ອິດສະຣາແອນ – ຝຣັ່ງ ສະໜັບສະໜູນໂຄງການວິໄຈສິ່ງແວດລ້ອມທາງທະເລ

52

ສຳນັກຂ່າວຊິນຫົວ ລາຍງານວ່າ: ກະຊວງນະວັດຕະກຳວິທະຍາສາດ ແລະ ເຕັກໂນໂລຊີຂອງອິດສະຣາແອນ ເປີດເຜີຍວ່າ ອິດສະຣາແອນ ແລະ ຝຣັ່ງ ຈະຮ່ວມມືກັນສະໜັບສະໜູນໂຄງການວິໄຈສິ່ງແວດລ້ອມທາງທະເລແບບຍືນຍົງ ແລະ ຟີຊິກປະຍຸກ ໂດຍຜ່ານການຄັດເລືອກແລ້ວ.

May be an image of sky and ocean

ການສະໜັບສະໜູນທາງການເງິນ ຈະຈັດສັນໃຫ້ແກ່ໂຄງການວິໄຈຮ່ວມທາງວິທະຍາສາດ ລະຫວ່າງ ອິດສະຣາແອນ ແລະ ຝຣັ່ງ ສຳລັບການພັດທະນາເຕັກໂນໂລຊີຕ່າງໆ ເພື່ອນຳໄປໃຊ້ທາງທະເລ ແລະ ຄວາມຍືນຍົງ ລວມເຖິງການວິໄຈໂຟໂຕນິກປະຍຸກ ແລະ ເລເຊີ.

May be an image of body of water

ການສະໜັບສະໜູນໃນຄັ້ງນີ້ ຄວບຄຸມໂຄງການໃນໄລຍະເວລາ 2 ປີ ໂດຍຜ່ານການຄັດເລືອກ ຈຳນວນ 8 ໂຄງການ ໂດຍແຕ່ລະໂຄງການຈະໄດ້ຮັບເງິນສະໜັບສະໜູນຈາກອິດສະຣາແອນ ແລະ ຝຣັ່ງ ປະເທດລະ 80.000 ເອີໂຣ ແລະ ລວມທັງໝົດຂອງໂຄງການ ກວມເອົາ ມູນຄ່າ 1,28 ລ້ານເອີໂຣ.