ຄຶກຄື້ນ ຂົວມິດຕະພາບລາວ-ໄທ2 ແຮງງານລາວທະຍອຍກັບບ້ານຫຼິ້ນສົງການກັບຄອບຄົວ

161

ພໍ່ແມ່ປະຊາຊົນລາວທົ່ວທຸກສາລະທິດເປັນຈັ່ງໃດ ໄດ້ເວລາກັບບ້ານກັບຊ່ອງແລ້ວ ທ່ານມີແຜນກັບເມືອຢາມຄອບຄົວຫຼືບໍ? ມື້ນີ້ທີມຂ່າວພວກເຮົານຳເອົາບັນຍາກາດການກັບບ້ານຂອງພີ່ນ້ອງລາວທີ່ໄປເຮັດວຽກຢູ່ໄທມາຝາກ ບັນຍາກາດຄືກຄື້ນສົມຄວນ, ຂົວມິດຕະພາບລາວ-ໄທ2 ໜາແໜ້ນເປັນພິເສດ.

No photo description available.

ບຸນປີໃໝ່ລາວຍັງອີກບໍ່ເທົ່າໃດວັນຂ້າງໜ້ານີ້ແລ້ວ ສຳລັບຜູ້ທີ່ເຮັດວຽກຢູ່ຕ່າງແຂວງ ຫຼື ຕ່າງປະເທດ ກໍຖືວ່າຊ່ວງເວລາທີ່ຈະໄດ້ເດີນທາງກັບບ້ານເກີດເມືອງນອນ ເພື່ອກັບມາສະເຫຼີມສະຫຼອງບຸນປີໃໝ່ຮ່ວມກັບຄອບຄົວ, ຍາດຕິພີ່ນ້ອງຢ່າງມ່ວນຊື່ນ ໂດຍສະເພາະບັນດາແຮງງານຄົນລາວເຮົາທີ່ໄດ້ເດີນທາງໄປເຮັດວຽກຢູ່ປະເທດໄທ ຕາມລາຍງານໃນວັນທີ 10 ເມສາ 2023 ນີ້ ທີ່ຂົວມິດຕາພາບລາວ-ໄທແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ເຫັນວ່າໄດ້ມີປະຊາຊົນລາວ ຫຼື ແຮງງານຄົນລາວທີ່ໄປເຮັດວຽກຢູ່ໄທ ໄດ້ພາກັນທະຍອຍເດີນທາງກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນ ຢ່າງຄັບຄາໜາແໜ້ນ.

May be an image of 14 people and crowd
ອີງຕາມການລາຍງານຂອງສຳນັກຂ່າວໄທ ຕາມຂໍ້ມູນການເດີນທາງຂອງດ່ານກວດຄົນເຂົ້າເມືອງມຸກດາຫານ ເຫັນວ່າໃນວັນທີ 10 ເມສານີ້ ມີແຮງງານຄົນລາວເດີນທາງກັບຜ່ານທາງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ2 ສະຫວັນນະເຂດ-ມຸກດາຫານ ປະມານ 600 ກວ່າຄົນ ແລະ ມີແນວໂນ້ມເພີ່ມຂຶ້ນ ເຊິ່ງທາງເຈົ້າໜ້າທີ່ກໍໄດ້ມີການຈັດສັນເຈົ້າໜ້າທີ່ຕຳຫຼວດເພື່ອກວດສອບ ແລະ ອຳນວຍຄວາມສະດວກ ພ້ອມກັບເພີ່ມມາດຕະການກວດສອບຢ່າງເຂັ້ມງວດ ໃນການເດີນທາງ, ການປ້ອງກັນການກະທຳຜິດກົດໝາຍ.

May be an image of 9 people and hospital
ໂດຍຄາດວ່າປີນີ້ຈະມີແຮງງານຄົນລາວເດີນທາງກັບຫຼາຍກວ່າທຸກປີ ເພາະຫຼັງຈາກພະຍາດໂຄວິດລະບາດທີ່ຜ່ານມາ ມີແຮງງານຄົນລາວຈຳນວນຫຼາຍບໍ່ໄດ້ມີໂອກາດກັບບ້ານເກີດເມືອງນອນເລີຍ ຈຶ່ງຖືໂອກາດດັ່ງກ່າວນີ້ເດີນທາງກັບເພື່ອສະເຫຼີມສະຫຼອງປີໃໝ່ຢູ່ລາວ.