ລາຄາແກ໊ສໃນ ອີຢູ ຫຼຸດລົງຕໍ່າສຸດ ຫຼັງບໍ່ໜາວດັ່ງທີ່ຄາດ

37

ສຳນັກຂ່າວ AFP ລາຍງານເມື່ອວັນທີ 3 ມັງກອນ 2023 ວ່າ: ລາຄາແກ໊ສທຳມະຊາດໃນສະຫະພາບເອີຣົບ ( ອີຢູ ) ຫຼຸດລົງສູ່ຈຸດຕ່ຳສຸດ ນັບແຕ່ ຣັດເຊຍ ປະຕິບັດການທາງທະຫານໃນ ອູ    ແກຣນ ສົ່ງຜົນໃຫ້ລາຄາພະລັງງານເພີ່ມຂຶ້ນສູງສຸດ ເມື່ອເດືອນມີນາ 2022 ຜ່ານມາ ແລະ ຍັງຢູ່ໃນລະດັບສູງມາຢ່າງຕໍ່ເນື່ອງ ແຕ່ເມື່ອລະດູໜາວປີນີ້ບໍ່ໜາວເຢັນຮ້າຍແຮງຢ່າງທີ່ຄາດການໄວ້, ປະເທດຕ່າງໆຈຶ່ງໄດ້ນຳເອົາແກ໊ສ ທຳມະຊາດທີ່ກັກຕຸນໄວ້ໃນຄັງສຳຮອງມານຳໃຊ້ໜ້ອຍກວ່າທີ່ຄາດການໄວ້.

May be an image of 1 person

ທັງນີ້ Dutch TTF ເຊິ່ງເປັນດັດສະນີລາຄາມາດຕະຖານຂອງການຊື້ – ຂາຍແກ໊ສທຳມະຊາດໃນ ອີຢູ ທີ່ເຄີຍເປັນສະຖິຕິສູງສຸດທີ່ລະດັບ 345 ເອີໂຣ/Mwh ໃນເດືອນມີນາ 2022 ໄດ້ຫຼຸດລົງມາຢູ່ທີ່ 73 ເອີໂຣ/Mwh ເມື່ອວັນທີ 2 ມັງກອນ 2023 ແລະ ຫຼຸດລົງເຖິງ 50% ເມື່ອທຽບກັບເດືອນຜ່ານມາ.

May be an image of 1 person and outdoors

ໃນຂະນະດຽວກັນ ບໍລິສັດ  ແກ໊ສປຣອມ ( Gazprom ) ຂອງຣັດເຊຍ ເປີດເຜີຍວ່າ: ການສົ່ງອອກແກ໊ສໄປຍັງສະຫະພາບເອີຣົບ ແລະ ສະວິດເຊີແລນ ຫຼຸດລົງ 55%, ໃນຂະນະທີ່ປະເທດທີ່ຢູ່ນອກກຸ່ມອະດີດສະຫະພາບໂຊວຽດ ກໍຫຼຸດລົງ 45%.