ໂອ້ຍ! ຈົບເລີຍອະນາຄົດລົດເມເຕັມຄັນ ຫ້ວຍຊາຍ-ວຽງຈັນ

785

ເຫັນຂ່າວນີ້ແລ້ວຂາອ່ອນກັບບາດ ບ້ານເມືອງນີ້ຄືຍິ່ງສະກັດກັ້ນຜູ້ເຮັດກໍຍິ່ງມາໃນໄມ້ໃໝ່ໄປເລື້ອຍໆ ຫຼ້າສຸດມີຍັດຢາເຄັມລົດເມໂດຍສານ ສາວຫ້ວຍຊາຍ-ວຽງຈັນໄດ້ເບື້ອງຕົ້ນ 4 ຄົນພ້ອມຂອງກາງ ແລະພວມຂະຫຍາຍຜົນຕໍ່ຫາຜູ້ຮ່ວມຂະບວນການ.

May be an image of 7 people and text
ເຫດເກີດຂຶ້ນໃນເວລາ 13 :00 ໂມງຂອງວັນທີ 4 ກໍລະກົດ 2023 ນີ້ເອງ ເຈົ້າໜ້າທີ່ຕໍາຫຼວດປະຈໍາຢູ່ຈຸດກວດການໍ້າທຸງ ໄດ້ກວດຄົ້ນລົດເມໂດຍສານ ຮຸນໄດສີຂາວເຫຼືອງ ໝາຍເລກທະບຽນ ກກ 0417 ບໍ່ແກ້ວ ແລ່ນມາແຕ່ທາງເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ.

May be an image of 1 person and text
ເມື່ອມາຮອດຈຸດກວດການໍ້າທຸງ ຈຶ່ງ ສັນຍານລົດຄັນດັ່ງກ່າວໃຫ້ຈອດເພື່ອກວດກາ, ຜ່ານການກວດຄົ້ນລົດເມໂດຍສານຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາບ້າຈຳນວນ 3.565 ມັດ, ເທົ່າກັບ 7.130.000 ເມັດ ແລະ ຢາເຄຕາມິນຈໍານວນ 193 ຫໍ່ ທີ່ຊຸກເຊື່ອງຢູ່ພື້ນລົດກ້ອງບ່ອນນອນຊັ້ນລຸ່ມຂອງຜູ້ໂດຍສານ.

May be an image of train, cablecar and text that says 'EP NEI S MARIN MARIN MAR'
ພ້ອມທັງກັກຕົວຜູ້ ຖືກຫາໄດ້ 4 ຄົນຄື: ທ້າວ ໄລ ຢາງ, ທ້າວ ຮາ ຢາງ, ທ້າວ ຕູ້ ລີ ແລະ ທ້າວ ເພຍ ຢ່າງ ມາສືບສວນ-ສອບສວນ ເພື່ອ ຂະຫຍາຍຜົນ.

 

ຂ່າວຈາກ ວາລະສານປ້ອງກັນຄວາມສະຫງົບ