ສົ່ງເສີມການຜະລິດພາຍໃນ, ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ພື້ນຖານກະສິກຳ ຢູ່​ແຂວງວຽງ​ຈັນ

72

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການ ກໍ່ສ້າງໂຮງງານຜະລິດຫົວອາຫານສັດລາວ ຂອງ ບໍລິສັດ ລາວໂຮມມາດ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ທີ່ຕັ້ງຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ແລະ ໂຄງການກໍ່ສ້າງຟາມໄກ່ສຸກຈະເລີນ ຕັ້ງຢູ່ບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ​ໃນ​ວັນ​ທີ 29 ມັງ​ກອນ 2023 ໂດຍມີທ່ານຮອງເຈົ້າແຂວງວຽງຈັນ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ການນຳເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

May be an image of 5 people, people standing and indoor
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບລວມຂອງ ໂຄງການ ຈາກຜູ້ຕາງໜ້າບໍລິສັດຜູ້ລົງທຶນ ເຫັນວ່າ: ໂຄງການກໍ່ສ້າງໂຮງງານຜະລິດຫົວອາຫານສັດລາວ ມີເນື້ອທີ່ 5 ເຮັກຕາ, ໄດ້ເລີ່ມກໍ່ສ້າງໃນປີ 2020, ກໍ່ສ້າງສຳເລັດສົມບູນ ສາມາດທົດລອງຜະລິດ ໃນທ້າຍປີ 2022 ແລະ ຈະໄດ້ດໍາເນີນການຜະລິດຢ່າງເປັນປົກກະຕິ ໃນເດືອນມີນາ 2023 ເປັນຕົ້ນໄປ; ປະ​ກອບມີອາຄານຫຼັກທັງໝົດ 3 ຫຼັງ ຄື: ອາຄານສາງເກັບວັດຖຸດິບ, ອາຄານກົນຈັກທຳການຜະລິດ ແລະ ອາຄານສາງເກັບມ້ຽນຜະລິດຕະພັນສຳເລັດຮູບ; ມີມູນຄ່າການລົງທຶນກໍ່ສ້າງທັງໝົດ 130 ຕື້ກວ່າກີບ; ມີກໍາລັງການຜະລິດ 10 ໂຕນ/ຊົ່ວໂມງ (ເບື້ອງຕົ້ນ ຄາດວ່າຈະຜະລິດ 8 ຊົ່ວໂມງ/ວັນ ອີງຕາມຄວາມຕ້ອງການຂອງຕະຫຼາດ) ແລະ ຈະຜະລິດຫົວອາຫານ 2 ຊະນິດ ຄື: ຫົວອາຫານໝູ ປະມານ 20.000 ໂຕນ/ປີ ແລະ ຫົວອາຫານສັດປີກ 10.000 ໂຕນ/ປີ, ໃນນັ້ນ ຄວາມຕ້ອງການວັດຖຸດິບ ເພື່ອສະໜອງປ້ອນເຂົ້າໂຮງງານແມ່ນ ສາລີ 5.000 ໂຕນ/ປີ, ມັນຕົ້ນແຫ້ງ 4.000 ໂຕນ/ປີ, ເຂົ້າປຽນ 4.000 ໂຕນ/ປີ, ກາກຖົ່ວເຫຼືອງ 6.000 ໂຕນ/ປີ, ຮໍາ 2.500 ໂຕນ/ປີ.

