ຈີນ ເປີດຕົວລົດໄຟພະລັງງານໄຮໂດຣເຈນ ສຳລັບແລ່ນເຂດໃນເມືອງ

21

ສຳນັກຂ່າວຊິນຫົວ ລາຍງານໃນວັນທີ 4 ມັງກອນ 2023 ວ່າ: ບໍລິສັດ CRRC Changchun Railway Vehicles ແລະ ບໍລິສັດ Chengdu Rail Transit Group ໄດ້ຮ່ວມກັນພັດທະນາລົດໄຟພະລັງງານໄຮໂດຣ ເຈນ ສຳລັບແລ່ນເຂດໃນເມືອງ ເຊິ່ງມີຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ.

May be an image of train and text

ລາຍງານລະບຸວ່າ: ລົດໄຟລຸ້ນດັ່ງກ່າວນີ້ມີລະບົບ “ ພະລັງງານໄຮໂດຣເຈນ ” ຢູ່ໃນຕົວ ເພື່ອເປັນແຫຼ່ງພະລັງງານ ສຳລັບການຂັບເຄື່ອນທັງໝົດຂອງຂະບວນລົດໄຟ ໂດຍມີແບັດເຕີຣີຄວບຄຸມໄຟ ເຊິ່ງສາກຄັ້ງໜຶ່ງສາມາດແລ່ນໄດ້ປະມານ 600 ກິໂລແມັດ ແລະ ທີ່ສຳຄັນເປັນມິດກັບສິ່ງແວດລ້ອມ ບໍ່ມີມົນລະພິດແຕ່ຢ່າງໃດ.

May be an image of train