ແກງເຫັດເຜາະ ໃສ່ໃບສົ້ມຕິ້ວ ແລະ ອີ່ຕູ່

93

ໄລຍະນີ້ຍັງເປັນລະດູຂອງເຫັດ ແລະ ເຫັດເຜາະ ແມ່ນກຳລັງມີຫຼາຍເຕັມຕະຫຼາດ. ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດແກງເຫັດເຜາະ ໃສ່ໃບສົ້ມຕິ້ວ.

▶ວັດຖຸດິບ:
– ເຫັດເຜາະເຄິ່ງໂລ ( ລ້າງສະອາດ )
– ຫົວຜັກທຽມ 1 – 3 ກີບ.
– ຫົວຜັກບົ່ວ 1 ຫົວ.
– ນໍ້າປາ ຫຼື ນໍ້າປາແດກ.
– ເກືອ ເຄິ່ງບ່ວງແກງ.
– ແປ້ງນົວ 1 – 3 ບ່ວງຊາ.
– ໝາກເຜັດດິບ 3 – 7 ໜ່ວຍ.
– ໃບສົ້ມຕິ້ວ ເດັດເອົາແຕ່ໃບຕາມຄວາມມັກ ( ໃສ່ຫຼາຍສົ້ມຫຼາຍ )
– ຫົວສີໃຄ 1 ຫົວ.
– ນໍ້າສະອາດເຄິ່ງລິດ
– ຜັກອີຕູ່ ( ຜັກທຸກຊະນິດລ້າງສະອາດ )

▶ວິທີເຮັດ: ຄ້າງໝໍ້ແກງຂຶ້ນ ເຮັດໄຟປານກາງ ເອົານໍ້າໃສ່ ຈາກນັ້ນກໍທຸບຫົວສີໃຄລົງໄປຕື່ມເກືອ, ແປ້ງນົວ, ພ້ອມຕຳໝາກເຜັດ, ຫົວຜັກທຽມ, ຫົວຜັກບົ່ວລະອຽດລົງຄົນໃສ່ໝໍ້ ຕື່ມນໍ້າປາ ຫຼື ປາແດກໜ້ອຍໜຶ່ງ ( ຖ້າບໍ່ກິນປາແດກກໍໃສ່ແຕ່ນໍ້າປາ ) ຫຼັງຈາກນັ້ນຖ້າໝໍ້ຟົດແລ້ວໃຫ້ໃສ່ເຫັດລົງໄປ ຕົ້ມໃຫ້ເຫັດສຸກ, ຈາກນັ້ນກໍໃຫ້ເອົາຜັກໃສ່ຈາກນັ້ນຊີມ ແລະ ປຸງລົດຊາດຕາມໃຈມັກ ພ້ອມຊອຍຜັກອີ່ຕູ່ທີ່ກຽມໄວ້ລົງໄປ ຄົນໆແລ້ວປິດໄຟ ເທົ່ານີ້ກໍສຳເລັດແລ້ວ ແກງເຫັດເຜະໃສ່ໃບສົ້ມຕິ້ວ.
[ໂດຍ: ນົກແຕນແວນ]