ພວມສຸມໃສ່ກໍ່ສ້າງຂົວ 4 ແຫ່ງ ຢູ່ເມືອງໄຊບູລີ ຄາດຈະສຳເລັດໄວໆນີ້

89

ເມືອງໄຊບູລີ ແຂວງສະຫວັນນະເຂດ ມີຂົວຫຼາຍຈຸດທີ່ກຳລັງກໍ່ສ້າງ ເຊື່ອວ່າລະດູຝົນປີນີ້ຄົງໄດ້ໃຊ້ ອີງໃສ່ແຫຼ່ງຂ່າວລາຍງານ ມາຮອດຂະນະນີ້ການກໍ່ສ້າງສຳເລັດໄປແລ້ວ 70% ຂອງໜ້າວຽກ.

May be an image of 4 people

ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2023 ນີ້ ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງ ໄຊບູລີຜູ້ຊີ້ນໍາວຽກງານເສດຖະກິດ ພ້ອມດ້ວຍ ຄະນະກໍາມະການ ຈັດຊື້-ຈັດຈ້າງ ແລະ ຕິດ ຕາມໂຄງການ ຂັ້ນເມືອງ ໄດ້ລົງເຄື່ອນໄຫວ ຕິດຕາມ ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວ 4 ແຫ່ງ ຕາມ ເສັ້ນທາງ PR 6308 ແຕ່ສາມແຍກທາງເລກທີ 13 ໃຕ້ບ້ານມະນີລາດ ເມືອງໄຊບູລີ ຫາເຂດແດນເຊື່ອມຕໍ່ກັບເມືອງອາດສະພອນ ແຂວງສະຫວັນນະເຂດ.

May be an image of 3 people
ທ່ານ ວັນໄຊ ສີປັດໃຈ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ໃຫ້ຮູ້ວ່າ: ຂົວ 4 ແຫ່ງທີ່ພວມກໍາລັງດໍາເນີນການກໍ່ສ້າງໃນຄັ້ງນີ້ມີຄື: ຂົວຫ້ວຍຂົວ, ຂົວຫ້ວຍຍາງ,ຂົວຫ້ວຍໂຈະໂກ ແລະ ຂົວຫ້ວຍບົງ ,ຂົວດັງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ ກາງເດືອນ ມີນາ ປີ 2023 ໂດຍນໍາໃຊ້ງົບປະມານຮ່ວງ ເງິນເກີນແຜນ ຂອງແຂວງສະຫວັນນະເຂດ ປີ 2022 ທັງໝົດ 2,8 ຕື້ກີບ.

No photo description available.

ຂົວທັງໝົດນີ້ ເປັນຂົວທີ່ສ້າງດ້ວຍເບຕົງເສີມເຫຼັກ ແລະ ໄມ້ ສາມາດຮອງຮັບນໍ້າໜັກໄດ້ 3-4 ໂຕນ. ເຊິ່ງບໍລິສັດ ດວງວິໄລຄໍາ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ. ມາຮອດປະຈຸບັນນີ້ກໍ່ສ້າງສໍາເລັດແລ້ວ 70 % ແລະ ຄາດວ່າຈະສໍາເລັດ 100% ໃນທ້າຍເດືອນ ສິງຫາ ປີ 2023 ນີ້.

No photo description available.