ເປີດຕົວນັກສະແດງກັບຊີຣີເລື່ອງໃໝ່ 2023 ກຳລັງເປັນທີ່ຕິດຕາມໃນຕອນນີ້

75

ເປັນການເປີດຕົວນັກສະແດງນໍາຊີຣີທີ່ໜ້າຕິດຕາມທີ່ສຸດ ເມື່ອຊີຣີເລື່ອງນີ້ໄດ້ນັກສະແດງຢ່າງມາກໜ້າຫຼາຍຕາມາຮ່ວມສະແດງນໍາກັນ ແລະ ທີ່ສໍາຄັນແມ່ນເປັນຊີຣີແນວທີ່ໜ້າຕື່ນເຕັ້ນ ເປັນບົດເລື່ອງກ່ຽວກັບນັກທຸລະກິດທີ່ມີຖານະຈົນ ເຮັດໃຫ້ເກີດຂໍ້ຂັດແຍ່ງທາງທຸລະກິດ ແຕ່ເທົ່ານັ້ນຍັງບໍ່ພໍເປັນການເລົ່າເລື່ອງກ່ຽວກັບການງັດທີເດັດຂອງການສືບຄະດີ ແລະ ເປັນການສູ້ກັນທາງຕັກກະຄວາມຮູ້, ກົນລະຍຸດອັນເປັນສະເໜ່ໃໝ່ຂອງຊີຣີເລື່ອງນີ້.

