ອົງການປົກຄອງບ້ານໜອງໄຮ ເມືອງຫາດຊາຍຟອງ ຈັດກອງປະຊຸມໃຫຍ່ ຄັ້ງທີ VI ເລືອກຕັ້ງຄະນະບ້ານຊຸດໃໝ່

87

ວັນທີ 4 ກຸມພາ 2023 ທີ່ຫ້ອງການປົກຄອງບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VI ເລືອກຕັ້ງຄະນະບ້ານຊຸດໃໝ່ ໂດຍການໃຫ້ການເຂົ້າຮ່ວມຂອງ ທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ, ມີບັນດາຄະນະຊີ້ນຳປັບປຸງການຈັດຕັ້ງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ສອນເພັດ ແກ້ວປະດິດ ນາຍບ້ານໜອງໄຮ ໄດ້ກ່າວລາຍງານສະຫຼຸບໃຫ້ຮູ້ຕໍ່ການເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 5 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະດ້ານ ພ້ອມທັງໄດ້ວາງທິດທາງແຜນການຂອງບ້ານໃນອີກ 5 ປີຕໍ່ໜ້າ ເຊິ່ງ ທ່ານໄດ້ກ່າວໃຫ້ຮູ້ສະພາບລວມຕໍ່ກອງປະຊຸມວ່າ: ບ້ານໜອງໄຮ ແມ່ນມີເນື້ອທີ່ທັງໝົດ 400 ເຮັກຕາ, ຕອນດິນມີ 1.683 ຕອນ, ພົນລະເມືອງ 5.111 ຄົນ ຍິງ 2.583 ຄົນ, ມີ 1.078 ຫຼັງຄາເຮືອນ ແບ່ງເປັນ 68 ໜ່ວຍ ແລະ ມີ 968 ຄອບຄົວ, ຈຸດເດັ່ນຂອງບ້ານດັ່ງກ່າວນີ້ແມ່ນເປັນບ້ານໃຫຍ່ ມີພື້ນທີ່ເຊື່ອມຈອດຕິດກັບເຂດຕົວເມືອງຂອງນະຄອນຫຼວງວຽງຈັນ ເປັນສະຖານທີ່ເໝາະສົມທາງດ້ານການຄ້າ, ທຸລະກິດ ແລະ ບໍລິການ ທີ່ມີຊຸມຊົນໜ້າແໜ້ນລວມທັງມີຜູ້ຄົນມາພັກເຊົາອາໄສຢູ່ເປັນຈຳນວນຫຼາຍ ແລະ ນັ້ນກໍເປັນທ່າຂະຫຍາຍຕົວທີ່ດີຂອງປະຊາກອນລວມທັງດ້ານເສດຖະກິດ ກໍຂະຫຍາຍຕົວດີຂຶ້ນໄປນຳ, ການຕີລາຄາຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບ້ານແມ່ນຍຶດໝັ້ນຖືເອົາເອົາວຽກງານສຶກສາອົບຮົມ-ການເມືອງແນວຄິດ ກໍຄືບັນດາແນວທາງນະໂຍບາຍຕ່າງໆຂອງພັກ-ລັດ ຂັ້ນເທີງວາງອອກ ໂດຍເນັ້ນໃຫ້ຄວາມສຳຄັນຕໍ່ການປະຕິບັດໜ້າທີ່ຂອງອົງການປົກຄອງບ້ານຕາມພາລະບົດບາດໜ່ວຍງານໃຫ້ສອດຄ່ອງ ແລະ ຢູ່ໃນລະບຽບຂອງກົດໝາຍ ມີຄວາມເອົາໃຈໃສ່ຕໍ່ ວຽກງານການ ປັບປຸງສະຖານທີ່ພາຍໃນຫ້ອງການບ້ານເພື່ອຄວາມສະດວກເປັນລະບຽບປອດໄພ ໃນການບໍລິການຂອງປະຊາຊົນ, ບັນຫາຂໍ້ຂັດແຍ່ງທີ່ເກີດຂຶ້ນພາຍໃນບ້ານ ແລະ ໄດ້ຮັບຄຳຮ້ອງທັງໝົດ 80 ເລື່ອງ ໃນນັ້ນສາຍຜົວເມຍແກ້ໄຂໄດ້ 25 ເລື່ອງ, ທາງແພ່ງ ແກ້ໄຂໄດ້ 19 ກໍລະນີ, ເປັນອາຍາ ແກ້ໄຂໄດ້ 7 ກໍລະນີ.

