ປະຫວັດສາດຮູບເງົາລາວ! ໄດ້ຮັບເລືອກ ແລະ ເປີດສາຍໃນເທສະການລະດັບໂລກ

43

ຖືວ່າເປັນຂ່າວດີ ແລະ ໜ້າຊົມເຊີຍທີ່ສຸດ ເມື່ອຮູບເງົາລາວໄດ້ຮັບເລືອກໃຫ້ເປີດສາຍ ແລະ ເຂົ້າປະກວດໃນເທສະການຮູບເງົາລະດັບໂລກ ຕ້ອງສະແດງຄວາມຍິນດີກັບຜູ້ກຳກັບ ແລະ ນັກສະແດງໃນເລື່ອງ THE SIGNAL ດ້ວຍ ເມື່ອ Hollywood Reporter ສຳນັກຂ່າວສາຍຮູບເງົາ ຍົກໃຫ້ THE SIGNAL ເປັນໜຶ່ງໃນ 5 ເລື່ອງທີ່ບໍ່ຄວນພາດໃນ Shanghai International Film Festival ຈາກຮູບເງົາທັງໝົດຫຼາຍຮ້ອຍເລື່ອງຈາກທົ່ວໂລກ.

ດ້ານຜູ້ກຳກັບກໍໄດ້ເປີດເຜີຍຜ່ານເຟສບຸ໊ກສ່ວນຕົວວ່າ: “ ຕົກໃຈ ແລະ ພູມໃຈບໍ່ແມ່ນໜ້ອຍເລີຍທີ່ເພິ່ນ mention ຫາເຮົາ, ເຄີຍແຕ່ອ່ານຂ່າວເຂົາ ຕອນນີ້ໄດ້ເປັນ ກໍຮູ້ສຶກແປກໆຂອບໃຈ Producer Brandon Hashimoto ທີ່ເພິ່ນສົ່ງຕໍ່ຂ່າວມາໃຫ້ ເພິ່ນເອງກໍຕົກໃຈເຊັ່ນກັນ. ໃຜຈະຄິດວ່າຮູບເງົາເລື່ອງທຳອິດຂອງຕົວເອງຈະໄປຢືນແຂ່ງກັບຮູບເງົາຍີ່ປຸ່ນ, ຈີນ, ຄາສັກສະຖານ, ອີຣານ ທີ່ເຮົາກໍຕາມເຂົາເຈົ້າຢູ່, ແຖມຍັງເປັນຮູບເງົາເລື່ອງດຽວຕາງໜ້າ South East Asia ອີກ ”.

ທາງດ້ານ ໜຸ່ມ ລີ ພົງສະຫວັນ ຜູ້ກຳກັບຄົນເກັ່ງຍັງເປີດເຜີຍຕື່ມວ່າ: “ THE SIGNAL ໄດ້ຖືກເລືອກເຂົ້າໄປສາຍຮອບ World Premiere ທີ່ເທສະການນານາຊາດ ຊຽງໄຮ້, ໄດ້ຖືກເຂົ້າຊີງ Best Film, ຂ້ອຍເອງເຂົ້າຊີງ Best Director ແລະ Hannah ເຂົ້າຊີງ Best Actress ບໍ່ໄດ້ຫວັງຫຍັງຕໍ່ລະເດີ ມາໄກແຮງ ໄກເກີນກວ່າຂ້ອຍຄິດໄວ້ຫຼາຍເທົ່າແລ້ວ ເຫຼືອນີ້ໄປມັນແມ່ນຂອງຂວັນ ແມ່ນ Bonus ແມ່ນສິ່ງທີ່ເກີນຈິນຕະນາການຂອງຂ້ອຍ. ຂໍອະໄພທີ່ຄົນອື່ນໂພສໄປໝົດແລ້ວ ແຕ່ຂ້ອຍຕິດສັນຍາ ຫາກໍໂພສໄດ້ ຂອບໃຈອີກຄັ້ງເດີທຸກຄົນ ທັງທີມງານເບື້ອງຫຼັງ ແລະ ນັກສະແດງທີ່ຂ້ອຍຍັງກ່າວເຖິງບໍ່ໝົດ ຫວັງວ່າຂ້ອຍບໍ່ໄດ້ເຮັດໃຫ້ໃຜຜິດຫວັງ See you in Shanghai.

ຂ້ອຍດີໃຈຫຼາຍເທື່ອນີ້ບໍ່ໄດ້ມີແຕ່ຂ້ອຍມາຜູ້ດຽວ, ຂ້ອຍຍັງເປັນງົງໆຢູ່ໜ້ອຍໜຶ່ງ ຄືຍັງຢູ່ໃນຝັນ ຂ້ອຍຢູ່ໄກຈາກບ້ານຫຼາຍ ມາກັບຮູບເງົາທີເຮົາສ້າງ ຢືນຢູ່ເທສະການທີ່ຍິ່ງໃຫຍ່ ຢູ່ເວທີດຽວກັບຄົນສ້າງຮູບເງົານາໆຊາດ ເປັນຄວາມຮູ້ສຶກທີ່ບໍ່ຮູ້ຈະອະທິບາຍຄືກັນ. ຂ້ອຍຢາກຂອບໃຈທີມງານເບື້ອງໜ້າ, ເບື້ອງຫຼັງ ແລະ ຄົນມີສ່ວນຮ່ວມທຸກຄົນອີກຄັ້ງ, ທີ່ຊ່ວຍກັນສ້າງເລື່ອງນີ້ຈົນແລ້ວ ຕອນນີ້ຂ້ອຍຄົງເອີ່ຍຊື່ທຸກຄົນບໍ່ຄົບ ແຕ່ໃຫ້ຮູ້ໄວ້ວ່າຂ້ອຍຮູ້ບຸນຄຸນທຸກຄົນເດີ ”.

ນີ້ກໍເປັນຄໍາເວົ້າອອກມາຈາກໃຈຂອງຜູ້ກຳກັບຄົນເກັ່ງຂອງລາວເຮົາ ແລະ ຂ່າວບັນເທີງເຊື່ອແນ່ນອນວ່າທຸກຄົນທີ່ໄດ້ຕິດຕາມຂ່າວຕ້ອງພູມໃຈກັບຜົນງານຄັ້ງນີ້ ແລະ ທີມຂ່າວບັນເທີງເອງກໍຕ້ອງສະແດງຄວາມຊົມເຊີຍມາຍັງທຸກພາກສ່ວນໃນເລື່ອງ The Signal ດ້ວຍ ທີ່ສ້າງສັນຜົນງານດີອອກສູ່ສາຍຕາສາກົນແບບນີ້ ແຟນໆຮູບເງົາຊາວລາວຝາກໃຫ້ການສະໜັບສະໜູນທຸກໆຜົນງານຂອງລາວເຮົານໍາກັນດ້ວຍ ສາມາດເຂົ້າໄປຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງເພິ່ນໄດ້ ຜ່ານທາງເພຈ໌ ຜູ້ກຳກັບຮັບຈ້າງ/Director Leeນັ້ນເອງ.