ຈີນ – ຟີລິບປິນ ຮັດແໜ້ນການຮ່ວມມື

36

ວິທະຍຸສາກົນ ແຫ່ງ ສປ ຈີນ ລາຍງານວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ພົບປະກັບ ທ່ານ ເຟີດິນານ ໂຣມົວເດສ ມາກອສ ປະທານາທິບໍດີ ຟີລິບປິນ ທີ່ນະຄອນຫຼວງປັກກິ່ງ ໃນໂອກາດທີ່ຜູ້ນຳຟີລິບປິນ ເດີນທາງຢ້ຽມຢາມ ສປ ຈີນ.

ໃນການພົບປະຄັ້ງນີ້ ສອງຝ່າຍເຫັນດີເພີ່ມທະວີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນຫຼາຍດ້ານ ເພື່ອປະກອບສ່ວນເຂົ້າໃນການພັດທະນາ, ສອງຝ່າຍ ໄດ້ກຳນົດ 4 ຂົງເຂດຈຸດສຸມແຫ່ງການຮ່ວມມື ຄື: ກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານ ແລະ ວັດທະນະທຳ, ຄວນອອກແຮງບົ່ມເພາະ ຈຸດເຕີບໂຕ ແລະ ສ້າງຈຸດເດັ່ນໃໝ່.

ຝ່າຍ ສປ ຈີນ ຍິນດີຮ່ວມກັບ ຟີລິບປິນ ສືບຕໍ່ແກ້ໄຂບັນຫາທາງທະເລໃຫ້ເໝາະສົມດ້ວຍວິທີການປຶກສາຫາລືກັນບົນຈິດໃຈມິດຕະພາບ, ຈັດການເຈລະຈາພັດທະນາແຫຼ່ງນ້ຳມັນເຊື້ອໄຟ ແລະ ແກ໊ສທຳມະຊາດຄືນໃໝ່, ຊຸກຍູ້ການຮ່ວມມື ເພື່ອພັດທະນານ້ຳມັນເຊື້ອໄຟ ແລະ ແກ໊ສທຳມະຊາດຢູ່ເຂດທະເລ ທີ່ບໍ່ມີຂໍ້ຂັດແຍ່ງກັນ, ດຳເນີນການຮ່ວມມືດ້ານພະລັງງານສີຂຽວ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ, ລົດນຳໃຊ້ພະລັງງານໃໝ່ ແລະ ອື່ນໆ.

ນອກຈາກນີ້, ສປ ຈີນ ຍິນດີຮ່ວມກັບ ຟີລິບປິນ ພ້ອມດ້ວຍປະເທດອື່ນໆໃນອາຊຽນ ເພື່ອສຸມໃສ່ການຮ່ວມມື ແລະ ການພັດທະນາ, ປົກປັກຮັກສາຖານະໃຈກາງຂອງອາຊຽນ ໃນການຮ່ວມມືພາກພື້ນໃຫ້ດີຂຶ້ນ, ຊຸກຍູ້ໃຫ້ພາກພື້ນແຫ່ງນີ້ຫຼຸດພົ້ນຈາກເງົາມືດແຫ່ງສົງຄາມເຢັນ ເພື່ອຫຼີກເວັ້ນການເປັນປໍລະປັກກັນລະຫວ່າງຝ່າຍຕ່າງໆ, ສືບຕໍ່ເປັນເຂດຍຸດທະສາດແຫ່ງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ.

ທ່ານ ມາກອສ ໄດ້ກ່າວຢືນຢັນວ່າ: ຟີລິບປິນ ຈະເຮັດວຽກຮ່ວມກັບ ຈີນ ຢ່າງໃກ້ຊິດ ເພື່ອເພີ່ມທະວີການຮ່ວມມືຢ່າງຮອບດ້ານໃຫ້ກາຍເປັນປະຫວັດສາດໜ້າໃໝ່ແຫ່ງການພົວພັນຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຟີລິບປິນ – ສປ ຈີນ, ຮ່ວມກັນແກ້ໄຂສິ່ງທ້າທາຍ ແລະ ບັນຫາທີ່ສອງປະເທດກຳລັງປະເຊີນໃຫ້ດີກວ່າເກົ່າ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.