4 ພະຍາດທີ່ເກີດຈາກການກິນປາແດກ ແລະ ວິທີກິນຢ່າງເໝາະສົມ

64

ປາແດກຖືກນໍາມາໃຊ້ປຸງແຕ່ງອາຫານຢ່າງຫຼາກຫຼາຍໃນບ້ານເຮົາ ເປັນຕົ້ນແມ່ນອາຫານປະເພດຕໍາ, ແກງໜໍ່, ປົ່ນ ແລະ ເມນູອື່ນໆອີກຫຼາກຫຼາຍ ໂດຍສະເພາະແມ່ນອາຫານລາວທີ່ຂຶ້ນຊື່ເລື່ອງລົດຊາດອາຫານທີ່ເຂັ້ນຂຸ້ນ ລົດຊາດຈັດໆ ແຕ່ປາແດກທີ່ເຮັດບໍ່ຖືກສຸຂະນາໄມ ຫຼື ໃຊ້ເກີນປະລິມານ ອາດສ່ຽງຕໍ່ຫຼາຍພະຍາດ ເຊັ່ນ:

1. ພະຍາດໃບໄມ້ໃນຕັບ:
ເປັນພະຍາດຊະນິດໜຶ່ງທີ່ໂຕແກ່ອາໄສຢູ່ໃນທໍ່ນໍ້າບີຂອງຄົນ, ໝາ ແລະ ແມວ ແຕ່ສາມາດພົບເຫັນໃນປາດິບ, ນໍ້າປາແດກດິບ ລັກສະນະຂອງພະຍາດຈະມີລັກສະນະຄ້າຍຄືກັບໃບໄມ້. ຜູ້ທີ່ເປັນພະຍາດນີ້ຈະມີອາການແໜ້ນທ້ອງ, ເບື່ອອາຫານ, ທ້ອງອືດ, ຕັບໃຫຍ່, ຖ່າຍແຫຼວເປັນບາງຄັ້ງ ໃນໄລຍະທ້າຍອາດຈະມີທໍ່ນໍ້າບີອັດຕັນ, ເກີດພາວະໂຕເຫຼືອງ, ມີນໍ້າໃນຊ່ອງທ້ອງ ແລະ ມີອາການບວມນໍ້າ, ອ່ອນເພຍ,ນໍ້າໜັກຫຼຸດ, ດົນໆໄປຈະເຮັດໃຫ້ ລະບົບອະໄວຍະວະອື່ນໆຊຸດໂຊມ ແລະ ເສຍຊີວິດໄດ້.

2. ພະຍາດກ້າມຊີ້ນອ່ອນແຮງ:
ເກີດຈາກການຂາດວິຕາມິນບີ 1 ຈະມີອາການອ່ອນແຮງ ແລະ ຊາບໍລິເວນແຂນຂາ, ປາຍນິ້ວມື, ປາຍຕີນ ບວມແດງ. ການຂາດວິຕາມິນບີ 1 ເກີດຈາກການຮັບປະທານອາຫານທີ່ມີວິຕາມິນບໍ່ພຽງພໍ ຫຼື ຮັບປະທານອາຫານທີ່ມີສານທໍາລາຍວິຕາມິນບີ 1 ເຊັ່ນ: ປານໍ້າຈືດດິບ, ປາແດກ, ປາສົ້ມດິບ, ແໜມດິບ ເປັນຕົ້ນ.
3. ສ່ຽງເປັນພະຍາດໄຕ:
ເນື່ອງຈາກປາແດກມີປະລິມານໂຊດ້ຽມທີ່ສູງ ປຸງດ້ວຍເກືອຈໍານວນຫຼາຍ ເກີນປະລິມານຄວາມຕ້ອງການຂອງຮ່າງກາຍໃນແຕ່ລະວັນອາດສ່ຽງຕໍ່ການເປັນພະຍາດໄຕໄດ້.

4. ມະເຮັງທໍ່ນໍ້າບີ:
ພະຍາດໃບໄມ້ໃນຕັບ ເມື່ອເປັນໜັກໆ ດົນໆໄປສ່ຽງຕໍ່ມະເຮັງທໍ່ນໍ້າບີ ພະຍາດນີ້ເປັນເຊື້ອກໍ່ໃຫ້ເກີດມະເຮັງ. ນອກຈາກນີ້ສານໄນໂຕຊາມີນໃນປາແດກດິບຈະເປັນສານກໍ່ມະເຮັງໃນຮ່າງກາຍ.
■ ວິທີຮັບປະທານຢ່າງປອດໄພມີດັ່ງນີ້:
1. ຕົ້ມປາແດກໃຫ້ສຸກກ່ອນຮັບປະທານທຸກຄັ້ງທັງນໍ້າ ແລະ ຕ່ອນ ເພື່ອຫຼຸດຄວາມສ່ຽງພະຍາດໃບໄມ້ໃນຕັບ.
2. ຮັບປະທານຢ່າງເໝາະສົມ ບໍ່ຫຼາຍເກີນໄປ ຫຼື ປຸງເຄັມເກີນໄປ
3. ຮັບປະທານປາແດກພ້ອມກັບຜັກຊະນິດອື່ນໆ ເພື່ອເພີ່ມຄຸນຄ່າສານອາຫານຫຼາຍຂຶ້ນ
4. ເລືອກຊື້ປາແດກຈາກສະຖານທີ່ຈໍາໜ່າຍທີ່ໜ້າເຊື່ອຖື ແລະ ຄຸ້ນເຄີຍເທົ່ານັ້ນ.
[ ຂໍ້ມູນຈາກ: Sanook ]