ເຮັດສົ້ມປາສະກາງ ໄວ້ກິນເອງ ໃນໄລຍະປາຂຶ້ນຫຼາຍແບບນີ້

154

ໄລຍະນີ້ ຝົນຕົກ ປາຂຶ້ນ ດັ່ງນັ້ນຈຶ່ງເຮັດໃຫ້ຊາວປະມົງຫາປາໄດ້ຫຼາຍ ເຊິ່ງເວລາໄດ້ປາຫຼາຍ ປະຊາຊົນລາວເຮົາແມ່ນນຳເອົາໄປແປຮູບເປັນຫຼາຍຢ່າງ ເພື່ອເກັບໄວ້ກິນດົນໄດ້ ເຊັ່ນ: ຢ້າງແຫ້ງ, ປາເອືອບ, ປາສົ້ມ, ປາແດກ…. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດປາສົ້ມໂຕ ( ປາສະກາງ ) ໄວ້ກິນເອງແບບງ່າຍໆ.

▶ວັດຖຸດິບ: ປາສະກາງ, ເກືອ, ແປ້ງນົວ, ນໍ້າຕານ, ຫົວຜັກທຽມ, ເຂົ້າໜຽວ.
▶ ວິທີເຮັດ: ຄົວ ແລະ ລ້າງປາສະກາງໃຫ້ສະອາດ ( 3 – 5 ນໍ້າ ) ບໍ່ໃຫ້ມີເລືອດ, ຈາກນັ້ນກໍເອົາເກືອມາຊາວໃສ່ອ່າວຫຼາຍໆ, ຈາກນັ້ນກໍປະໄວ້ປະມານ 3 – 5 ຊົ່ວໂມງ ໃຫ້ນໍ້າຍື່ງອອກ. ຈາກນັ້ນກໍໄປແກະຫົວຜັກທຽມຕຳ ອາດຈະຕຳ ຫຼື ບົດເອົາກໍໄດ້ ( ຕຳຈະຫອມ ກວ່າ ) ພໍຄົບເວລາແລ້ວກໍໃຫ້ນຳປາທີ່ແຊ່ເກືອປະໄວ້ນັ້ນມາລ້າງອີກຮອບ,

ຫຼັງຈາກນັ້ນກໍໃຫ້ເອົາເກືອໃສ່ອີກໜ້ອຍໜຶ່ງ, ພ້ອມຫົວຜັກທຽມຕຳນັ້ນລົງໄປ, ລ້າງເຂົ້າໜຽວໃສ່ປັ້ນປະມານໜ່ວຍໄຂ່ໄກ່, ໃສ່ນໍ້າຕານປະມານເຄິ່ງບ່ວງຊາ ແລະ ແປ້ງນົວ ເກືອບເຄິ່ງບ່ວງຊາ ( ແປ້ງນົວຖ້າໃສ່ຫຼາຍຈະເຮັດໃຫ້ປາສົ້ມມີກິ່ນເໝັນ ) ຖ້າທ່ານໃດບໍ່ຮູ້ວ່າຈະໃສ່ເກືອປະມານໃດ ໃຫ້ເອົາລີ້ນແຈະເບິ່ງ ແລ້ວຄ່ອຍຖົ່ມຖິ້ມລ້າງປາກເອົາກໍໄດ້, ຈາກນັ້ນກໍຄັ້ນໃຫ້ເຂົ້າກັນໃຫ້ເນື້ອປາຫັນ ຈາກນັ້ນກໍບັນຈຸໃສ່ກັບ, ກະປຸກ ຫຼື ຖົງຢາງ ມັດໄວ້ໃຫ້ດີປະໄວ້ 3 – 5 ມື້ປາສົມກໍສົ້ມແລ້ວ ສາມາດເອົາມາປີ້ງກິນໄດ້.
[ໂດຍ: ນົກແຕນແວນ]