ພາຫະນະຂອງນາງສັງຂານຫຼວງພະບາງສຳເລັດແລ້ວກວ່າເຄິ່ງ ຕ້ອງເລັ່ງມືໃຫ້ແລ້ວທັນໃນມື້ແຫ່ຫວໍ່

99

ການສ້າງຮຸ່ນຈຳລອງມະຫີງສາ ຫຼື ຄວາຍ ທີ່ເປັນພາຫະນະ ຂອງນາງສັງຂານນຳໃຊ້ໃນມື້ແຫ່ຫວໍ່ ເປັນອີກວຽກງານໜື່ງທີ່ຄະນະຮັບຜິດຊອບ ຈັດງານບຸນປີໃໝ່ລາວ ຢູ່ນະຄອນຫຼວງພະບາງ ໄດ້ເອົາໃຈໃສ່ປະຕິບັດໃນແຕ່ລະປີ ສະເພາະປີນີ້ ແມ່ນຮຸ່ນຈຳລອງໂຕຄວາຍ ເປັນພາຫະນະຂອງນາງສັງຂານ ທີ່ຊົງພະນາມວ່າ: ກິມິທາເທວີ, ເຊີ່ງການສ້າງຮຸ່ນຈຳລອງໃນແຕ່ລະປີ ແມ່ນຄູ-ອາຈານ ພາຍໃນວິທະຍາໄລວິຈິດສີນພື້ນເມືອງຫຼວງພະບາງ ເປັນຜູ້ຮັບຜິດຊອບສ້າງ.

May be an image of 4 people

ທ່ານ ແສງດາກອນ ວົງສາ ຫົວໜ້າພາກວິຊາວິຈິດຕະກຳ ວິທະຍາໄລວິຈິດສີນພື້ນເມືອງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ເບື້ອງຕົ້ນໄດ້ເລີ້ມອອກແບບໃນຕົ້ນເດືອນມີນາ ຈາກນັ້ນ ໄດ້ຜ່ານແບບກັບຄະນະນຳນະຄອນ ແລະໄດ້ຮັບການສະໜອງງົບປະມານເບື້ອງຕົ້ນ ເພື່ອດຳເນີນການກໍ່ສ້າງຮຸ່ນຈຳລອງ ເຊີ່ງໄດ້ເລີ້ມລົງມືມາແຕ່ ວັນທີ່ 25 ມີນາ 2023 ໜ້າວຽກທີ່ໄດ້ປະຕິບັດໄດ້ຕີໂຄງໄມ້ ໂອບດ້ວຍໂຄງເຫຼັກ ໃຫ້ເປັນຮູບຊົງໂຕຄວາຍ ຈາກນັ້ນໄດ້ເລີ້ມຕິດເຈ້ຍສາ ມາຮອດ ວັນທີ 31 ມີນາ 2023 ແມ່ນສຳເລັດ 60%.

May be an image of 1 person, sitting and indoor

ສຳລັບໜ້າວຽກຈະສືບຕໍ່ ຈະມີການເກັບລາຍລະອຽດ-ຕົບແຕ່ງຮຸ່ນຈຳລອງ, ລະບາຍສີ, ແຕ້ມສາກໜ້າລົດ, ຕິດຕັ້ງຮຸ່ນຈຳລອງໃສ່ລົດແຫ່ຂະບວນ ແລະກວດກາຄວາມລະອຽດ ທຸກຢ່າງ ເຊີ່ງໜ້າວຽກທັງໝົດ ຈະໃຫ້ສຳເລັດໃນວັນທີ່ 11 ເມສາ 2023.

May be an image of 11 people and outdoors
ສຳລັບຂະບວນແຫ່ນາງສັງຂານ ຈະມີການປະກອບເຂົ້າ ໃນຂະບວນແຫ່ຫວໍ່ໃນມື້ສັງຂານເນົາ ແລະມື້ສັງຂານຂື້ນປີໃໝ່ ໃນນັ້ນ ມື້ສັງຂານເນົາ ຄື ວັນທີ່ 15 ເມສາ ຈະມີຂະບວນແຫ່ຫວໍ່ຈາກວັດທາດນ້ອຍ ໄປຫາວັດຊຽງທອງ ສ່ວນມື້ສັງຂານຂື້ນປີໃໝ່ ຄື ວັນທີ 16 ເມສາ ຈະມີຂະບວນແຫ່ຫວໍ່ຈາກວັດຊຽງທອງ ຫາວັດທາດນ້ອຍ.