ລັດຖະມົນຕີກະຊວງການເງິນ ເນັ້ນຂະແໜງສ່ວຍສາອາກອນ ຕ້ອງໄດ້ເອົາໃຈໃສ່ຕື່ມ ຕໍ່ວຽກງານວິຊາສະເພາະ

56

ໃນວັນທີ 14 ກຸມພາ 2023, ກົມສ່ວຍສາອາກອນ ໄດ້ຈັດກອງປະຊຸມລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ພ້ອມດ້ວຍຮອງກົມ, ຕາງໜ້າຈາກຫ້ອງການ ກະຊວງການເງິນ ແລະ ພະນັກງານຫຼັກແຫຼ່ງຂອງກົມສ່ວຍສາອາກອນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນ ໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນວຽກງານກົງຈັກການຈັດຕັ້ງ-ບຸກຄະລາກອນຂອງກົມ, ວຽກຄຸ້ມຄອງການເກັບລາຍຮັບ, ວຽກງານຫັນເປັນທັນສະໄໝ, ທິດທາງ ແລະ ມາດຕະການຈັດຕັ້ງປະຕິບັດ ໃນຕໍ່ໜ້າ, ພ້ອມທັງສະເໜີ ປັບປຸງກົງຈັກການຈັດຕັ້ງ ກໍຄືກົນໄກການຍົກຍ້າຍ ພະນັກງານວິຊາການ ແລະ ຂັ້ນຂະແໜງ ຢູ່ຂັ້ນທ້ອງຖິ່ນ ແລະ ປັບປຸງພາລະບົດບາດຂັ້ນຂະແໜງ ຢູ່ທ້ອງຖິ່ນ ເພື່ອຄວາມສະດວກໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໂອການດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ພະນັກງານຫຼັກແຫຼ່ງຂະແໜງສ່ວຍສາອາກອນ ຕ້ອງໄດ້ເອົາໃຈໃສ່ຕື່ມ ຕໍ່ວຽກງານວິຊາສະເພາະ ໃຫ້ຖືກຕ້ອງຕາມພາລະບົດບາດ, ຮັບປະກັນວຽກງານເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ, ສ້າງກົນໄກໃນການເຮັດວຽກ ແລະ ການປະສານງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ສະດວກຂຶ້ນກວ່າເກົ່າ. ພະນັກງານວິຊາສະເພາະຂອງສູນກາງ ຕ້ອງລົງປະຕິດບັດວຽກງານ ຮ່ວມກັບທ້ອງຖິ່ນ ພ້ອມທັງເຜີຍແຜ່ບັນດານິຕິກໍາທີ່ຕິດພັນ ໃຫ້ບັນດາເມືອງ-ແຂວງ ກໍຄືພະນັກງານຂະແໜງສ່ວຍສາອາກອນ ແລະ ບັນດາວິສາຫະກິດ ເພື່ອແກ້ໄຂບັນດາບັນຫາ, ຂໍ້ຄົງຄ້າງ ໃຫ້ໄດ້ຕາມລະດັບຂາດໝາຍ. ນອກນີ້, ທ່ານ ລັດຖະມົນຕີ ຍັງໄດ້ຢ້ຽມຊົມ ລະບົບການຄຸ້ມຄອງວຽກງານຫັນເປັນທັນສະໄໝ (TaxRis) ອີກດ້ວຍ.