ຍີ່ປຸ່ນ ອາດຂາດແຄນແຮງງານເຖິງ 11 ລ້ານກວ່າຄົນ ໃນປີ 2040

39

ຜົນການສຶກສາຂອງສະຖາບັນ Recruit Works Institute ຫຼ້າສຸດ ເປີດເຜີຍວ່າ: ຍີ່ປຸ່ນ ອາດຈະປະເຊີນກັບການຂາດແຄນແຮງງານສູງເຖິງ 11 ລ້ານກວ່າຄົນ ພາຍໃນປີ 2040 ໂດຍຄາດວ່າປະຊາກອນໃນໄວເຮັດວຽກຈະຫຼຸດລົງເຫຼືອພຽງແຕ່ 59,8 ລ້ານຄົນ ຫຼື ຫຼຸດລົງ 20% ເມື່ອທຽບໃສ່ປີ 2020, ປັດຈຸບັນຍີ່ປຸ່ນກຳລັງປະເຊີນກັບບັນຫາສັງຄົມຜູ້ອາຍຸສູງ ແລະ ອາຍຸສະເລ່ຍຂອງປະຊາກອນສູງເປັນອັນດັບ 2 ຂອງໂລກ.

อาจเป็นรูปภาพของ 8 คน, ผู้คนกำลังยืน, ผู้คนกำลังเดิน และ ถนน

ຜົນການສຶກສາພົບວ່າ: ການຂາດແຄນແຮງງານມີທ່າອ່ຽງຮຸນແຮງຂຶ້ນ ໂດຍສະເພາະແຮງງານຂະແໜງຂົນສົ່ງ, ການກໍ່ສ້າງຕະຫຼອດຮອດການດູແລສຸຂະພາບ ເນື່ອງຈາກປະຊາກອນຜູ້ອາຍຸສູງເພີ່ມຂຶ້ນ. ຜົນການສຶກສາຍັງເນັ້ນຢ້ຳເຖິງ ຄວາມທ້າທາຍດ້ານເສດຖະກິດທີ່ຍີ່ປຸ່ນຕ້ອງປະເຊີນ ເນື່ອງຈາກວ່າປະຊາກອນໃນໄວເຮັດວຽກຫຼຸດລົງ. ໃນຂະນະທີ່ຜູ້ອາຍຸສູງເພີ່ມຂຶ້ນ ເຊິ່ງເປັນອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ – ສັງຄົມຂອງຍີ່ປຸ່ນ.

อาจเป็นรูปภาพของ 1 คน และ ถนน