ກະຊວງສຶກສາທິການ ແລະ ກິລາ ອະນຸມັດປຶ້ມແບບຮຽນ ປ.5 ແລະ ຄູ່ມືຄູ ສະບັບປັບປຸງໃໝ່

205

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກວດ​ຜ່ານ ແລະ ຮັບ​ຮອງເນື້ອໃນຫຼັກ​ສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ປີທີ 5, ເຊິ່ງປີນີ້​ເປັນ​ປີ​ສຸດ​ທ້າຍ​ຂອງ​ຄວາມ​ພະ​ຍາ​ຍາມ​ປັບ​ປຸງ​ຫຼັກ​ສູດ​ຊັ້ນປະຖົມສຶກສາ ຫຼັງຈາກ​ທີ່​ໄດ້​ເລີ່ມ​ຕົ້ນຈັດຕັ້ງປະຕິບັດນັບແຕ່​ປີ 2015 ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກລັດຖະບານອົດ​ສະ​ຕຣາ​ລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ (BEQUAL/ບີຄວາ) ໃນ ສປປ ລາວ.

May be an image of 8 people and indoor
ກອງປະຊຸມດັ່ງກ່າວ, ໄດ້ເປີດຂຶ້ນໃນທ້າຍອາທິດຜ່ານມາ ທີ່ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີທ່ານ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ພ້ອມດ້ວຍບັນດາຄະນະອຳນວຍການສະຖາບັນ, ຄະນະກົມ, ຄະນະບໍດີ, ຄະນະກໍາມະການກວດຜ່ານ ແລະ ຮັບຮອງຫຼັກສູດ, ຄະນະຊ່ຽວຊານ, ຄະນະຮັບຜິດຊອບແຜນງານບີຄວາ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີການປັບປຸງຫຼັກສູດໃໝ່ໃນຂອດເຂດທົ່ວປະເທດ ພ້ອມກັບອຸປະກອນການຮຽນການສອນແບບໃໝ່ໃຫ້ແກ່ນັກຮຽນ ແລະ ຄູ.

May be an image of 1 person and book

ສໍາລັບຈຸດປະສົງຂອງ ກອງປະຊຸມຄັ້ງນີ້, ແມ່ນເພື່ອ ກວດ ແລະ ຮັບຮອງຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູ ປ.5 ທີ່ຈະຈັດພິມແຈກຢາຍໃຫ້ບັນດາໂຮງຮຽນປະຖົມທັງໝົດໃນ ສປປ ລາວ ໃນສົກຮຽນ 2023-2024. ນີ້​ເປັນ​ຂີດ​ໝາຍອັນ​ສຳຄັນ ເພາະ​ວ່າເປັນປີ​ສຸດ​ທ້າຍ​ຂອງ​ການ​ປັບປຸງ​ຫຼັກສູດ​ຂັ້ນ​ປະຖົມ. ການສໍາເລັດຫຼັກສູດຂັ້ນ ປ.5 ແມ່ນເປັນໜຶ່ງໃນຜົນສຳເລັດອັນສຳຄັນທີ່ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 9 ກໍຄືຜົນໄດ້ຮັບໄລຍະກາງ ໂດຍການປັບປຸງ ແລະ ການຈັດຕັ້ງປະຕິບັດເພື່ອໃຫ້ໄດ້ຫຼັກສູດທີ່ມີຄວາມເໝາະສົມສຳລັບເດັກທຸກຄົນ.

May be an image of 12 people, people standing and indoor
ສໍາລັບຂັ້ນ ປ.5, ລັດຖະບານອົດສະຕຣາລີ ໄດ້ສະໜັບສະໜູນການພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ 3 ວິຊາ ຄື: ວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ, ພ້ອມທັງໄດ້ຈັດພິມປຶ້ມແບບຮຽນ ແລະ ຄູ່ມືຄູ ຈະໄດ້ແຈກຢາຍທົ່ວປະເທດ ພ້ອມຈະໄດ້ຊ່ວຍເຫຼືອໃນການຝຶກອົບຮົມຄູສອນວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ. ນອກຈາກນີ້, ຍັງໄດ້ໃຫ້ການສະໜັບສະໜູນວິຊາອື່ນໆອີກ ເຊັ່ນ: ການກວດຜ່ານຕົ້ນສະບັບບັນດາສື່ການຮຽນການສອນ ແລະ ສ້າງຂີດຄວາມອາດສາມາດໃຫ້ນັກວິຊາການໃນການອອກແບບ ແລະ ການພິມເຂົ້າໜ້າສື່ການຮຽນການສອນ. ສ່ວນວິຊາຄຸນສົມບັດສຶກສາ, ສັງຄົມສຶກສາ, ພະລະສຶກສາ, ສິລະປະກໍາ ແລະ ຫັດຖະກໍາ, ສິລະປະດົນຕີ ແມ່ນລັດຖະບານ ສປປ ລາວ ໃຫ້ການສະໜັບສະໜູນ.