ຜົນງານດັ່ງກ່າວເກີດຂຶ້ນຈາກໂຮງແຮມຄຣາວພລາຊາ ເຊິ່ງເປັນໂຮງແຮມທີ່ມີຊື່ສຽງຂອງລາວເປັນຫຼັກຂອງຊີຣີເລື່ອງນີ້ ແລະ ຮ່ວມມືເພີ່ມຕື່ມກັບ ບໍລິສັດ ເອລິສ ໃນການຜະລິດຜົນງານນີ້ຂຶ້ນມາ, ພ້ອມນັ້ນຍັງກາລັນຕີຄຸນນະພາບໂດຍ ບໍລິສັດ ຜະລິດ @mind media company, ກຳກັບໂດຍ ອ້າຍດີ້ງ ອາທິດໄຊ ບວນດາວເຮືອງ ໂປດິວເຊີສຸດເກັ່ງ ທີ່ຈະເຮັດໃຫ້ທຸກຄົນບໍ່ຜິດຫວັງກັບຜົນງານທີ່ຈະອອກມາຢ່າງແນ່ນອນ.
ໃນເລື່ອງແມ່ນຍັງໄດ້ນັກສະແດງຄຸນນະພາບຈາກຄົນມີຊື່ສຽງໃນວົງການບັນເທີງຫຼາຍຄົນກັນເລີຍ ທີ່ຈະມາສະແດງ ແລະ ຮັບບົດບາດທີ່ແຕກຕ່າງອອກໄປ ເຊິ່ງມື້ນີ້ຂ່າວບັນເທີງຈະພາທຸກທ່ານມາທຳຄວາມຮູ້ຈັກໄປພ້ອມກັນ.
ເລີ່ມດ້ວຍ ບາບີ້ ປີຍະມາດ ບົດນຳແມ່ລ້ຽງເອມມີ້, ກັບການພິກໂສມໃໝ່ດ້ານຄາແລັກເຕີ ແລະ ຕັ້ງໃຈມາລອງປະຊັນສີມືການສະແດງກັບບົດບາດນີ້ທີ່ຈະໃຫ້ທຸກຄົນເຫັນຄວາມຮ້າຍ, ຄວາມເດັດໃນການເອົາຕົວລອດ ແຕ່ທີມຂ່າວບັນເທີງຍັງຄິດບໍ່ອອກເລີຍວ່າຄົນງາມໜ້າຕາຫວານໆຈະຮັບບົດຮ້າຍໄດ້ແນວໃດ, ສະນັ້ນຈຶ່ງເຮັດໃຫ້ຊີຣີເລື່ອງນີ້ໜ້າສົນໃຈຂຶ້ນຕື່ມອີກ.
ຊານົນ ມະນີພົນ ພະເອກ -ສິງຫາ, ພະເອກມາດເຂັ້ມ ຜິວມີສະເໜ່ ກັບການມາຮັບບົດເປັນລູກນັກທຸລະກິດທີ່ຕ້ອງກັບມາຈັດການເລື່ອງທັງໝົດໃຫ້ລຸລ່ວງ ໜຸ່ມຫຼໍ່ອີກໜຶ່ງຄົນທີ່ມີຜົນງານໃນວົງການບັນເທີງໃຫ້ເຮົາໄດ້ຕິດຕາມເລື້ອຍໆ.
ມາຍ ຈັນທິດາ ນາງເອກ -ສົ້ມ, ນາງເອກໄຟແຮງກັບເລື່ອງທີ 2 ຂອງມາຍ, ຫຼັງຈາກເປັນເຈົ້າຂອງເພງດັງ 100 ລ້ານວິວມາແລ້ວ, ບອກເລີຍວ່າການສະແດງກໍບໍ່ນ້ອຍໜ້າເຊັ່ນດຽວກັນ ສາວສົດໃສມີແຟນໆຕິດຕາມຢ່າງຫຼວງຫຼາຍກັບບົດນາງເອກໃນຊີຣີເລື່ອງນີ້ ຕ້ອງຖ້າຕິດຕາມວ່າຄາແລັກເຕີຂອງນາງເອກຄົນນີ້ຈະອອກມາໃນຮູບແບບໃດ ລຸ້ນສຸດໆເລີຍ.
ເຈ ຫຼີຫຼຽວ – ຕ້າ ເລຂາປະທານ, ພິກຈາກເລື່ອງຕະຫຼົກມາເປັນໂໝດຈິງຈັງກັບເຈເຈກັນແດ່ ທີ່ສາມາດສື່ອາລົມຂອງບົດອອກມາໄດ້ດີ ເຈ ຈະມີສ່ວນໃນຄະດີຕ່າງໆແບບໃດມາລຸ້ນນຳກັນ ໃນຊີຣີເລື່ອງນີ້.
ພ້ອມນີ້, ຍັງມີອ້າຍສັກ ວົງເຊວ ອີກນັກຮ້ອງລະດັບຕຳນານ ທີ່ມາເປັນສ່ວນໜຶ່ງຂອງເລື່ອງ ເຮັດໃຫ້ການເຮັດວຽກຂອງດ້ານນີ້ ມີທັງມືດ ແລະ ດີໄປຕາມໆກັນ, ນອກນີ້ກໍຍັງມີແຕງໂມ ສຸດາຮັກ – ນໍ້າຝົນ ພະນັກງານເສີບ, ເນັດໄອດໍຕິກຕັອກ ຮັບບົດບາດໃໝ່ ເລື່ອງນີ້ນ້ອງຕ້ອງຢູ່ກັບສ່ວນໜຶ່ງຂອງເລື່ອງລາວ, ຈະເອົາຕົວລອດ ຫຼື ບໍ່ແບບໃດຖ້າຕິດຕາມ; ອາທິດ ສີລາວົງ – ໄຊ ຕຳຫຼວດດີ, ໜຸ່ມຫຼໍ່ຂວັນໃຈສາວໆ ກັບການສະແດງທີ່ເກັ່ງ ມາຮັບບົດສຳຄັນອີກບົດໜຶ່ງໃນການຫາຄຳຕອບຂອງເລື່ອງນີ້; ມິນນ້າ – ມີນາ ພະນັກງານເສີບ, ອີກໜຶ່ງດາວຕິກຕັອກຄົນນີ້ ມາຮັບບົດທີ່ຈະເຮັດໃຫ້ທຸກຄົນຕ້ອງເຫັນໃຈກັບເລື່ອງລາວຕ່າງໆ ແລ້ວມີນາຈະຜ່ານໄປໄດ້ແບບໃດ ມາລຸ້ນກັນ; ນ້ອຍ ນະພາ ຮັບບົດເປັນໝໍທີ່ດີ ແລະ ຊ່ວຍຕົວລະຄອນແບບຈັນຍາບັນ ແລະ ເທົ່າທີ່ຈະຊ່ວຍໄດ້.
ສຸດທ້າຍຄື ອຸ້ມ ການຈະນາ – ສາລີ ແມ່ບ້ານ, ອຸ້ມສາຍານາງງາມຍິ້ມຫວານ ມາຮັບບົດທີ່ສື່ອາລົມຄວາມຕຶງຄຽດສູງ, ນ້ອງຕ້ອງມີການຢູ່ລອດແບບໃດ ແດ່, ທີ່ສຳຄັນ ບົດດັ່ງກ່າວຈະເຮັດໃຫ້ຄົນເບິ່ງຮູ້ສຶກອີ່ຕົນທີ່ສຸດ ແລະ ອີ່ຕົນສໍ່າໃດມາເບິ່ງກັນຕື່ມເລີຍ, ນອກນີ້ແລ້ວຍັງມີນັກສະແດງອີກຫຼາກຫຼາຍທີ່ມາຮ່ວມປະທະຜົນງານເລື່ອງນີ້ໃຫ້ທຸກຄົນໄດ້ລຸ້ນມ່ວນໄປນຳກັນ ເຊິ່ງສາຍໃນທ້າຍປີ 2023 ນີ້ເລີຖ້າຕິດຕາມໄດ້ເລີຍ ສ່ວນຊື່ຊີຣີແມ່ນເພິ່ນອຸບໄວ້ກ່ອນເດີ.