ມອບລາງວັນ ພ້ອມໃບຍ້ອງຍໍໃຫ້ວິສາຫະກິດ ທີ່ປະຕິບັດພັນທະອາກອນດີເດັ່ນ

140

ເປັນສິ່ງທີ່ແນ່ນອນຢູ່ແລ້ວສຳລັບຜູ້ປະກອບການກໍ່ຄືຫົວໜ່ວຍທຸລະກິດທີ່ ທີ່ປະພຶດປະຕິບັດດີ ມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກໍ່ຄືປະເທດຊາດ ຕ້ອງຍ້ອງຍໍເປັນຂວັນກຳລັງໃຈໃຫ້ວິສາຫະກິດເຫຼົ່ານັ້ນຮັກສາມູນເຊື້ອທັງເປັນແບບຢ່າງໃຫ້ກັບຫົວໜ່ວຍທຸລະກິດອື່ນ.

No description available.
ໃນວັນທີ 5 ເມສາ 2023 ນີ້, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດພິທີມອບ ລາງວັນ ແລະ ໃບຍ້ອງຍໍໃຫ້ບັນດາວິສາຫະກິດທີ່ປະຕິບັດມອບພັນທະອາກອນດີເດັ່ນເຂົ້າງົບປະມານແຫ່ງລັດ ປະຈຳປີ 2021 ທັງໝົດ 199 ຫົວໜ່ວຍທີ່ຂຶ້ນກັບກົມສ່ວຍສາອາກອນຄຸ້ມຄອງ, ໂດຍການເປັນກຽດມອບລາງວັນ-ໃບຍ້ອງຍໍທຸລະກິດດີເດັ່ນປະເພດ I ຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ; ມອບໃບຍ້ອງຍໍດີເດັ່ນປະເພດ II ຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີຫົວໜ້າຫ້ອງການກະຊວງການເງິນ,ຕາງໜ້າຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ອໍານວຍການ, ຮອງຜູ້ອໍານວຍການ, ຕາງໜ້າຫົວໜ່ວຍທຸລະກິດ, ຄະນະພະແນກອ້ອມຂ້າງກົມສ່ວຍສາອາກອນ ແລະ ພະນັກງານວິຊາການເຂົ້າຮ່ວມ.

No description available.
ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານໂດຍສັງເຂບກ່ຽວກັບການມອບລາງວັນ ແລະ ໃບຍ້ອງຍໍໃຫ້ບັນດາວິສາຫະກິດໃນຄັ້ງນີ້ວ່າ: ເປັນຈຸດເລີ່ມຕົ້ນໃນການສ້າງມາດຕະຖານ, ການສ້າງຄວາມຕື່ນຕົວ ແລະ ເປັນການຍ້ອງຍໍໃຫ້ບັນດາຫົວໜ່ວຍວິສາຫະກິດທີ່ປະກອບສ່ວນເຂົ້າໃນການມອບພັນທະອາກອນໃຫ້ແກ່ລັດຖະບານ, ເພື່ອສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ພ້ອມດຽວກັນນີ້, ຍັງເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດທີ່ໄດ້ປະກອບ ສ່ວນໃນການສ້າງສາພັດທະນາປະເທດຊາດ, ຊຶ່ງກົມສ່ວຍສາອາກອນ, ຈະສືບຕໍ່ຂະຫຍາຍໄປໃນຂອບເຂດທົ່ວປະເທດ, ເພື່ອໃຫ້ເປັນມາດຖານໃນການຍົກລະດັບໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະໄດ້ດີ, ຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນມອບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງຄົບຖ້ວນ.

