃນວົງການບັນເທີງລາວຂອງພວກເຮົາ ທີ່ເປັນທັງນັກສະແດງ, ຄູສອນກ່ຽວກັບວຽກງານໃນວົງການບັນເທີງ, ເປັນນາງງາມ, ນາງແບບ ແລະ ຍັງເປັນແບບຢ່າງທີ່ດີໃນການຊ່ວຍເຫຼືອສັງຄົມອີກດ້ວຍ. ງານນີ້ກໍໄດ້ເປັນຕົວແທນຂອງຄົນລາວຖືກເຊີນຮັບລາງວັນ Asia Top Awards 2023 ສາຂານັກສະແດງຍິງດີເດັ່ນ ( Best Actress )ຈາກປະເທດໄທ ເຮັດໃຫ້ງານນີ້ແຟນໆຕ້ອງແຫ່ສະແດງຄວາມຍິນດີກັນຢ່າງລົ້ນເຫຼືອເລີຍ ຂ່າວບັນເທີງເຫັນແລ້ວກໍປື້ມໃຈແທນ.

ລູກນໍ້າເອງຍັງໄດ້ໂພສຜ່ານ ເຟສບຸ໊ກສ່ວນຕົວ ເພື່ອສະແດງ ຄວາມດີໃຈຕໍ່ລາງວັນຊົງຄຸນຄ່າຄັ້ງນີ້ວ່າ: “ ດີໃຈນຳຄົນທີ່ໄດ້ລາງວັນທຸກໆຄົນເດີ ຂອບໃຈຜູ້ໃຫຍ່ ທີ່ຄອຍຊັບພອດຕະຫຼອດມາ BEST ACTRESS ຂອບໃຈງານ Asia Top Awards 2023 ທີ່ມອບລາງວັນໃຫ້ແກ່ນ້ຳ, ຂອບໃຈຊ່າງແຕ່ງໜ້າມືທອງທີ່ບິນມາແຕ່ງໜ້າໃຫ້ Alex Aliya Soundala ແລະ ອີກຫຼາຍໆພາກສ່ວນ ພ້ອມນີ້ ລູກນໍ້າ ຍັງກ່າວຂອບໃຈໝູ່, ແຟນຄລັບທີ່ຄອຍຊັບພອດບໍ່ວ່າຈະເລື່ອງໃດກໍຕາມ, ຂອບໃຈຜູ້ໃຫຍ່ທຸກໆຄົນທີ່ໃຫ້ໂອກາດນ້ຳມາຕະຫຼອດ ແລະ ຂອບໃຈທຸກພາກສ່ວນທີ່ຍັງກ່າວບໍ່ໝົດ.

ທາງດ້ານໜຸ່ມເທເລີ້ ເພິ່ນເອງກໍຮູ້ສຶກດີໃຈ ແລະ ຝາກແຟນໆຖ້າຕິດຕາມຜົນງານຂອງເພິ່ນແດ່ເດີ ແລະ ຍັງບອກວ່າ: “ ລາງວັນນີ້ເປັນລາງວັນທີ່ມີຄຸນຄ່າທາງຈິດໃຈຫຼາຍ ຂອບໃຈທຸກພາກສ່ວນທີ່ຄອຍຢູ່ຄຽງຂ້າງ ແລະ support ກັນຕະຫຼອດມາ ຮູ້ສຶກເປັນກຽດທີ່ໄດ້ຖືກເຊີນຮັບລາງວັນ Asia Top Awards 2023 ສາຂານັກສະແດງຈາກປະເທດລາວ, ຂອບໃຈຜູ້ໃຫຍ່ໃຈດີທຸກພາກສ່ວນທີ່ເຫັນຄວາມທຸ່ມເທ ແລະ ຄວາມຕັ້ງໃຈໃນການເຮັດວຽກທຸກຜົນງານຂອງເທເລີ້!! ໄວໆນີ້ຊິມີຜົນງານໃໝ່ ຝາກເຊຍ ແລະ ເປັນກຳລັງໃຈໃຫ້ແດ່ເດີ #asiatopawards2023 ”.
ຂ່າວບັນເທີງເອງ ກໍຕ້ອງຂໍສະແດງຄວາມຍິນດີນໍາທັງສອງອີກຄັ້ງທີ່ໄດ້ສ້າງຊື່ສຽງ ແລະ ໃບໜ້າໃບຕາອັນດີໃຫ້ກັບວົງການບັນເທີງປະເທດລາວຂອງພວກເຮົາ ແລະ ຂໍໃຫ້ທັງສອງມີຜົນງານອອກມາໃຫ້ແຟນໆໄດ້ຕິດຕາມເລື້ອຍໆເດີ.