May be an image of 3 people and people standing
ໂອກາດດຽວກັນ, ທ່ານ ແດນ ເຮວເດິນ ໄດ້ກ່າວວ່າ: ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກະຊວງ ສຶກສາທິການ ແລະ ກິລາ ເພື່ອສະໜັບສະໜູນການພັດທະນາຫຼັກສູດສະບັບປັບປຸງໃໝ່ ເຊື່ອວ່າ ພວກເຮົາທຸກຄົນມີຄວາມຕື່ນເຕັ້ນທີ່ຈະໄດ້ເຫັນ ສື່ການຮຽນການສອນໃໝ່ສໍາລັບຊັ້ນປະຖົມປີສຸດທ້າຍຂອງນັກຮຽນທຸກຄົນໃນ ສປປ ລາວ ແລະ ຫວັງວ່າຈະໄດ້ເຫັນການປັບປຸງການຮຽນຮູ້ຂອງນັກຮຽນຊັ້ນປະຖົມດ້ວຍຫຼັກສູດໃໝ່ ແລະ ການຮຽນດ້ວຍການປະຕິບັດຕົວຈິງ.

May be a closeup of 3 people, child, people sitting and indoor
ຜົນສໍາເລັດກອງປະຊຸມຄັ້ງນີ້: ຄະນະກໍາມະການກວດຜ່ານ ແລະ ຮັບຮອງຫຼັກສູດໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບຮັບຮອງໃຫ້ຈັດພິມ ແລະ ນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ປ.5 ທັງໝົດ 8 ວິຊາ ລວມມີ 13 ຕົ້ນສະບັບ ໃນສົກຮຽນ 2023-2024 ທີ່ຈະມາເຖິງນີ້ ພ້ອມທັງໄດ້ໃຫ້ຄໍາແນະນໍາການປັບປຸງເນື້ອໃນປຶ້ມ ໃນບາງຈຸດໃຫ້ມີຄວາມສົມບູນ ແກ່ຄະນະຮຽບຮຽງ ວິຊາພາສາລາວ, ພາສາອັງກິດ, ວິທະຍາສາດ ແລະ ສິ່ງແວດລ້ອມ, ຄຸນສົມບັດສຶກສາ, ສັງຄົມສຶກສາ. ຫຼັງຈາກນັ້ນ, ຄະນະຮຽບຮຽງກໍຈະໄດ້ປັບປຸງຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູ ປ.5 ດັ່ງກ່າວໃຫ້ມີຄວາມສົມບູນ ແລະ ພ້ອມທີ່ຈະສົ່ງໄປຈັດພິມໄດ້ໃນຕົ້ນເດືອນ 3 ປີ 2023 ນີ້.

May be an image of 7 people, child, people standing and indoor
ພາຍຫຼັງການຮັບຮອງຂອງຄະນະກຳມະການກວດຜ່ານ ແລະ ຮັບຮອງຫຼັກສູດ, ການພິມ ແລະ ແຈກຢາຍອຸປະກອນດັ່ງກ່າວໃຫ້ແກ່ໂຮງຮຽນປະຖົມທຸກແຫ່ງທົ່ວປະເທດ ສໍາລັບ 3 ວິຊາແມ່ນລັດຖະບານອົດສະຕຣາລີສະໜັບສະໜູນ, ສ່ວນອີກ 5 ວິຊາຈະເປັນໜ້າວຽກຂອງກະຊວງ ສສກ ຕາມທີ່ເຄີຍປະຕິບັດຜ່ານມາ. ຄູສອນຂັ້ນ ປ.5 ແລະ ຄູສຶກສານິເທດໃນທົ່ວປະເທດ ຈະດໍາເນີນການຝຶກອົບຮົມ ແລະ ໄດ້ຮັບການສະໜັບສະໜູນ ເພື່ອໃຫ້ມີຄວາມຄຸ້ນເຄີຍກັບຫຼັກສູດໃໝ່ ແລະ ສື່ການຮຽນທີ່ເພີ່ມມາຕື່ມ. ທັງນີ້, ໂດຍຮັບ ຮູ້ເຖິງຄວາມສໍາຄັນຂອງຂັ້ນ ປ.5 ເປັນປີສຸດທ້າຍໃນຂັ້ນປະຖົມສຶກສາ,ຜູ້ອໍານວຍການໂຮງຮຽນຍັງຈະໄດ້ເຂົ້າຮ່ວມການຝຶກອົບຮົມ ເພື່ອປັບປຸງຄວາມສາມາດໃຫ້ການຊ່ວຍເຫຼືອຄູທີ່ຈະສອນຕາມຫຼັກສູດສະບັບປັບປຸງໃໝ່.