ກຳປູເຈຍ ເລີ່ມລົງມືກໍ່ສ້າງຂົວຂ້າມນໍ້າຂອງ

25

ສຳນັກຂ່າວຊິນຫົວ ລາຍງານວ່າ ກຳປູເຈຍ ໄດ້ຈັດພິທີເປີດໂຄງການກໍ່ສ້າງຂົວຂ້າມນໍ້າຂອງໃນແຂວງກະແຈະ ທາງພາກຕາເວັນອອກສ່ຽງເໜືອຂອງປະເທດ ໂດຍມີ ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ແລະ ທ່ານ ຫວັງ ເຫວິນທຽນ ເອກອັກຄະລັດຖະທູດຈີນ ປະຈຳກຳປູເຈຍ ເຂົ້າຮ່ວມເປັນປະທານໃນພີທີດັ່ງກ່າວ.

May be an image of outdoors

ຂົວແຫ່ງນີ້ມີຄວາມຍາວ 1.761 ແມັດ ແລະ ກວ້າງ 13,5 ແມັດ ໂດຍແມ່ນ ບໍລິສັດ ຊຽງໄຮ້ ຄອນສະຕຣັກຊັນ ກຣຸບ ( Shanghai Construction Group ) ເປັນຜູ້ຮັບເໝົາກໍ່ສ້າງ ພາຍໃຕ້ບ້ວງເງິນກູ້ຢືມພິເສດຂອງຈີນ ແລະ ຄາດວ່າຈະສ້າງສຳເລັດພາຍໃນ 42 ເດືອນ.

May be an image of outdoors