ອອກເດີນທາງໄປຄວ້າມົງແລ້ວ ປໍ້ ກັນລະຍານີ ສີສຸພັນ Miss Queen Laos 2023

56

ພ້ອມແລ້ວກັບການກຽມໄປສ້າງຕໍານານທີ່ປະເທດໄທ ໂດຍໄດ້ອອກເດີນທາງໃນວັນທີ 11 ມິຖຸນານີ້ ສໍາລັບຕົວແທນຂອງປະເທດລາວ ປໍ້ ກັນລະຍານີ ສີສຸພັນ Miss Queen Laos 2023 ເຊິ່ງໄດ້ຖືກຄັດເລືອກ ແລະ ແຕ່ງຕັ້ງຢ່າງເປັນທາງການ ເພື່ອເປັນຕົວແທນຈາກປະເທດລາວເຂົ້າຮ່ວມການປະກວດ Miss International Queen 2023 ນັ້ນເອງ.

ການອອກເດີນທາງໃນວັນທີຜ່ານມາ ກໍເປັນພາບທີ່ໜ້າອົບອຸ່ນທີ່ສຸດເລີຍ ເພາະມີເລົ່າຄົນມີຊື່ສຽງໃນວົງການບັນເທີງຢ່າງຫຼວງຫຼາຍຮ່ວມໄປສົ່ງ ປໍ້ ເພື່ອ ຄວ້າມົງກຸດຈາກເວທີສາກົນມາຝາກມາຕ້ອນແຟນໆຊາວລາວ ເຊິ່ງເປັນພາບທີ່ແສນປະທັບໃຈ ແລະ ໜ້າຕື້ນຕັນໃຈສຸດໆເລີຍ ເພາະເລົ່າຄົນໃນວົງການບັນເທີງທີ່ໄດ້ໄປສົ່ງທີ່ສະໜາມບິນສາກົນວັດໄຕ ກໍມີມາກໜ້າຫຼາຍຕາທີ່ເຮົາຄຸ້ນເຄີຍ ແລະ ເຫັນຜົນງານຜ່ານໜ້າຈໍເປັນປະຈໍານັ້ນເອງ ບໍ່ວ່າຈະເປັນ ອ້າຍຕ້າ ເອແພັກ, ອ້າຍຄໍາເພົ້າ ສັ່ງໄດ້, ສາວງາມ ຄຣິດຕິນ່າ ລາສະສິມມາ, ອ້າຍວິນລີ້ ແລະ ອີກຫຼາກຫຼາຍທ່ານກັນເລີຍ.

ສິ່ງສໍາຄັນທີ່ຂາດບໍ່ໄດ້ຜູ້ທີ່ໄປສ້າງຕໍານານ ແລະ ເປັນຮຸ່ນເອື້ອຍຂອງເວທີຢ່າງ ມິນລະດາ ແອ໋ງມະນີ Miss Queen Laos 2022 ທີ່ໄປສ້າງຕໍານານຄໍາວ່າ ລາວ ລາວ ລາວ! ຈົນເປັນທີ່ຈົດຈໍາມາແລ້ວ ກໍໄດ້ຮ່ວມສົ່ງນ້ອງໄປຄວ້າມົງມາເປັນຂອງຂວັນໃຫ້ຊາວລາວເຊັ່ນກັນ ແລະ ຍັງບໍ່ພໍເທົ່ານັ້ນ ມິນນີ້ ຍັງໄດ້ໂພສຂໍ້ ຄວາມພ້ອມຮູບພາບເພື່ອເປັນກຳລັງໃຈໃຫ້ ປໍ້ ກັນລະຍາ ວ່າ: “ ມື້ແຫ່ງຄວາມພາກພູມໃຈ ໄດ້ວົນມາອີກຄັ້ງ ວັນທີ 11/6/2022 ເຄີຍເປັນມື້ທີ່ ມິນນີ້ ພາກພູມໃຈມາກ່ອນ ແຕ່ມື້ນີ້ຂໍມອບຄວາມພູມໃຈ ແລະ ພາລະກິດອັນຍິ່ງໃຫຍ່ໃຫ້ກັບ Kanrayany Sisouphanh ມື້ນີ້ຂໍສົ່ງເອື້ອຍ ໃຫ້ໄປຊີງມົງ MIQ2023 ”.


