ນັກທ່ອງທ່ຽວຈີນຫຼາຍ ບໍລິສັດແດນມັງກອນສະແດງເຈດຈຳນົງຢາກເປັນສ່ວນໜຶ່ງສົ່ງເສີມການທ່ອງທ່ຽວລາວ

119

ພວກເຮົາທຸກຄົນເຂົ້າໃຈດີວ່າ ສປ ຈີນ ບໍ່ເປັນພຽງປະເທດເພື່ອນມິດຍຸດທະສາດໃນທາງການເມືອງເທົ່ານັ້ນ ແຕ່ ສປ ຈີນ ແລະ ສປປ ລາວແມ່ນເປັນສອງປະເທດຕໍ່ແຜ່ນດິນຂ້າມພຽງຊາຍແດນ ທີ່ມີສາຍພົວພັນຮ່ວມມືມາແຕ່ດົນນານ ແຖມຈີນຍັງເປັນປະເທດທີ່ມີພົນລະເມືອງຫຼາຍ ມີສັກກາຍະພາບສູງໃນການຊື້ ແລະໃຊ້ຈ່າຍ ລວມທັງພາກການທ່ອງທ່ຽວ ຍິ່ງປະຈຸບັນມີເສັ້ນທາງລົດໄຟແລ້ວຍິ່ງສະດວກຫຼາຍຂຶ້ນຕໍ່ການຂ້າມໄປ-ມາລະຫວ່າງປະຊາຊົນສອງປະເທດ.

可能是包含下列内容的图片:7 位用户、一群人站着和室内
ຫຼ້າສຸດມີລາຍງານຂ່າວວ່າ ໃນຕອນແລງຂອງວັນທີ 12 ມັງກອນ 2023 ນີ້, ທີ່ດ່ານສາກົນສາມຫຼ່ຽມຄຳ ຕາງໜ້າໂດຍ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ແລະ ທ່ານ ເຈົ້າເຫວີຍ ປະທານສະພາ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະເກັບກຳຂໍມູນເສັ້ນທາງການທ່ອງທ່ຽວ ທີ່ເດີນທາງມາຈາກ ສປ ຈີນ. ຄະນະດັ່ງກ່າວປະກອບໄປດ້ວຍບໍລິສັດນຳທ່ຽວທີ່ມີປະສົບການຫຼາຍປີ, ທີມງານໂຄສະນາການທ່ຽວທ່ຽວ-ວັດທະນະທຳ ແລະ ທີມງານຊຽວຊານອື່ນໆທີ່ກ່ຽວຂ້ອງ.

可能是包含下列内容的图片:5 位用户、一群人站着和室内
ເນື່ອງຈາກສະຖານທີ່ທ່ອງທ່ຽວໃນ ສປປລາວ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຊາວຈີນເປັນຢ່າງຍິ່ງ ແລະ ທາງລົດໄຟລາວຈີນກໍ່ໄດ້ເປີດໃຊ້ເປັນທາງການ, ຍັງມີເສັ້ນທາງລົດ ແລະ ທາງອາກາດທີ່ອຳນວຍຄວາມສະດວກໃຫ້ການເດີນທາງເຂົ້າມາ ສປປລາວ ເຮັດໃຫ້ນັກທ່ຽວທ່ຽວມີຕົວເລືອກໃນການເດີນທາງຫຼາຍຂຶ້ນ. ສະນັ້ນ, ຈຶ່ງຖືເອົາເງື່ອນໄຂນີ້ເປັນທ່າແຮງໃນການຊຸກຍູ້ການທ່ອງທ່ຽວຂອງ ສປປລາວ ເຮົາ.

可能是包含下列内容的图片:6 位用户和一群人站着
ໃນການພົບປະຄັ້ງນີ້ ຄະນະເກັບກຳຂໍ້ມູນເສັ້ນທາງການທ່ອງທ່ຽວ ໄດ້ຖືເອົາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເປັນຈຸດສູນກາງ ຫຼື ຈຸດໝາຍປາຍທາງທຳອິດ ເພື່ອເຊື່ອມຕໍ່ກັບບັນດາແຫຼ່ງທ່ອງທ່ຽວທີ່ມີຊື່ສຽງພາຍໃນ ສປປ ລາວ. ປຶກສາຫາລືໃນການຮ່ວມມື, ຊຸກຍູ້, ອຳນວຍຄວາມສະດວກ, ໂຄສະນາສະຖານທີ່ທ່ອງທ່ຽວ, ວັດທະນະທຳ ທີ່ເປັນຈຸດເດັ່ນຂອງລາວເຮົາ ເພື່ອດຶງດູດນັກທ່ອງທ່ຽວຈາກ ສປຈີນ ເຂົ້າມາທ່ຽວ ສປປລາວ ໃຫ້ຫຼາຍຂຶ້ນ.

可能是包含下列内容的图片:8 位用户、一群人站着和室内

ພ້ອມທັງຍົກສູງເອົາການບໍລິການ ການທ່ອງທ່ຽວເປັນປັດໃຈຫຼັກໃນການພັດທະນາເສດຖະກິດສັງຄົມ, ສານຕໍ່ການທ່ອງທ່ຽວ ລາວ-ຈີນ-ອາຊຽນໃຫ້ແໜ້ນແຟ້ນຂື້ນ.

可能是包含下列内容的图片:4 位用户、一群人站着和户外
ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ຍັງໄດ້ໃຫ້ຂໍ້ມູນດ້ານນະໂຍບາຍທາງດ້ານການທ່ອງທ່ຽວ ແລະ ການສົ່ງເສີມການລົງທຶນຂອງພັກລັດ ໃຫ້ກັບທີມງານອີກດ້ວຍ.

可能是包含下列内容的图片:9 位用户和室内
ພາຍຫຼັງທີ່ກອງປະຊຸມໄດ້ສີ້ນສຸດລົງ ຄະນະເກັບກຳຂໍ້ມູນເສັ້ນທາງການທ່ອງທ່ຽວ ໄດ້ເດີນທາງໄປທ່ຽວຊົມ ບັນດາແຫຼ່ງທ່ອງທ່ຽວທີ່ສຳຄັນ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ເມືອງຕົ້ນເຜິ້ງ ຫຼັງຈາກນັ້ນຄະນະທີມງານດັ່ງກ່າວໄດ້ແບ່ງເປັນ 3 ກຸ່ມເພື່ອສຳຫຼວດເສັ້ນທາງດັ່ງນີ້: ກຸ່ມທີ 1 ເດີນທາງຈາກເຂດໄປສູ່ປະເທດໄທແລ້ວເດີນທາງກັບ ສປຈີນ, ກຸ່ມທີ 2 ເດີນທາງຈາກເຂດໄປບໍ່ເຕ່ນແລ້ວເຂົ້າສູ່ ສປຈີນ ແລະ ກຸ່ມສຸດທ້າຍແມ່ນເດີນທາງໄປຫຼວງພະບາງ ເພື່ອສຳຫຼວດເສັ້ນທາງອື່ນຕໍ່ໄປ.

可能是包含下列内容的图片:6 位用户、一群人坐着、一群人站着和室内