ເປີດຕົວແລ້ວ 20 ສາວງາມເວທີ Miss Shinning star Laos 2023

50

ເປີດຕົວໄດ້ຢ່າງຍິ່ງໃຫຍ່ອະລັງການ ແລະ ເປັນອີກໜຶ່ງເວທີນ້ອງໃໝ່ທີ່ໜ້າຕິດຕາມທີ່ສຸດເລີຍ ສໍາລັບເວທີ Miss Shinning star Laos 2023 ເປັນເວທີ ທີ່ໄດ້ຮວມເອົາສາວງາມທີ່ມີ ຄວາມພ້ອມຮອບດ້ານມີຄວາມສົດໃສສົມໄວ, ໝັ້ນໃຈໃນຕົນເອງ ພ້ອມທີ່ຈະອຸທິດຕົນໃນການຊ່ວຍເຫຼືອສັງຄົມ ແລະ ພ້ອມຈະຄອບຄອງມົງກຸດອັນຊົງຄຸນຄ່າ ເພື່ອເຮັດໜ້າທີ່ Miss Shinning star Laos ຢ່າງສົມບູນແບບ.

ຫຼ້າສຸດໃນຄໍ່າຄືນຂອງວັນທີ 2ກໍລະກົດ 2023 ນີ້ ກໍໄດ້ມີພິທີເປີດຕົວສາວງາມທີ່ຜ່ານການຄັດເລືອກທັງໝົດ 20 ນາງສາວໃຫ້ໄດ້ຊົມໂສມໄປພ້ອມກັນ ເຊິ່ງໃນພິທີດັ່ງກ່າວເປັນກຽດເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັ່ນຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ປະທານໂຄງການປະກວດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກອງເຊຍ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ຄໍາໃສ ສີຫາວົງ ປະທານ ບໍລິສັດ ເອັນຈອຍ ມີເດຍ ຈຳກັດ ປະທານໂຄງການປະກວດ Miss Shining Star Laos 2023 ກໍໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ການຈັດງານຄັ້ງນີ້ກໍເພື່ອເປັນການເປີດຕົວທັງ 20 ນາງສາວ ທີ່ໄດ້ຜ່ານການຄັດເລືອກຈາກຄະນະກໍາມະການໃນມື້ອໍດິຊັນ. ພາຍໃນງານມື້ນີ້ນ້ອງໆທັງ 20ຄົນ ກໍໄດ້ຮັບສາຍສະພາຍ ແລະ ກະກຽມໃນການເກັບຕົວ ເຮັດກິດຈະກໍາກັບກອງປະກວດ ເດີນທາງຂອບໃຈສະປອນເຊີທີ່ໄດ້ໃຫ້ການສະໜັບສະໜູນກອງປະກວດຂອງພວກເຮົາ ແລະ ໃນວັນທີ 22 ກໍລະກົດນີ້ ກໍຈະເປັນມື້ຈັດການປະກວດ ສໍາລັບເວທີ Miss Shining Star Laos ຂອງພວກເຮົາ ແລະ ຈະຈັດຢູ່ທີ່ໂຮງແຮມດອນຈັນພາເລດ.

ໃນການຄັດເລືອກນ້ອງໆທີ່ມີຈຸດເດັ່ນ ເພື່ອຈະໄດ້ເປັນ Miss Shining Star Laos 2023 ນີ້ ການສຶກສາຈະຕ້ອງມາກ່ອນ, ທັງນັ້ນຄວາມງາມຈະຕ້ອງມາພ້ອມຈຸດເດັ່ນຄືນາງງາມທຸກຄົນຈະຕ້ອງມີຈິດໃຈໃນການໃຫ້ມີຈິດໃຈອາສາ ເຊິ່ງທາງກອງປະກວດຈະໄດ້ຈັດຕັ້ງໂຄງການຂຶ້ນມາ ເພື່ອໃຫ້ນ້ອງໆທັງ ສາມຕໍາແໜ່ງໄດ້ຫາຜູ້ສະໜັບສະໜູນ ເພື່ອໄດ້ເຮັດວຽກຊ່ວຍເຫຼືອສັງຄົມ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ, ພິການສຸຂະພາບ ຫຼື ຮ່າງກາຍ ທັງພາກເໜືອ, ກາງ, ໃຕ້ ທົ່ວປະເທດລາວ.

ພ້ອມນີ້, ໃນຕອນທ້າຍທາງດ້ານປະທານໂຄງການປະກວດ ເພິ່ນຍັງໄດ້ຝາກຕື່ມອີກວ່າ: ຂໍກໍາລັງໃຈຈາກແຟນຄລັບ, ສື່ມວນຊົນ ທາງພໍ່ແມ່ພີ່ນ້ອງຊາວລາວເຮົາທຸກຄົນ ຝາກເປັນກໍາລັງໃຈ ແລະ ໃຫ້ການສະໜັບສະໜູນເວທີນ້ອງໃໝ່ Miss Shining Star Laos 2023 ພວກເຮົາແດ່ເດີ.
ຂ່າວບັນເທີງເອງກໍຂໍຝາກເວທີ Miss Shinning star Laos 2023 ນີ້ ໃຫ້ແຟນຂ່າວ ແລະ ທຸກພາກສ່ວນໃຫ້ການສະໜັບສະໜູນເປັນກໍາລັງໃຈໃຫ້ເວທີນ້ອງໃໝ່ນີ້ດ້ວຍ ສາມາດຕິດຕາມກິດຈະກໍາ ແລະ ການເຄື່ອນໄຫວຂອງກອງປະກວດໄດ້ທີ ເພຈ Miss Shinning star Laos ນັ້ນເອງ.