ຂໍ້ຕົກລົງການຄ້າເສລີ ອິດສະຣາແອນ – ອາຣັບເອເມເຣັດ ມີຜົນບັງຄັບໃຊ້

49

ສຳນັກຂ່າວ ຊິນຫົວລາຍງານວ່າ: ຂໍ້ຕົກລົງການຄ້າເສລີ ລະຫວ່າງ ອິດສະຣາແອນ – ອາຣັບເອເມເຣັດ ( UAE ) ເລີ່ມມີຜົນບັງຄັບໃຊ້ ເມື່ອວັນທີ 26 ມີນາຜ່ານມາ.

ไม่มีคำอธิบายรูปภาพ

ຂໍ້ຕົກລົງດັ່ງກ່າວ ເປັນຂໍ້ຕົກລົງທາງເສດຖະກິດສະບັບທຳອິດທີ່ອິດສະຣາແອນ ໄດ້ບັນລຸຮ່ວມກັບໜຶ່ງໃນບັນດາປະເທດອາຣັບ ໂດຍເຈົ້າໜ້າທີ່ທັງສອງຝ່າຍ ຮ່ວມລົງນາມໃນຂໍ້ຕົກລົງທາງພາສີ ສົ່ງຜົນໃຫ້ຂໍ້ຕົກລົງການຄ້າເສລີທີ່ລົງນາມ ເມື່ອເດືອນພຶດສະພາ ປີ 2022 ມີຜົນບັງຄັບໃຊ້ ເຊິ່ງຄາດການວ່າ: ຂໍ້ຕົກລົງເບື້ອງຕົ້ນຈະຫຼຸດພາສີ, ຄ່າຄອງຊີບ ແລະ ເພີ່ມປະລິມານທຸລະກິດ

ไม่มีคำอธิบายรูปภาพ

ລະຫວ່າງ ສອງປະເທດ ໂດຍ ບໍລິສັດຂອງ ອິດສະຣາແອນ ຈະສາມາດເຂົ້າເຖິງການປະມູນລາຄາຂອງລັດຖະບານອາຣັບເອເມເຣັດ ເຊິ່ງເປັນຫຸ້ນສ່ວນທາງການຄ້າຂະໜາດໃຫຍ່ອັນດັບ 16 ຂອງອິດສະຣາແອນ ດ້ວຍມູນຄ່າການຄ້າທະວິພາຄີ ຫຼາຍກວ່າ 2,5 ຕື້ໂດລາສະຫະລັດ ໃນປີ 2022.