ສໍາລັບການປະກວດໃນເວທີ Miss International Queen ແມ່ນເວົ້າໄດ້ວ່າເປັນອີກໜຶ່ງເວທີປະກວດທີ່ໃຫຍ່ທີ່ສຸດສຳລັບແມ່ຍິງຂ້າມເພດ ໂດຍເລີ່ມປະກວດມາຕັ້ງແຕ່ປີ 2004 ເປັນຕົ້ນມາ ເຊິ່ງການປະກວດກໍເພື່ອເປັນການເປີດໂອກາດ ແລະ ເສີມສ້າງຄວາມຮັບຮູ້ກ່ຽວກັບຊຸມຊົນຄົນຂ້າມເພດໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນນັ້ນເອງ ລວມທັງສ້າງ ຄວາມຮັບຮູ້ກ່ຽວກັບສິດຂອງຄົນຂ້າມເພດໃນນານາຊາດ ແລະ ເປັນພື້ນທີ່ແລກປ່ຽນຄວາມຄິດກັນລະຫວ່າງຊຸມຊົນຂອງກຸ່ມຄົນຂ້າມເພດໃນແຕ່ລະປະເທດ ເຊິ່ງຈະໄດ້ມາລວມຕົວກັນໃນເວທີດັ່ງກ່າວ. ໃນປີນີ້ ປໍ້ ກັນລະຍານີ ຈະໄດ້ເປັນຕົວແທນຂອງສາວຂ້າມເພດໃນການຮ່ວມປະກວດ ເພາະເນື່ອງຈາກວ່າ ກ່ອນໜ້ານີ້ເຄີຍໄດ້ຮັບຕຳແໜ່ງ Miss Queen Laos 2019 ແລະ ກໍເຄີຍເຂົ້າຮ່ວມການປະກວດ Miss International Queen ມາແລ້ວ ເມື່ອປີ 2019 ເຊັ່ນກັນ ແລະ ຍ້ອນຜູ້ໃຫຍ່ຍັງເຫັນໄດ້ສັກກະຍະພາບທີ່ປໍ້ມີ ຈຶ່ງໄດ້ຮັບແຕ່ງຕັ້ງໃຫ້ເຂົ້າປະກວດອີກຄັ້ງ ໂດຍການປະກວດ Miss International Queen 2023 ມີຂຶ້ນໃນເດືອນມິຖຸນານີ້ ທີ່ພັດທະຍາ ປະເທດໄທ ເຊິ່ງຄາດວ່າຈະມີຜູ້ເຂົ້າຮ່ວມປະກວດຈາກຫຼາຍກວ່າ 20 ປະເທດຄືກັບປີທີ່ຜ່ານມາ.

ແຟນໆເວທີ Miss Queen Laos ແລະ Miss International Queen ກໍຢ່າລືມຮ່ວມເຊຍ ຮ່ວມໃຫ້ກຳລັງໃຈສາວງາມ ແລະ ເກັ່ງ ມີປະສົບການໃນວົງການບັນເທີງແໜ້ນ ແລະ ຫຼາກຫຼາຍຄົນນີ້ດ້ວຍ ບໍ່ວ່າຈະເປັນການເດີນແບບ, ຖ່າຍແບບ ທັງໃນລາວ ແລະ ໃນເວທີລະດັບສາກົນ. ພ້ອມນີ້, ຍັງເປັນຜູ້ທີ່ອຸທິດຕົນໃນງານການກຸສົນຫຼາຍໆດ້ານເພື່ອສັງຄົມນໍາອີກ ຕິດຕາມການເຄື່ອນໄຫວຂອງສາວງາມ ແລະ ເກັ່ງຄົນນີ້ ເພື່ອໃຫ້ສາຍສະພາຍລາວໃຫ້ໂດດເດັ່ນໃນເວທີສາກົນ ສ້າງຊື່ສຽງ ແລະ ຄວາມພູມໃຈຮ່ວມກັນ.
ຢ່າລືມຮ່ວມເຊຍກັນຫຼາຍໆເດີຊ່ອງທາງໃນການຕິດຕາມຜົນງານ ແລະ ການເຄື່ອນໄຫວສາມາດເຂົ້າໄປຕິດຕາມກັນເລີຍທີ່ Por Kanrayany Sisou phanh.