5 ພະຍາດທີ່ມາພ້ອມກັບແມງວີ່ແມງວັນ ແລະ ວິທີຮັບມື

41

ເນື່ອງຈາກປະເທດລາວໄລຍະນີ້ມີອາກາດທີ່ຮ້ອນເອົ້າເປັນໂອກາດຂອງການສ້າງແຫຼ່ງທີ່ຢູ່ອາໄສ ແລະ ເພາະພັນຂອງພວກແມງວີ່ແມງວັນໃນຂີ້ເຫຍື້ອ, ຜັກ, ໝາກໄມ້ດອງທີ່ເນົ່າເປື່ອຍ, ເຊື້ອຣາ ແມງວີ່ແມງວັນເປັນສັດລົບກວນທີ່ສ້າງຄວາມລໍາຄານໃຫ້ເຮົາໃນເວລາຮັບປະທານອາຫານ ນອກຈາກຈະສ້າງຄວາມໜ້າລໍາຄານແລ້ວ ແມງໄມ້ຈໍາພວກນີ້ຍັງເປັນພາຫະນໍາເຊື້ອມາສູ່ຮ່າງກາຍຂອງຄົນເຮົາອີກດ້ວຍ ເຊັ່ນ:

1. ເຊື້ອພະຍາດບິດໄທຟອຍ: ມີໂອກາດຕິດມາກັບແມງວີ່ທີ່ມາຕອມອາຫານເຮັດໃຫ້ເກີດການປົນເປື້ອນຂອງເຊື້ອພະຍາດຕ່າງໆໃນອາຫານຂອງຄົນເຮົາ ສົ່ງຜົນເສຍຕໍ່ທາງເດີນອາຫານຂອງເຮົາໄດ້.
2. ຕາແດງ: ແມງວີ່ເປັນແມງໄມ້ຂະໜາດນ້ອຍ ມັກບິນເປັນກຸ່ມຕອມຕາມບ່ອນທີ່ຊຸ່ມເຊັ່ນ: ຕາຂອງເຮົາ ເຮັດໃຫ້ເກີດພະຍາດຕາແດງໄດ້. ນອກຈາກນີ້, ແມງວີ່ຍັງເປັນພາຫະນໍາເຊື້ອພາໃຫ້ເກີດບາດແຜໃນປາກໝູໄດ້ອີກດ້ວຍ.
3. ແມງວັນ ສາມາດກໍ່ໃຫ້ເກີດການຕິດເຊື້ອໃນລະບົບທາງເດີນອາຫານ ເຊັ່ນ: ພະຍາດບິດ ອາຫານເປັນພິດ, ໄຂ້ໄທຟອຍ, ອາຫິວາຕົກໂຣກ ຫຼື ໜອນພະຍາດບາງຊະນິດເປັນຕົ້ນ.
4. ການຕິດເຊື້ອທີ່ຜິວໜັງເຊັ່ນ: ຄຸດທະຣາດ ພະຍາດຄໍຕີບທີ່ຜິວໜັງ, ພະຍາດເຊື້ອຣາບາງຊະນິດ ແລະ ຂີ້ເຮື້ອນ ເປັນຕົ້ນ.
5. ບັນຫາສຸຂະພາບອື່ນໆເຊັ່ນ: ພະຍາດໂປລີໂອ.

ວິທີຄວບຄຸມ ແລະ ກໍາຈັດແມງວີ່ແມງວັນໃຫ້ປະຕິບັດດັ່ງນີ້:
– ເບື້ອງຕົ້ນໃຫ້ໃຊ້ໄມ້ຕີ, ເຄື່ອງດັກແມງວັນ, ແຜ່ນຕິດແມງວັນ ຫຼື ສານເຄມີກໍາຈັດແມງວັນ.
– ຖິ້ມຂີ້ເຫຍື້ອ, ເສດອາຫານ, ເສດຜັກ ແລະ ໝາກໄມ້ຕ່າງໆໃນຖັງຂີ້ເຫຍື້ອທີ່ມີຝາປິດສະໜິດ ແລ້ວນໍາໄປກໍາຈັດໂດຍການເຜົາ, ຝັງ, ໝັກເຮັດປຸ໋ຍ ແລະ ທໍາຄວາມສະອາດຖັງຂີ້ເຫຍື້ອ.
– ເກັບອາຫານໃນຕູ້ເຢັນ ຫຼື ປົກປິດດ້ວຍພາຊະນະຕ່າງໆເພື່ອບໍ່ໃຫ້ສັດລົບກວນຕ່າງໆມາແຜ່ເຊື້ອ.
– ສະຖານທີ່ປະກອບການເຊັ່ນ: ເຮືອນຄົວ, ໂຮງແຮມ, ພັດຕາຄານ, ຮ້ານອາຫານ ຄວນອະນາໄມໃຫ້ສະອາດຢູ່ສະເໝີ.
ຢ່າງໃດກໍຕາມ, ການກໍາຈັດແມງວັນໃນບາງວິທີຕ້ອງໃຊ້ຄວາມລະມັດລະວັງເປັນຢ່າງດີ ໂດຍສະເພາະແມ່ນການໃຊ້ສານເຄມີກໍາຈັດແມງວັນ ຜູ້ໃຊ້ຄວນອ່ານຄໍາເຕືອນ ແລະ ວິທີການນໍາໃຊ້ທີ່ຖືກຕ້ອງໃນສະຫຼາກທຸກຄັ້ງ ເພື່ອຫຼຸດຄວາມສ່ຽງຈາກສານເຄມີ ແລະ ຖ້າມີອາການຜິດປົກກະຕິເກີດຂຶ້ນຫຼັງຈາກໃຊ້ຜະລິດຕະພັນກໍາຈັດແມງວັນ ຄວນຮີບໄປພົບແພດໂດຍດ່ວນ.

[ ຂໍ້ມູນຈາກ: Sanook ]