ສຊປລ ຮ່ວມກັບ ສທໜຊ ຈັດພິທີຊົມເຊີຍ ຜົນງານ ປ່າເຢັ້ງຊາ ລໍ່ Miss universe 2022

657

ເພື່ອເປັນການຊົມເຊີຍ ຜົນສຳເລັດຄັ້ງປະຫວັດສາດ ຂອງ ສປປ ລາວ ໃນການສົ່ງນາງງາມຈັກກະວານລາວ ນາງ ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 (Miss universe 2022) ເຂົ້າຮ່ວມການແຂ່ງຂັນນາງງາມຈັກກະວານໂລກ ປີ 2022 ຄັ້ງທີ 71 ແລະ ໄດ້ເຂົ້າໄປເຖິງຮອບ 16 ຄົນສຸດທ້າຍເທິງເວທີຈັກກະວານ (Top16 Miss Universe 2022) ທີ່ ນິວອໍລິນ ລັດລຸຍເຊຍນາ ສະຫະລັດອາເມລິກາ ໃນຮອບຕັດສິນຄັ້ງວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນ ແລະ ເປັນວັນທີ 15 ມັງກອນ 2023 ສຳລັບ ສປປ ລາວ.

ເຖິງວ່າຈະບໍ່ໄດ້ເຂົ້າຊິງອັນດັບໜຶ່ງ ແຕ່ ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 ກໍສ້າງປະຫວັດສາດໃຫ້ແກ່ວົງການນາງງາມລາວ ແລະ ປະກາດໃຫ້ສາກົນຮູ້ວ່ານາງງາມລາວ ເຂົ້າຮອບ 16 ຄົນສຸດທ້າຍເທິງເວທີ ທີ່ໄດ້ຮັບສຽງເຊຍຢ່າງຫຼົ້ນຫຼາມຈາກກອງເຊຍໃນທົ່ວທຸກມຸມໂລກ.

ພາຍຫຼັງເດີນທາງກັບມາເຖິງ ສປປ ລາວ ໃນຄັ້ງວັນທີ 19 ມັງກອນ 2023 ມາກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາພາກສ່ວນກ່ຽວຂ້ອງ ແລະ ແຟນໆນາງງາມ. ຫຼ້າສຸດໃນວັນທີ 25 ມັງກອນ 2023 ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ (ສທໜຊ), ໄດ້ຈັດພິທີຊົມເຊີຍ ນາງ ປ່າເຢັ່ງຊາ ລໍ່ Miss universe 2022 ຂຶ້ນ, ທີ່ຮ້ານອາຫານ ອີຕາລີ (Eataly Reataurant) ເຂດສີຫອມ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ຄໍາແສນ ສີສະວົງ ເລຂາທິການສູນກາງຊາວໜຸ່ມ, ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜຊ), ທ່ານ ນາງ ຈັນໂສ ຈິດຕິວົງ ຄະນະບໍລິຫານງານ ສະມາຄົມນັກທຸລກິດໜຸ່ມແຫ່ງຊາດລາວ ທັງເປັນປະທານໂຄງການແຂ່ງຂັນນາງງາມຈັກກະວານລາວ Miss universe Lao 2021-2022 ພ້ອມດ້ວຍພາກລັດ, ພາກທຸລະກິດທີ່ໃຫ້ການສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ຄຳແສນ ສີສະວົງ ປະທານ ສທໜຊ ກ່າວວ່າ: ກ່ອນອື່ນຂໍຍ້ອງຍໍຊົມເຊີຍ ທ່ານ ນາງ ຈັນໂສ ຈິດຕິວົງ ປະທານໂຄງການແຂ່ງຂັນນາງງາມຈັກກະວານລາວ 2022 ທີ່ທຸ່ມງົບປະມານ ແລະ ເຫື່ອແຮງສະໜັບສະໜູນ ຮ່ວມກັບທີມງານເບື້ອງຫຼັງ ຊ່ວຍເຮັດໃຫ້ນ້ອງ ປ່າເຢັ່ງຊາ ລໍ່ Miss universe 2022 ເຂົ້າມາເຖິງຮອບ 16 ຄົນ ແລະ ຊົມເຊີຍ ປ່າເຢັ່ງຊາ ລໍ່ ທີ່ນອກຈາກຄວາມງາມແລ້ວຍັງມີຄວາມພາກພຽນຮຽນຮູ້ພາສາອັງກິດ ຈົນສາມາດໂຊສັກກະຍາພາບໃຫ້ສາກົນຮັບຮູ້ລາວເຮົາຫຼາຍຂຶ້ນ ແລະ ຢາກໃຫ້ຊາວໜຸ່ມລຸ້ນໃໝ່ເອົາເປັນແບບຢ່າງໃນການຂະຫຍັນພາກພຽນຮຽນຮູ້ຫຼາກຫຼາຍພາສາ, ບໍ່ວ່າຈະເປັນໃນໂຮງຮຽນ ຫຼື ນອກໂຮງຮຽນໃຫ້ນັບມື້ເກັ່ງຂຶ້ນ, ຖ້າວໄວໜຸ່ມລາວເກັ່ງຫຼາຍຂຶ້ນການພັດທະນາເສດຖະກິດ-ສັງຄົມກໍຈະໄດ້ຮັບການພັດທະນາຕາມໆກັນ.

