ສາຍການບິນ ຫວຽດນາມ ເປີດຖ້ຽວບິນ ຮາໂນ້ຍ – ມຸມໄບ 4 ຖ້ຽວຕໍ່ອາທິດ

88

VTV.vn ລາຍງານວ່າ: ສາຍການບິນຫວຽດນາມ ( Vietnam Airlines ) ໄດ້ຈັດພິທີເປີດຖ້ຽວບິນລະຫວ່າງ ຮາໂນ້ຍ – ມຸມໄບ ປະເທດອິນເດຍ ທີ່ເປັນເສັ້ນທາງທີ 2 ຂອງສາຍການບິນຫວຽດນາມ ທີ່ເຊື່ອມຕໍ່ກັບ ອິນເດຍ ຕໍ່ຈາກຖ້ຽວບິນກົງສູ່ນະຄອນຫຼວງນິວເດນລີ.

ເມື່ອວັນທີ 20 ພຶດສະພາຜ່ານມາ: ສາຍການບິນຫວຽດນາມ ໄດ້ເປີດຖ້ຽວບິນເຊື່ອມຕໍ່ 2 ຖ້ຽວບິນໄປ ແລະ ກັບຈາກ ຮາໂນ້ຍ ຫາ ມຸມໄບ ເຊິ່ງມີຜູ້ໂດຍສານເກືອບ 400 ຄົນ ໂດຍເວລາອອກເດີນທາງຈາກຮາໂນ້ຍ 18:20 ໂມງ ແລະ ຮອດມຸມໄບ ເວລາ 21:22 ໂມງ ໃນວັນດຽວກັນຕາມເວລາທ້ອງຖິ່ນ.

ສາຍການບິນຫວຽດນາມ ຈະບິນໄປມຸມໄບ 4 ຖ້ຽວຕໍ່ອາທິດ ຈາກຮາໂນ້ຍ ໃນວັນອັງຄານ, ພະຫັດ, ເສົາ ແລະ ວັນອາທິດ ເຊິ່ງເປັນເສັ້ນທາງທີ 2. ສ່ວນເສັ້ນທາງທີ 1 ແມ່ນຈາກ ນະຄອນໂຮ່ຈິມິນ ມີ 3 ຖ້ຽວໃນແຕ່ລະອາທິດ ຄື ວັນຈັນ, ພຸດ ແລະ ສຸກ.

ທ່ານ ຈິ້ງ ຫງອກ ແທັ້ງ ຮອງຜູ້ອຳນວຍການສາຍການບິນຫວຽດນາມ ກ່າວວ່າ: ເສັ້ນທາງການບິນໃໝ່ທີ່ເຊື່ອມຕໍ່ກັບ ມຸມໄບ ເປັນສູນກາງການເງິນ, ການຄ້າ ແລະ ວັດທະນະທໍາທີ່ສໍາຄັນທີ່ສຸດຂອງອິນເດຍ ເຊິ່ງສາຍການບິນຫວຽດນາມ ກໍໄດ້ສະແດງເຖິງຄວາມມຸ່ງໝັ້ນໃນການຂະຫຍາຍຢ່າງຕໍ່ເນື່ອງ ເພື່ອພັດທະນາເສັ້ນທາງການບິນໃຫ້ຜູ້ໂດຍສານມີທາງເລືອກທີ່ຫຼາກຫຼາຍ ໃນການເດີນທາງເພື່ອທຸລະກິດ ແລະ ການທ່ອງທ່ຽວ. ຫວັງວ່າເສັ້ນທາງການບິນທີ່ເປີດໃໝ່ນີ້ ຈະປະກອບສ່ວນສຳຄັນໃນການຮ່ວມທະວິພາຄີ ແລະ ພັດທະນາເສດຖະກິດຢ່າງຍືນຍົງ.