ແກງເຫັດປວກ ໃສ່ໃບຜັັກໄສ່

60

ໄລຍະນີ້ຍັງເປັນລະດູຂອງເຫັດ ແລະ ເຫັດທີ່ຄົນນິຍົມ ລາຄາຍັງສູງເປັນຕົ້ນແມ່ນເຫັດປວກ ເຊິ່ງເຫັດປວກສາມາດນຳໄປເຮັດກິນໄດ້ຫຼາຍເມນູ. ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດແກງເຫັດປວກໃສ່ໃບຜັກໄສ່ ສຳລັບຄົນມັກຂົມ.

▶ວັດຖຸດິບ:
– ເຫັດປວກເຄິ່ງໂລ ( ລ້າງສະອາດ )
– ຫົວຜັກທຽມ 1 – 3 ກີບ.
– ຫົວຜັກບົ່ວ 1 ຫົວ.
– ນໍ້າປາ ຫຼື ນໍ້າປາແດກ.
– ເກືອເຄິ່ງບ່ວງແກງ.
– ແປ້ງນົວ 1 – 3 ບ່ວງຊາ.
– ໝາກເຜັດດິບ 3 – 7 ໜ່ວຍ.
– ຜັກໄສ່ເດັດເອົາແຕ່ໃບຕາມຄວາມມັກ (ໃສ່ຫຼາຍຂົມຫຼາຍ )
– ຫົວສີໃຄ 1 ຫົວ.
– ນໍ້າສະອາດເຄິ່ງລິດ
-ຫອມປ້ອມ + ຫອມບົ່ວ+ຜັກອີຕູ່ ( ຜັກທຸກຊະນິດລ້າງສະອາດ )

▶ວິທີເຮັດ: ຄ້າງໝໍ້ແກງຂຶ້ນ ເຮັດໄຟປານກາງເອົານໍ້າໃສ່, ຈາກນັ້ນກໍທຸບຫົວສີໃຄລົງໄປຕື່ມເກືອ, ແປ້ງນົວ, ພ້ອມຕຳໝາກເຜັດ, ຫົວຜັກທຽມ, ຫົວຜັກບົ່ວລະອຽດລົງຄົນໃສ່ໝໍ້ ຕື່ມນໍ້າປາ ຫຼື ປາແດກໜ້ອຍໜຶ່ງ ( ຖ້າບໍ່ກິນປາແດກກໍໃສແຕ່ນໍ້າປາ ) ຫຼັງຈາກນັ້ນຖ້າໝໍ້ຟົດແລ້ວໃຫ້ໃສ່ເຫັດລົງໄປ ຕົ້ມໃຫ້ເຫັດສຸກ ຈາກນັ້ນກໍໃຫ້ເອົາຜັກໃຊ່ລົງ, ຊີມ ແລະ ປຸງລົດຊາດຕາມໃຈມັກ ພ້ອມຊອຍຫອມທີ່ກຽມໄວ້ລົງໄປ ຄົນໆ ແລ້ວປິດໄຟ ເທົ່ານີ້ກໍ່ສຳເລັດແລ້ວ ແກງເຫັດປວກໃສ່ໃບຜັກໄສ່.
[ໂດຍ: ນົກແຕນແວນ]