ຍິນດີດ້ວຍ ໂບ ວັນວິສາ ຕົວແທນລາວຊີງມົງກຸດ Miss Teen International 2023

222

ສະແດງຄວາມຍິນດີດ້ວຍ ກັບ Miss Teen International Laos ຄົນໃໝ່ ທີ່ໄດ້ຖືກແຕ່ງຕັ້ງເປັນຕົວແທນຂອງໄວໜຸ່ມລາວ ກຽມບິນຊີງມົງກຸດ ໃນເວທີລະດັບສາກົນ ໂດຍຜູ້ທີ່ໄດ້ຕໍາແໜ່ງອັນຊົງຄຸນຄ່ານີ້ ກໍບໍ່ແມ່ນໃຜອື່ນໄກ ສາວນ້ອຍໄວໜ້າຮັກທີ່ຫາກໍຄວ້າຕໍາແໜ່ງໄປໃໝ່ໆໝາດໆນີ້ເອງ ຍິນດີນໍາ ນ້ອງໂບ ວັນວິສາ ນາມເສນາ ທີ່ຫຼ້າສຸດຖືກປະກາດຢ່າງເປັນທາງການ ຈາກເພຈ Miss Teen International ເປັນ Miss Teen International Laos ຄົນໃໝ່ ແລະ ຈະໄດ້ເປັນຕົວແທນປະເທດລາວ ປະກວດ Miss Teen International 2023 ນີ້ເອງ.

ໂດຍນ້ອງໂບ ວັນວິສາ ນາມເສນາ ແມ່ນເປັນ Miss Teen Laos 2022 ປັດຈຸບັນອາຍຸ 17 ປີ ສັງກັດທີ່ Naga Studio ເຊິ່ງສາວງາມໄວໃສຄົນນີ້ແມ່ນໄດ້ເລີ່ມກ້າວເຂົ້າສູ່ວົງການການປະກວດຕັ້ງແຕ່ອາຍຸ 11 ປີເທົ່ານັ້ນ ແລະ ເວທີທໍາອິດຂອງນ້ອງທີ່ຮ່ວມປະກວດກໍຄື ເວທີ Laos Supermodel 2017 ໂດຍໃນຕອນນັ້ນເອງ ໂບ ແມ່ນໄດ້ຜ່ານຮອບ 50 ຄົນ ແລະ ຕໍ່ມາໃນປີ2019 ໂບ ໄດ້ມາປະກວດ Miss Teen Laos 2019 ເປັນເວທີນາງງາມເວທີທຳອິດທີ່ເຮັດໃຫ້ ໂບ ໄດ້ເຂົ້າຮອບເລິກເຖິງຮອບ 10 ຄົນສຸດທ້າຍ.

ຕໍ່ມາໃນປີ 2020 ຍ້ອນຄວາມມຸ່ງມານະພະຍາຍາມ ແລະ ມີ ຄວາມຝັນໃນການກ້າວເຂົ້າສູ່ວົງການບັນເທີງ ຈຶ່ງເຮັດໃຫ້ ໂບ ລົງປະກວດອີກຄັ້ງ ໃນເວທີ TKK Supermodel Contest 2020 ຈົນເຮັດໃຫ້ ໂບ ໄດ້ຮັບລາງວັນຮອງອັນດັບສອງ ແລະ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການເຂົ້າວົງການ ແລະ ຫຼ້າສຸດການປະກວດໃນເວທີ Miss Teen Laos 2022 ຄວາມຝັນຂອງນ້ອງໃນການເປັນນາງງາມກໍເປັນຈິງ ໄດ້ຮັບຕໍາແໜ່ງ Miss Teen Laos 2022 ແລະ ມາໃນປີ 2023 ນີ້ ຍ້ອນເຫັນໄດ້ໃນສັກກະຍະພາບ ແລະ ຄວາມສາມາດທີ່ນ້ອງມີ ໂບ ວັນວິສາ ຈຶ່ງໄດ້ຮັບການແຕ່ງຕັ້ງເປັນຕົວແທນປະເທດລາວປະກວດ Miss Teen International 2023 ທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 15 – 24 ມິຖຸນາ 2023 ນີ້.

ໂບ ມີຄະຕິປະຈຳໃຈຢູ່ວ່າ ‘’ ຢ່າຢ້ານທີ່ຈະລົ້ມເຫຼວ ແຕ່ຈົງຢ້ານຖ້າບໍ່ໄດ້ລົງມືເຮັດ ’’ ແລະ ການກັບມາເທື່ອນີ້ ສິ່ງທີ່ຢາກຈະສະແດງອອກສູ່ສາຍຕາທຸກຄົນແມ່ນ ການເຕັ້ນ, ຮ້ອງເພງ, ຟ້ອນ ແລະ ເດີນແບບ ຄິດວ່າຕົນເອງມີຈຸດເດັ່ນໃນເລື່ອງການເປັນຕົວຂອງຕົນເອງ ບໍ່ຢຸດທີ່ຈະພັດທະນາຕົວເອງ ໝັ້ນໃຈເຮັດທຸກຢ່າງໃຫ້ເຕັມທີ່ກັບມັນຊັດເຈນກັບທຸກສິ່ງ ນ້ອງໄດ້ຕັ້ງເປົ້າໝາຍທີ່ຊັດເຈນໄວ້ແລ້ວ ຈະສ້າງຝັນຂອງຕົນເອງໃຫ້ເປັນຈິງ ນີ້ແລະຄືສິ່ງທີ່ຈະເຮັດໃຫ້ນ້ອງຊະນະໃຈຄະນະກຳມະການ ແລະ ໄດ້ຕຳແໜ່ງ.

ກິດຈະກຳທີ່ມັກເຮັດເວລາວ່າງແມ່ນເປັນຄົນທີ່ມັກຢູ່ກັບຄອບຄົວຫຼາຍ ແລະ ຫຼີ້ນກີລາຕີດອກປີກ ໄກ່, ເຮັດອາຫານແບ່ງໃຫ້ຄົນໃນຊຸມຊົນດຽວກັນ ແລະ ຝຶກເຕັ້ນ. ສ່ວນຮູບແບບການແຕ່ງຕົວຂອງນ້ອງມັກແນວຫວານໆ ຜົນງານຜ່ານມາແມ່ນຮ່ວມເດີນແບບໃຫ້ ງານ better together charity ແລະ ໄດ້ຖ່າຍແບບຕ່າງໆ ຖ່າຍໂຄສະນາໃຫ້ທົ່ງຂັນຄຳມໍ ແລະ ອີກຫຼາຍໆຜົນງານນຳອີກດ້ວຍ.
ທ້າຍນີ້, ທີມຂ່າວບັນເທີງກໍຕ້ອງຂໍຝາກແຟນໆຊ່ວຍເປັນກຳລັງໃຈ ໃຫ້ສາວໄວໃສຍິ້ມມີສະເໜ່ຄົນນີ້ແດ່ເດີ ເພື່ອໃຫ້ສາຍສະພາຍລາວງາມສະຫງ່າເທິງເວທີສາກົນ ຊ່ອງທາງການຕິດຕາມຜົນງານໄດ້ທີ່ ເຟສບຸ໊ກ Bow Vanvisa.