ທ່ານ ມອນໄຊ ລາວມົວຊົ່ງ ກ່າວບາງຕອນວ່າ: ຂ້າພະເຈົ້າໃນນາມຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ມີພູມໃຈທີ່ນ້ອງ ປ່າເຢັ່ງຊາ ລໍ່ ທີ່ເປັນຊາວໜຸ່ມລາວ ເປັນຕົວແທນປະກວດນາງງາມໂລກ ແລະ ໄດ້ເຂົ້າຮ່ວມ 16 ຄົນ, ມັນເປັນເຫດການປະຫວັດສາດສຳຄັນໜຶ່ງຂອງຊາດລາວເຮົາ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ ຊາວໜຸ່ມລາວຍຸກໃໝ່ໄດ້ຮັບການພັດທະນາໃນລະດັບໂລກແລ້ວ, ນີ້ເປັນການແຈ້ງເກີດຊາວໜຸ່ມລາວຕໍ່ຊາວໂລກ. ຈາກຄວາມສາມາດຂອງ ນ້ອງ ປ່າເຢັ້ງຊາ ລໍ່ ເຮັດໃຫ້ຮູ້ວ່າຊາວໜຸ່ມລາວຈະບໍ່ຢຸດຢູ່ກັບທີ່ ແລະ ຈະກ້າວຕໍ່ໄປ, ຕໍ່ໄປການປະກວດເຮົາຈະຄັດເອົາຊາວໜຸ່ມລາວທີ່ນອກຈາກງາມທາງກາຍ ແລະ ໃຈແລ້ວ ຕ້ອງເວົ້າດີ-ເວົ້າເກັ່ງ, ເກັ່ງພາສາຕ່າງປະເທດ ນອກເປັນພາສາອັງກິດແລ້ວກໍຕ້ອງໃຫ້ໄດ້ພາສາທີ 2-3 ອີກ ເພື່ອກຽມຊາວໜຸ່ມລາວຍຸກໃໝ່ເຂົ້າສູ່ປະຊາຄົມໂລກ, ຫວັງຢ່າງຍິ່ງວ່າພວກເຮົາຈະຍາດໄດ້ຜົນງານໃໝ່ທີ່ໃຫຍ່ກວ່າເກົ່າ ແລະ ຂໍໃຫ້ ປ່າເຢັ້ງຊາ ລໍ່ ສືບຕໍ່ຖ່າຍທອດປະສົບການໃຫ້ເອື້ອຍນ້ອງແມ່ຍິງລຸ້ນຕໍ່ໆໄປ.

ນາງ ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 ກ່າວບາງຕອນວ່າ: ຮູ້ສຶກດີໃຈຫຼາຍເພາະບໍ່ເຄີຍຄິດມາກ່ອນວ່າຈະໄດ້ເປັນຕົວແທນນາງງາມລາວໄປປະກວດຢູ່ສາກົນ, ພໍໄດ້ໄປປະກວດຢູ່ເວທີລະດັບໂລກ ນະຕອນນັ້ນກໍຄິດສະເໝີວ່າເຮົາໄປປະກວດໃນນາມປະເທດລາວ ບໍ່ແມ່ນໃນນາມ ປ່າເຢັ້ງຊາ ລໍ່ ຢ່າງດຽວ ເພາະປະຊາຊົນລາວ, ອ້າຍເອື້ອຍນ້ອງໃຫ້ການສະໜັບສະໜູນເຕັມທີ່, ໃຫ້ພະລັງບວກທີ່ດີເຮັດໃຫ້ນ້ອງຄິດວ່າຕ້ອງສູ້ເພື່ອປະເທດລາວ, ຕອນທີ່ໄດ້ເຂົ້າຮອບ 16 ຄົນ ກໍເປັນຄວາມພາກພູມໃຈໜຶ່ງວ່າເຮັດໄດ້ແລ້ວ ສາມາດເອີ້ນຄຳວ່າ “ລາວ” ໃຫ້ໂລກຮູ້ແລ້ວວ່າເຮົາແມ່ນໃຜ. ຈາກໂອກາດທີ່ນ້ອງໄດ້ຮັບມາທັງໝົດຂໍຂອບໃຈຜູ້ໃຫ້ການສະໜັບສະໜູນຫຼັກ ແລະ ທີມງາມເບື້ອງຫຼັງທັງໝົດ ພິເສດແມ່ນ ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) Miss universe Lao 2021 ທີ່ຄອຍສະໜັບສະໜູນໃຫ້ຄຳແນະນຳ ແລະ ປຶກສາທີ່ດີ.

ຂ່າວ-ພາບ: ຄຳນ້ອຍ