ຊັນເປເປີ້ ສົ່ງເສີມປະຊາຊົນປູກໄມ້ ພ້ອມໃຫ້ເງິນບຳລຸງຮັກສາຈົນກວ່າໄດ້ເກັບກູ້

39

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ໃນອາທິດທີ່ຜ່ານມາ ຢູ່ທີ່ສະໂມສອນຂອງເມືອງນອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຊຸກຍູ້ສົ່ງເສີມປູກພືດກະສິກຳ ເປັນສິນຄ້າ ລະຫວ່າງ ເມືອງນອງ ກັບ ບໍລິສັດ ຊັນເປເປີ້ໂຮນດິ້ງລາວຈຳກັດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງນອງ, ພ້ອມດ້ວຍພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ, ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ບໍລິສັດຊັນເປເປີ້ໂຮນດິ້ງລາວຈຳກັດ, ຄະນະຊີ້ນຳຄຸ້ມຄອງສົ່ງເສີມການຜະລິດກະສິກຳເປັນສິນຄ້າຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນເຂົ້າຮ່ວມ.

อาจเป็นรูปภาพของ ข้อความ

ທ່ານ ຄຳບາງ ແກ້ວພຸດໂທ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ໄດ້ຜ່ານສັນຍາຮ່ວມມືການປູກໄມ້ວິກຕາມ 2 ຮູບແບບຄື: ຮູບແບບ 3+2 A, 3+2 B, 3+2 C ແລະ 4+1.

ໃນນັ້ນຮູບແບບ 3+2 A ບໍລິສັດຕ້ອງສະໜອງເບ້ຍໄມ້ທີ່ໄດ້ມາດຖານໃຫ້ປະຊາຊົນປູກ ຄົບຖ້ວນຕາມຄວາມຕ້ອງການ ຕາມເນື້ອທີ່ຕົວຈິງຂອງແຕ່ລະຄອບຄົວ ຈ່າຍໃຫ້ປະຊາຊົນໂດຍບໍ່ຄິດໄລ່ເງິນຄືນ, ຕ້ອງໄດ້ສະໜອງປຸ໋ຍຕາມຄວາມຕ້ອງການ ຫຼື ຕາມເຕັກນິກວິຊາການຄິດໄລ່, ຕ້ອງຈ່າຍເງິນພັດທະນາໃນປີທໍາອິດຈໍານວນ 1.000.000 ກີບຕໍ່ເຮັກຕາ ແລະ ຈ່າຍເງິນຄ່າບໍາລຸງຮັກສາຕາມຈໍານວນຕົ້ນທີ່ລອດຕາຍແຕ່ປີທີ 1ຫາປີທີ 5 ຈ່າຍຕົ້ນລະ 1.500 ກີບຕໍ່ຕົ້ນຖ້າໄດ້ມາດຕະຖານ ແຕ່ຖ້າບໍ່ໄດ້ມາດຕະຖານແມ່ນ 300 ກີບຕໍ່ຕົ້ນ, ເມື່ອປູກໄດ້ 6 ປີຂຶ້ນໄປ ບໍລິສັດຕ້ອງຮັບຊື້ໄມ້ທີ່ປະຊາຊົນປູກໃຫ້ໝົດ ແລະ ຕ້ອງມາຮັບເອົາຢູ່ສວນຂອງປະຊາຊົນໂດຍບໍລິສັດຕັດເອງ, ຂົນຂຶ້ນລົດເອງ ແລະ ຂົນສົ່ງເອງ.

Hukased: ຕົ້ນວິກ

ສ່ວນດ້ານລາຄາຄໍ້າປະກັນໃນປະຈຸບັນແມ່ນຊື້ໂຕນລະ 160.000 ກີບ ( ບໍ່ຄິດໄລ່ມາດຕະຖານຂອງໄມ້ ) ຖ້າລາຄາຕະຫຼາດໃນປະຈຸບັນສູງກວ່າລາຄາຄໍ້າປະກັນບໍລິສັດຕ້ອງຊື້ລາຄາສູງຂຶ້ນໃນລາຄາທີ່ວາງໄວ້. ຜ່ານການຄົ້ນຄ້ວາປຶກສາຫາລືຢ່າງກົງໄປ-ກົງມາ ກອງປະຊຸມຈຶ່ງໄດ້ເປັນເອກະພາບກັນຄື: ເຫັນດີໃຫ້ປັບປຸງຄືນກ່ຽວກັບເນື້ອໃນຂອງຮ່າງສັນຍາ ໃຫ້ທາງຄະນະກຳມະການຄຸ້ມຄອງຂັ້ນເມືອງ ແລະ ບໍລິສັດ ລົງໄປເຮັດສັນຍາຄືນກັບພໍ່ແມ່ປະຊາຊົນຜູ້ທີ່ປູກໄມ້ວິກໃນເມື່ອກ່ອນ ເພື່ອຫັນສູ່ລະບຽບການ.

ไม่มีคำอธิบายรูปภาพ