No description available.
ສໍາລັບການຍ້ອງຍໍດັ່ງກ່າວໃນປີຜ່ານມາເຫັນວ່າມີຜົນຕອບຮັບເປັນຢ່າງດີ, ຊຶ່ງບັນດາຫົວໜ່ວຍທຸລະກິດມີຄວາມຕື່ນຕົວ, ປັບປຸງທຸລະກິດຕົນເອງຫຼາຍຂຶ້ນໃນການປະຕິບັດລະບຽບກົດໝາຍ ແລະ ຮັກສາມາດຕະຖານຕົນເອງໃນການປະກອບສ່ວນພັນທະອາກອນ, ຊຶ່ງກົມສ່ວຍສາອາກອນ, ໄດ້ຄົ້ນຄວ້າ, ກຳນົດມາດຕະຖານໄວ້ຢູ່ 4 ເງື່ອນໄຂດັ່ງນີ້: ວິສາຫະກິດທີ່ມີການແຈ້ງ-ມອບອາກອນປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນໃນປີ 2021; ວິສາຫະກິດທີ່ມາຍື່ນບົດລາຍງານການເງິນ ປະຈຳປີ 2020; ບໍ່ມີຫນີ້ຄ້າງມອບໃນລະບົບ TaxRIS ແລະ ຈາກບົດບັນທຶກກວດກາໃນປີ 2021; ບໍ່ມີປັບໃໝຊັກຊ້າຈາກການແຈ້ງມອບອາກອນປົກກະຕິ, ລວມມີທັງໝົດ 154 ຫົວໜ່ວຍໄດ້ຮັບການຍ້ອງຍໍດີເດັ່ນປະເພດ 1 ໄດ້ຮັບໂລລາງວັນ ແລະ ໃບຍ້ອງຍໍຂັ້ນກະຊວງ; ຍ້ອງຍໍດີເດັ່ນປະເພດ 2 ແມ່ນວິສາຫະກິດມີການປະຕິບັດ 3 ໃນ 4 ເງື່ອນໄຂມີທັງໝົດ 45 ຫົວໜ່ວຍໄດ້ຮັບໃບຍ້ອງຍໍດີເດັ່ນຈາກກົມສ່ວຍສາອາກອນ.

No description available.
ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນທິດຊີ້ນຳໂອ້ລົມວ່າ:
ການມອບລາງວັນ ແລະ ໃບຍ້ອງຍໍໃຫ້ວິສາຫະກິດທີ່ປະຕິບັດກົດໝາຍ ແລະ ພັນທະອາກອນດີເດັ່ນປະຈຳປີ 2021ທີ່ມີຄວາມໝາຍຄວາມສຳຄັນໂດຍກະຊວງການເງິນໄດ້ຄົ້ນຄວ້າ ແລະ ຍ້ອງຍໍຕໍ່ຫົວໜ່ວຍວິສາຫະກິດທີ່ໄດ້ປະຕິບັດກົດໝາຍ ແລະ ພັນທະອາກອນດີເດັ່ນ ປະຈຳປີ 2021 ມີຈຳນວນ 199 ຫົວໜ່ວຍ, ຊຶ່ງເປັນບໍລິສັດທີ່ຜ່ານເງື່ອນໄຂ-ມາດຖານ, ມີຄວາມຕື່ນຕົວປະກອບສ່ວນຢ່າງຕັ້ງໜ້າໃນການມອບອາກອນ ແລະ ພັນທະຕ່າງໆເຂົ້າງົບປະມານແຫ່ງລັດ, ເນື່ອງຈາກວ່າຫົວໜ່ວຍວິສາຫະກິດມີບົດບາດສຳຄັນທີ່ສຸດໃນການຂັບເຄື່ອນການຂະຫຍາຍຕົວທາງດ້ານເສດຖະກິດ.

No description available.

ນອກຈາກເປັນຖານລາຍຮັບສຳຄັນຂອງງົບປະມານແຫ່ງລັດແລ້ວ, ຍັງມີບົດບາດສຳຄັນໃນການສ້າງວຽກເຮັດງານທຳ, ສ້າງລາຍໄດ້, ເປັນການປະກອບສ່ວນສຳຄັນໃນການດັດສົມເສດຖະກິດມະຫາພາກ. ຊຶ່ງບັນດາເງື່ອນໄຂ ແລະ ມາດຖານທີ່ກະຊວງການເງິນໄດ້ກຳນົດເພື່ອເປັນຕົວຊີ້ວັດໃນການຍ້ອງຍໍແມ່ນໄດ້ກຳນົດໃນກົດຫມາຍຄຸ້ມຄອງສ່ວຍສາອາກອນ, ເຫັນວ່າເປັນມາດຖານພື້ນຖານຂອງຜູ້ເສຍອາກອນຕ້ອງໄດ້ປະຕິບັດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສ່ວຍສາອາກອນທັງ 4 ກົດໝາຍ (ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ).

No description available.

ການຍ້ອງຍໍເປັນການກະຕຸກຊຸກຍູ້ບັນດາຫົວໜ່ວຍວິສາຫະກິດທີ່ຍັງປະຕິບັດພັນທະບໍ່ໄດ້ດີໂດຍໃຫ້ວິສາຫະກິດດີເດັ່ນທີ່ໄດ້ຮັບລາງວັນ ແລະ ຍ້ອງຍໍຄັ້ງນີ້ເປັນຕົວແທນແບບຢ່າງໃນການກະຕຸ້ນວິສາຫະກິດດັ່ງກ່າວຫັນເຂົ້າມາສູ່ການດໍເນີນທຸລະກິດຕາມກົດຫມາຍ ແລະ ລະບຽບການທີ່ກຳນົດໄວ້.