ທັງນີ້, ໃນໄລຍະ 5 ຜ່ານມາ ອົງການປົກຄອງບ້ານ ໄດ້ສະຫຼຸບສັງລວມລາຍຮັບທັງໝົດທີ່ໄດ້ຮັບຈາກຄ່າບໍລິການ, ຄ່ານຳນຽມ ແລະ ຮັບເພີ່ມຈາກການຊຸກຍູ້ຕ່າງໆເປັນເງີນເກືອບ 400 ລ້ານກີບ ຄຽງຄູ່ກັນນັ້ນກໍຍັງມີລາຍຈ່າຍຕ່າງໆເປັນຕົ້ນຈ່າຍຄ່າສະຫວັດດີການເສຍຊີວິດ, ຄ່າອຸດໜູນຄະນະບ້ານ ແລະ ອື່ນໆ ປັດຈຸບັນຍັງເຫຼືອຍອດເງິນ ຕົວຈິງ 29 ລ້ານກີບ. ນອກນັ້ນ, ຍັງໄດ້ເພີ່ມທະວີເອົາໃຈໃສ່ປະຕິບັດການຈັດເກັບລາບຮັບເຂົ້າງົບປະມານຕາມຕົວເລກຂັ້ນເທີງ ມອບໃຫ້ຄ່າທຳນຽມອາກອນ ແລະ ພາສີທີ່ດິນ ລວມທັງໝົດ 1.037.862.160 ກີບ ສາມາດປະຕິບັດໄດ້ 1.037.461.787 ກີບ ເທົ່າກັບ 99%, ມີຫົວໜ່ວຍທຸລະກິດ 167 ພື້ນຖານຄອບຄົວຕົວ, ແບບໂອດ໊ອບ ຜະລິດຕະພັນຂອງບ້ານມີ 6 ຫົວໜ່ວຍ.

ດ້ານເສັ້ນທາງການຄົມມະນາຄົນພາຍໃນບ້ານ ແມ່ນມີຄວາມສະດວກ, ສະບາຍ ຍ້ອນໄດ້ຮັບການພັດທະນາເພາະເປັນເຂດໃກ້ກັບຕົວເມືອງ ທີ່ສຳຄັນຄະນະບ້ານ ຄະນະປ້ອງກັນຄວາມສະຫງົບ ປກຊ, ປກສ ກອງຫຼອນ ແມ່ນເປັນເຈົ້າການປະຕິບັດເຮັດ ໜ້າທີ່ຮັກສາຄວາມສະຫງົບປອດໄພພາຍໃນຂອບເຂດຂອງບ້ານ ພ້ອມທັງສຶກສາອົບຮົບປະຊາຊົນທຸກຊັ້ນຄົນໃຫ້ມີສະຕິລະວັງຕົວ ເພື່ອຮັກສາຄວາມປອດໄພ ແລະ ວັດຖຸເຄື່ອງມີຄ່າຂອງຕົນ ເພື່ອປ້ອງກັນບໍ່ໃຫ້ຖືກລັກ.

ໃນໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ປະກາດລາຍຊື່ຂອງຜູ້ລົງສະໝັກເປັນຄະນະບ້ານ ຊຸດທີ VI ຈຳນວນ 7 ທ່ານ. ໃນນັ້ນ, ໃຫ້ເລືອກເອົາ 5 ທ່ານ ແລະ ຜົນການເລືອກຕັ້ງຄັ້ງນີ້ ສາມາດເລືອກໄດ້ ທ່ານ ນາງ ບົວຈັນ ອິນທະດາສີ ເປັນນາຍບ້ານໜອງໄຮ ຄົນໃໝ່, ສ່ວນ ທ່ານ ນາງ ບົວແກ້ວ ຮຸ່ງພິລາເພັດ, ທ່ານ ນາງ ຄຳວອນ ລາພູວົງ, ທ່ານ ເທບພະໄທ ຄຳສະດາ ແລະ ທ່ານ ລຳແກ້ວ ຫອມສົມບັດ ເປັນຄະນະບ້ານ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງຄຳໂອ້ລົມຈາກຄະນະປະທານ ເພື່ອເປັນຊີ້ນຳໃນການສືບຕໍ່ນຳພາເຮັດໜ້າທີ່ນຳເອົາທັດສະນະແນວທາງນະໂຍບາຍຂອງພັກ-ລັດ ລົງໄປຜັນຂະຫຍາຍເຊື່ອມຊືມ ຕໍ່ບັນດາຄະນະ ແລະ ປະຊາຊົນ ຮັບຮູ້ກຳແໜ້ນມີຄວາມສາມັກຄີ ເພື່ອພ້ອມກັນປະກອບສ່ວນສ້າງສາພັດທະນາຄອບຄົວ ແລະ ບ້ານໃຫ້ຮັ່ງມີດີຂຶ້ນເລື້ອຍໆ.

ຄະນະບ້ານໜອງໄຮ ຊຸດໃໝ່ 5 ທ່ານ