ສຳມະນາວິຊາການເພື່ອຮັບຟັງທັດສະນະ-ຄຳແນະນຳ ກ່ຽວກັບມາດຕະການແກ້ໄຂບັນຫາເງິນເຟີ້ຈາກອົງການຈັດຕັ້ງສາກົນ

136

ໃນຕອນບ່າຍຂອງວັນທີ 26 ມັງກອນ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງການສຳມະນາວິຊາການເພື່ອຮັບຟັງທັດສະນະ-ຄຳແນະນຳກ່ຽວກັບມາດຕະການແກ້ໄຂບັນຫາເງິນເຟີ້ຈາກອົງການຈັດຕັ້ງສາກົນປະຈຳລາວ.

May be an image of 8 people, people standing and indoor

ໃນນັ້ນມີກອງທຶນການເງິນສາກົນ (IMF) ແລະ ທະນາຄານໂລກ (World Bank) ໂດຍການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ແລະ ໃຫ້ການບັນຍາຍໂດຍທ່ານ ອະລາດເດຍ ສະກອດ (MR. Alasdair Scott), ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ສປປ ລາວ ຂອງກອງທຶນການເງິນສາກົນ (IMF Mission Chief for Lao PDR), ທ່ານ ຟຮັງຊົວ ແພນໂຊ (Mr. Francois Painchaud), ຫົວໜ້າຫ້ອງການກອງທຶນການເງິນສາກົນ ປະຈຳຫວຽດນາມ ແລະ ສປປ ລາວ (IMF Representative to Vietnam and Lao PDR) ແລະ ມີຜູ້ຊ່ຽວຊານຈາກທະນາຄານໂລກ (World Bank) ພ້ອມດ້ວຍຜູ້ເຂົ້າຮ່ວມຈາກກະຊວງການເງິນ, ສູນສະຖິຕິແຫ່ງຊາດ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ແລະ ພະນັກງານຈາກບັນດາກົມຂອງ ທຫລ ເຂົ້າຮ່ວມ.

May be an image of 7 people, people standing, people sitting, indoor and office
ຈຸດປະສົງໃນການຈັດຕັ້ງການສຳມະນາໃນຄັ້ງນີ້ແມ່ນເພື່ອເປັນການເປີດກວ້າງຮັບຟັງທັດສະນະ ແລະ ຄຳແນະນຳທີ່ຕິດພັນກັບບັນດານະໂຍບາຍ ແລະ ມາດຕະການທີ່ຜູ້ຊ່ຽວຊານຂອງພາກສ່ວນກ່ຽວຂ້ອງເຫັນວ່າມີຄວາມຈຳເປັນ ແລະ ເໝາະສົມໃນການແກ້ໄຂອັດຕາເງິນເຟີ້ສູງໃນ ສປປ ລາວ ສຳລັບປີ 2023 ເຊິ່ງເປັນບັນຫາອັນຮີບດ່ວນເຄັ່ງຮ້ອນໃນປັດຈຸບັນ. ພ້ອມທັງເປັນການຖອດຖອນບົດຮຽນ ແລະ ເພີ່ມພູນຄວາມຮູ້ໃຫ້ແກ່ພະນັກງານວິຊາການຂອງ ທຫລ ທີ່ເຮັດໜ້າທີ່ຕິດພັນກັບບັນຫາດັ່ງກ່າວໃຫ້ເຂົ້າໃຈໄດ້ເລິກເຊິ່ງຍິ່ງຂຶ້ນ.

May be an image of 10 people, people sitting, people standing, office and indoor
ຂ່າວ-ພາບ: ທຫລ