ຄວາມຫຼໍ່ເທ້ ກິນກັນບໍ່ຂາດເລີຍ ເມື່ອປະກົບໜຸ່ມໆ Mister Universe Laos 2023

53

ວ້າວ ວ້າວ ວ້າວ! ເຫັນແວັບທໍາອິດຄິດວ່າແມ່ນຜູ້ເຂົ້າແຂ່ງຂັນ ເມື່ອອ້າຍຄໍາເພົ້າ ປະກົບໜຸ່ມໆແລ້ວຫຼໍ່ເທ້ຄູນສອງໄປເລີຍ ຈົນຄິດວ່າແມ່ນຜູ້ເຂົ້າແຂ່ງຂັນສໍາລັບ ປະທານ ຄຳເພົ້າ ບົວພັນ ເຈົ້າຂອງຫ້ອງເສື້ອຄໍາເພົ້າ ສັ່ງໄດ້ ດີໄຊເນີທີ່ມີຊື່ສຽງຂອງລາວເຮົາ ເຊິ່ງບໍ່ເຫັນດົນພໍສົມຄວນ ມາເຫັນອີກມື້ນີ້ ບອກເລີຍວ່າເກືອບແຍກອາຍຸກັນບໍ່ອອກແທ້ໆ ເພາະວ່າເພິ່ນໜ້າອ່ອນໜ້າເດັກແທ້ໆເລີຍໄລຍະນີ້ ອໍຣາພຸ່ງແຮງ ເບິ່ງແຍງຕົນເອງດີສຸດໆ.

ຂ່າວບັນເທີງໄດ້ໄປສ່ອງພາບບັນຍາກາດຂອງໜຸ່ມໆ ແຕ່ໄປສະດຸດຕາທີ່ອ້າຍຄໍາເພົ້າ ທີ່ມາຮ່ວມກິດຈະກຳກັບນ້ອງໆ Mister Universe Laos 2023 ໃນການແຂ່ງຂັນ ເຕະບານເພື່ອມິດຕະພາບຂອງຜູ້ເຂົ້າປະກວດນ້ອງໆທັງ 18 ຄົນ ຕົວແທນນໍາສະເໜີແຕ່ລະແຂວງຢູ່ໃນປະເທດລາວຂອງເຮົາ ເຊິ່ງວ່າໜຸ່ມຄົນໃດກໍມີອໍຣ່າໜ້າຕາດີ ມີຄວາມສາມາດ, ກ້າມແໜ້ນກັນທຸກຄົນເລີຍ.

ການມາເຫັນນ້ອງໆຜູ້ເຂົ້າປະກວດໃນຄັ້ງນີ້ ຮູ້ສຶກວ່າປະທັບໃຈອີ່ຫຼີ ເມື່ອນ້ອງໆມີການພັດທະນາຕົວເອງຫຼາຍຂຶ້ນ ຄົນໃດຈະສາມາດໂຊຄວາມເປັນໜຶ່ງໄດ້ໂດດເດັ່ນທີ່ສຸດ ໃນການປະກວດໃນຄັ້ງນີ້ຕ້ອງຖ້າຕິດຕາມໄປນໍາກັນເດີ ຮ່ວມເຊຍ ແລະ ສົ່ງກໍາລັງໃຈໃຫ້ກັບໜຸ່ມໆກັນໄດ້ ເຊິ່ງສາມາດຮ່ວມໃຫ້ກຳລັງໃຈນ້ອງໆໄດ້ທີ່ເພຈຂອງກອງປະກວດ Mister Universe Laos ນັ້ນເອງ.

ບໍ່ພໍເທົ່ານັ້ນທີມຂ່າວບັນເທີງຍັງແອບສ່ອງຄວາມຫວານຂອງອ້າຍຄຳເພົ້າ ກັບພັນລະຍາສຸດງາມຂອງເພິ່ນ ເຊິ່ງໄລຍະນີ້ ສັງເກດເຫັນວ່າ ຈະງຽບຫາຍໜ້າຫາຍຕາໄປຈາກໜ້າຈໍອອນລາຍ ສຳລັບ ຕົວພໍ່ແຫ່ງວົງການແຟຊັນ ອ້າຍຄຳເພົ້າ ສັ່ງໄດ້… ແຕ່ຫຼ້າສຸດ ເຟສບຸ໊ກສ່ວນຕົວ ກໍປ່ອຍພາບພາຄອບຄົວໄປສະວີດຫວານຈົນນ້ຳຕານຍັງອາຍ ຢູ່ທີ່ເມືອງງອຍ ແຂວງຫຼວງພະບາງ ເຮັດເອົາຫຼາຍຄົນອິດສາໃນຄວາມຫວານ ແລະ ແອບຈ້ອງມອງໄປທີ່ຮູບຮ່າງອ້າຍຄຳເພົ້າ ທີ່ດູດີ ມີອໍຣາ ສົມກັບວ່າເປັນເຈົ້າຂອງແບຣນສິນຄ້າເພື່ອສຸຂະພາບແທ້ໆ.
ງານນີ້ຂ່າວບັນເທີງ ກໍແອບອິດສາພັນລະຍາຂອງເພິ່ນເດ ທີ່ມີສາມີປັງທັງເລື່ອງງານ ແຖມຍັງເອົາໃຈພັນລະຍາເກັ່ງແບບນີ້ ແຟນໆສາມາດຕິດຕາມການນໍາເທຣນ ຂອງແຟຊັນ ແລະ ຜົນງານຂອງອ້າຍເພິ່ນໄດ້ ຜ່ານທາງເຟສ ບຸ໊ກ ຄໍາເພົ້າ ສັ່ງໄດ້ນັ້ນເອງ.