ກະຊວງການເງິນ ແລະ ບໍລິສັດ DBA Global Shared Services Inc ເຊັນສັນຍາການຈັດຊື້-ຈັດຈ້າງລະບົບ IFMIS

90

ໃນວັນທີ 28 ເມສາ 2023 ນີ້, ກະຊວງການເງິນ ແລະ ບໍລິສັດ DBA Global Shared Services Inc ໄດ້ລົງນາມເຊັນສັນຍາການຈັດຊື້-ຈັດຈ້າງລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (IFMIS) ໃນມູນຄ່າທັງໝົດ 6.055.200 ໂດລາສະຫະລັດ.

May be an image of 6 people and text
ໂດຍຕາງໜ້າກະຊວງການເງິນເຊັນຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ Mr. Alec Tucker – Chief Technology Officer (CTO) ຜູ້ອໍານວຍການບໍລິສັດ DBA Global Shared Services Inc, ມີຜູ້ຕາງໜ້າຈາກທະນາຄານໂລກ ປະຈໍາລາວ, ຫ້ອງການສະຫະພາບເອີຣົບປະຈໍາລາວ, ຄະນະຜູ້ ອຳນວຍການບໍລິສັດ ແລະ ຕາງໜ້າບັນດາກົມກອງອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

May be an image of 12 people and text
ການສັນຍາການຈັດຊື້-ຈັດຈ້າງລະບົບ IFMIS ໃນຮູບແບບເປີດກວ້າງສາກົນ, ຊຶ່ງລະບົບດັ່ງກ່າວແມ່ນນອນໃນອົງປະກອບໜຶ່ງ ແລະ ເປັນອົງປະກອບຫຼັກໃນແຜນວຽກຂອງໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS), ຊຶ່ງໄດ້ຮັບເງິນກູ້ຢືມຈາກທະນາຄານໂລກນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ, ໂຄງການ E-FITS ກໍ່ເປັນໂຄງການໜຶ່ງໃນການຈັດຕັ້ງປະຕິບັດຜັນຂະຫຍາຍວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາຂະແໜງ ການເງິນຮອດປີ 2025 ເພື່ອເຮັດໃຫ້ຂະແໜງການເງິນແຫ່ງລັດກ້າວສູ່ລະບົບຄຸ້ມຄອງການເງິນແຫ່ງລັດທີ່ມີຄວາມເຂັ້ມ ແຂງ, ໂປ່ງໃສ, ທັນສະໄໝ ແລະ ຍຸຕິທຳ.

May be an image of 9 people, people studying and text
ສຳລັບການຫັນເປັນທັນສະໄໝການຄຸ້ມຄອງຂໍ້ມູນຂ່າວສານການເງິນ, ເພື່ອເຮັດໃຫ້ສາມາດມີຂໍ້ມູນທີ່ລະອຽດ, ສອດຄ່ອງກັບແນວທາງດ້ານນະໂຍບາຍ, ການຄຸ້ມຄອງມີປະສິດທິພາບ, ມີຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ, ເພື່ອກ້າວເຂົ້າສູ່ການຄຸ້ມຄອງການເງິນແຫ່ງລັດ ຕາມມາດຕະຖານສາກົນ, ເຮັດໃຫ້ການວິເຄາະ, ການກຳນົດນະໂຍບາຍທາງດ້ານການເງິນມີຄວາມຊັດເຈນ ແລະ ສອດຄ່ອງກັບສະພາວະຕົວຈິງມີຄວາມຍຸຕິທໍາ ແລະສາມາດຕອບສະໜອງໄດ້ທິດທາງ-ນະໂຍບາຍລວມຂອງລັດຖະບານທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເປັນແຕ່ລະໄລຍະ.