May be an image of 5 people, people sitting and people standing
ສໍາລັບໂຄງການກໍ່ສ້າງຟາມໄກ່ສຸກຈະເລີນ ມີເນື້ອທີ່ຈໍານວນ 44 ເຮັກຕາ, ເລີ່ມກໍ່ສ້າງ ໃນຕົ້ນປີ 2022, ປັດຈຸບັນ ສຳເລັດ 96% ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2023 ໂດຍນໍາໃຊ້ວັດສະດຸທີ່ມີຄຸນນະພາບ, ກົນຈັກ ແລະ ເຕັກນິກຕ່າງໆ ທີ່ທັນສະໄໝ ເປັນຕົ້ນ ລະບົບການໃຫ້ນໍ້າ, ໃຫ້ອາຫານ, ການຈັດເກັບ, ຄັດແຍກ ແລະ ລຳລຽງໄຂ່, ການມ້ຽນ-ອະນາໄມ, ບຳບັດ ແລະ ລຳລຽງຂີ້ໄກ່ ແລະ ອື່ນໆ, ມີອາຄານລ້ຽງໄກ່ທັງໝົດ 10 ຫຼັງ (ໄກ່ນ້ອຍ 2 ຫຼັງ ແລະ ໄກ່ໃຫຍ່ 8 ຫຼັງ), ສາມາດບັນຈຸໄກ່ໄດ້ທັງໝົດ 1 ລ້ານໂຕ ຊຶ່ງຄາດວ່າ ຈະສາມາດຜະລິດໄຂ່ໄກ່ໄດ້ປະມານ 800.000-850.000 ໜ່ວຍ/ວັນ.

May be an image of 10 people, people standing and indoor
ໃນໂອກາດດັ່ງ​ກ່າວ​ນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ​ຕໍ່ຜູ້ລົງທຶນ​ທີ່ໄດ້ຕັດສິນໃຈ ເລືອກລົງທຶນ ໃນກິດຈະການສ້າງພື້ນຖານການຜະລິດ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນປັດຈຸບັນ ກໍຄືສະເພາະໜ້າ ເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍການສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ມີປະລິມານຫຼາຍຂຶ້ນ ເຮັດໃຫ້ຄົນລາວໄດ້ຊົມໃຊ້ຜະລິດຕະພັນພາຍໃນ ທີ່ມີຕົ້ນທຶນການຜະລິດຕໍ່າ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ, ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມປະຊາຊົນ ທຳການຜະລິດ, ມີວຽກເຮັດງານທຳ ໂດຍສະເພາະການລ້ຽງສັດ ໃຫ້ເປັນຂະບວນການທີ່ພົ້ນເດັ່ນຫຼາຍຂຶ້ນ.

May be an image of 7 people, people standing and people sitting

ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກ ເປັນຕົ້ນ ໃຫ້ບໍລິສັດສົມທົບກັບຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕໍ່ຂອດການຜະລິດ ແລະ ສະໜອງວັດຖຸດິບ ເຂົ້າໂຮງງານ ໃຫ້ສາມາດທຳການຜະລິດ ໄດ້ເປັນປົກກະຕິ ແລະ ເຕັມປະສິດທິພາບ ໂດຍສະເພາະການຮັບປະກັນໃຫ້ມີແຫຼ່ງການຜະລິດວັດຖຸດິບທີ່ຊັດເຈນ ແລະ ໝັ້ນຄົງ, ລວມທັງ ຂອດການຈໍາໜ່າຍຫົວອາຫານ ໃຫ້ມີລະບົບການຮອງຮັບຄັກແນ່, ທັງນີ້ ກໍເພື່ອຄວາມຍືນຍົງຂອງໂຮງງານ; ເອົາໃຈໃສ່ ຕໍ່ດ້ານສິ່ງແວດລ້ອມ ຂອງໂຮງງານ ແລະ ຟາມລ້ຽງໄກ່ໃຫ້ດີ ເພື່ອຫຼີກ​ລ່ຽງ​ຜົນ​ກະ​ທົບດ້ານສິ່ງແລດລ້ອມ ແລະ ສັງຄົມ; ຄົ້ນຄວ້າແຜນການຈໍາໜ່າຍ ແລະ ປຸງແຕ່ງໄຂ່ ໃຫ້ເປັນຜະລິດຕະພັນທີ່ຫຼາກຫຼາຍ, ມີຄຸນນະພາບ ແລະ ສາມາດຮັບປະກັນ​ການສະໜອງ​ໃຫ້​ພຽງ​ພໍ​ຕໍ່ຄວາມຕ້ອງການຂອງສັງຄົມ.
ຂ່າວ-ພາບ: ກົມປະຊາສຳພັນ