2 ປີເຄິ່ງ ແຂວງຄຳມ່ວນ ເກັບລາຍຮັບໄດ້ 2.563 ຕື້ກີບ

55

ໃນໄລຍະ 2 ປີເຄິ່ງຜ່ານມາ ແຂວງຄຳມ່ວນ ເກັບລາຍຮັບໄດ້ 2.563 ຕື້ກວ່າກີບ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 55,32% ( ແຜນການ 5 ປີ 4.633 ຕື້ກວ່າກີບ ) ກວມເອົາ 6,73% ຂອງ GDP.
ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໄລຍະ 5 ປີ ຄັ້ງທີ IX ( 2021 – 2025 ) ໃນກອງປະຊຸມເປີດກວ້າງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ໃນວັນທີ 20 ມິຖຸນາ 2023 ວ່າ: ແຜນພັດທະນາເສດຖະກິດ – ສັງຄົມກາງສະໄໝ ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຄາດໝາຍໃນແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ດ້ວຍການສືບຕໍ່ຜັນຂະຫຍາຍວິໄສທັດພັດທະນາແຂວງຄໍາມ່ວນ ຮອດປີ 2030 ແລະ ຍຸດທະສາດການພັດທະນາ ຮອດປີ 2025 ໂດຍສືບຕໍ່ພັດທະນາແຂວງຄຳມ່ວນ ໃຫ້ “ ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ ”.

ຜ່ານການປັບປຸງກົນໄກ, ວິທີການເຮັດວຽກແບບມີຈຸດສຸມ ພ້ອມທັງຫັນການເກັບລາຍຮັບແບບທັນສະໄໝເທື່ອລະກ້າວ ເຮັດໃຫ້ການເກັບລາຍຮັບງົບປະມານຂອງແຂວງຄຳມ່ວນ ໃນໄລຍະ 2 ປີເຄິ່ງຜ່ານມາ ບັນລຸໄດ້ 2.563,36 ຕື້ກີບ ເມື່ອທຽບໃສ່ແຜນ 5 ປີ ປະຕິບັດໄດ້ເທົ່າກັບ 55,32% ( ແຜນການ 5 ປີ 4.633,89 ຕື້ກີບ ) ກວມເອົາ 6,73% ຂອງ GDP.


ໃນນີ້, ລາຍຮັບສູນກາງປະຕິບັດໄດ້ 1.256,56 ຕື້ກີບ ເທົ່າກັບ 45,01% ( ແຜນການ 5 ປີ 2.791 ຕື້ກີບ ) ກວມເອົາ 3,30% ຂອງ GDP, ທີ່ພົ້ນເດັ່ນແມ່ນການເກັບລາຍຮັບທ້ອງຖິ່ນ ລື່ນແຜນການ 3 ປີຊ້ອນ, ການເກັບລາຍຮັບຂອງແຂວງໄລຍະກາງສະໄໝບັນລຸໄດ້ເຖິງ 1.306 ຕື້ກີບ ເທົ່າກັບ 70,95% ( ແຜນການ 5 ປີ 1.841 ຕື້ກີບ ) ກວມເອົາ 3,43% ຂອງ GDP. ດ້ານລາຍຈ່າຍ ປະຕິບັດໄດ້ 1.394 ຕື້ກີບ ເທົ່າກັບ 43,28% ( ແຜນການ 5 ປີ 3.222 ຕື້ກີບ ) ກວມເອົາ 3,36% ຂອງ GDP.

ສຳລັບທິດທາງແຜນພັດທະນາເສດຖະກິດ – ສັງຄົມ ທ້າຍສະໄໝ ( 2023 – 2025 ) ສືບຕໍ່ພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ, ສ້າງກົນໄກຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງເປັນເອກະພາບ ແລະ ກົມກຽມກັນຫຼາຍຂຶ້ນ, ນໍາໃຊ້ເຄື່ອງມືທີ່ທັນສະໄໝໃນການຕິດຕາມ, ກວດກາ ແລະ ວິໄຈເສດຖະກິດມະຫາພາກໃຫ້ເປັນລະບົບ, ຊຸກຍູ້ສົ່ງເສີມການລົງທຶນ ແລະ ການພັດທະນາທຸລະກິດ, ຈັດສັນທຶນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາໂຄງລ່າງທີ່ຈຳເປັນໃຫ້ເພີ່ມຂຶ້ນ, ສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ, ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 6% ຂຶ້ນໄປ, ອັດຕາການຂະຫຍາຍຕົວເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວ ແລະ ມີທ່າອ່ຽງເພີ່ມຂຶ້ນເທື່ອລະກ້າວ ຄື: ປີ 2024 ໃຫ້ຂະຫຍາຍຕົວ 5,95% ເທົ່າກັບ 15.721 ຕື້ກີບ ແລະ ໃນປີ 2025 ຄາດວ່າໃຫ້ຂະຫຍາຍຕົວຢູ່ໃນລະດັບ 6% ເທົ່າກັບ 17.162 ຕື້ກີບ. ຮອດປີ 2025 ລາຍຮັບສະເລ່ຍ 2.399 ໂດລາສະຫະລັດຕໍ່ຄົນຕໍ່ປີ, ລວມຍອດຜະລິດຕະພັນພາຍໃນສະສົມໃຫ້ບັນລຸ 67.621 ຕື້ກີບ ແລະ ລະດົມທຶນໃຫ້ໄດ້ 20 – 24% ຂອງ GDP ຫຼື ເທົ່າກັບ 17.204,46 ຕື້ກີບ.