May be an image of 5 people and text
ສະນັ້ນ, ກະຊວງການເງິນເຫັນໄດ້ຄວາມສຳຄັນຂອງການນຳໃຊ້ລະບົບທີ່ທັນສະໄໝໃນການຄຸ້ມຄອງຂໍ້ມູນຂ່າວ ສານການເງິນແຫ່ງລັດ, ຈຶ່ງມີຈຸດປະສົງໃນການຈັດຊື້-ຈັດຈ້າງລະບົບ (IFMIS) ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກດຳເນີນຂະບວນການຈັດຊື້-ຈັດຈ້າງໃນຄັ້ງນີ້, ໂດຍຜ່ານຂະບວນການຈັດຊື້-ຈັດຈ້າງໃນຮູບແບບເປີດກວ້າງສາກົນ, ເພື່ອຈັດຊື້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ແລະ ຜ່ານຂັ້ນຕອນການປະເມີນການຈັດຊື້-ຈັດຈ້າງຕາມລະບຽບ ການຈັດຊື້-ຈັດຈ້າງ ຂອງທະນາຄານໂລກ ໃນນາມຜູ້ໃຫ້ທຶນ ແລະ ຄຽງຄູ່ກັບລະບຽບຈັດຊື້-ຈັດຈ້າງຂອງລັດ.

ສຳລັບການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ແມ່ນຕິດພັນກັບຫຼາຍພາກສ່ວນນັບແຕ່ຂອດການສ້າງແຜນງົບປະມານ, ການຈັດຕັ້ງປະຕິບັດແຜນງົບປະມານ ແລະ ການສະຫຼຸບລາຍງານຮຽກຮ້ອງໃຫ້ບັນດາກົມທີ່ກ່ຽວຂ້ອງ ບໍ່ວ່າທາງກົງ ຫຼື ທາງອ້ອມກໍຄືຄະນະຕ່າງໆທີ່ຖືກແຕ່ງຕັ້ງໃຫ້ປະຕິບັດໂຄງການຕ້ອງໄດ້ເປັນເຈົ້າການ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດວຽກງານໂຄງການທີ່ໄດ້ຮັບມອບໝາຍໂດຍມີການປະສານງານເຊິ່ງກັນ ແລະກັນໃຫ້ສຳເລັດຜົນຕາມລະດັບຄາດໝາຍ, ກຳນົດເວລາ ແລະ ບັນລຸວັດຖຸປະສົງຫຼັກຂອງໂຄງການນໍາອີກດ້ວຍ.

May be an image of 12 people and text

ສຳລັບຂະບວນການຈັດຊື້-ຈັດຈ້າງໃນຮູບແບບເປີດກວ້າງສາກົນ ແລະຜ່ານຂັ້ນຕອນການປະເມີນການຈັດຊື້-ຈັດຈ້າງ, ໄດ້ມີ 6 ບໍລິສັດທີ່ສົນໃຈຍື່ນໜັງສືສະແດງຄວາມສົນໃຈ,ຜ່ານການປະເມີນລະອຽດກ່ຽວກັບບັນດາຄຸນນະວຸດ ແລະ ປະສົບການທີ່ກຽ່ວຂ້ອງຂອງທັງ 6 ບໍລິສັດ,ຊຶ່ງເຫັນວ່າມີພຽງ 1 ບໍລິສັດຄື: ບໍລິສັດ DBA Global Share Services Inc ທີ່ມີເງື່ອນໄຂຄົບຖ້ວນຕາມຄວາມຕ້ອງການທີ່ກຳນົດໄວ້ຕາມລະບຽບຫຼັການໃນເອກະສານການປະມູນ. ສະນັ້ນ, ກະຊວງການເງິນ ແລະ ບໍລິສັດ DBA Global Shared Services Inc ໄດ້ເຊັນສັນຍາການຈັດຊື້-ຈັດຈ້າງລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (IFMIS) ເພື່ອດຳເນີນຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລະບຽບການຈັດຊື້-ຈັດຈ້າງຂອງທະນາຄານໂລກ ແລະ ພິຈາລະນາອອກຂໍ້ຕົກລົງຮັບຮອງເອົາບໍລິສັດ DBA Global Share Services Inc ເປັນບໍລິສັດທີ່ມີເງື່ອນໄຂທາງດ້ານເຕັກນິກ ແລະ ຄຸນນະວຸດທີ່ສຸດໃນການປະມູນດັ່ງກ່າວ.