ໂຕໂຢຕ້າ ຈະຜະລິດໝໍ້ໄຟລົດໄຟຟ້າລຸ້ນໃໝ່ ທົນທານກວ່າ

134

ສຳນັກຂ່າວ ນິກເຄອິ ເອເຊຍ ( Nikkei Asia ) ລາຍງານວ່າ: ບໍລິສັດໂຕໂຢຕ້າ ມໍເຕີຄອບ ( Toyota Motor Corp ) ຜູ້ຜະລິດລົດຍົນລາຍໃຫຍ່ຂອງຍີ່ປຸ່ນ ວາງແຜນເປີດໂຕລົດໄຟຟ້າທີ່ຂັບເຄື່ອນດ້ວຍໝໍ້ໄຟ ຫຼື ແບັດເຕີຣີ ອໍລໂຊລິດເຕດ ( all-solid-state ) ລຸ້ນໃໝ່ ຫຼ້າສຸດພາຍໃນປີ 2027 ເພື່ອເພີ່ມການຂັບຂີ່ຂອງລົດຫຼາຍກວ່າ 2 ເທົ່າ ຈາກການສາກໄຟຟ້າພຽງຄັ້ງດຽວ.

ໝໍ້ໄຟລຸ້ນນີ້ ມີຄວາມທົນທານຕໍ່ອຸນຫະພູມຫຼາຍກວ່າ 100 ອົງສາ ແລະ ທົນທານຕໍ່ການໝົດອາຍຸໄດ້ດີຂຶ້ນ ສາກໃຫ້ເຕັມພາຍໃນເວລາ 10 ນາທີ ແລະ ສາມາດຂັບຂີ່ໄດ້ຫຼາຍກວ່າ 1.200 ກິໂລແມັດ ດີກວ່າໝໍ້ໄຟທົ່ວໄປ 2,4 ເທົ່າ. ຂະນະທີ່ໂຕໂຢຕ້າ ຈະເປີດໂຕລົດໄຟຟ້າລຸ້ນໃໝ່ 10 ລຸ້ນ ພາຍໃນປີ 2026 ແລະ ຄາດວ່າຈະສາມາດຈຳໜ່າຍລົດໄຟຟ້າ 1,5 ລ້ານຄັນຕໍ່ປີ.