ຫາລື ບັນດາສິ່ງກີດຂວາງທີ່ເປັນອຸປະສັກ ແລະ ສົ່ງກະທົບຕໍ່ສະພາບແວດລ້ອມການດຳເນີນທຸລະກິດຢູ່ລາວ

117

ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຕາງໜ້າຝ່າຍລັດຖະບານ, ພ້ອມດ້ວຍຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ໄດ້ຈັດກອງປະຊຸມໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 19 ເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າຂອງການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານການອຳນວຍຄວາມສະດວກທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) ເພື່ອແກ້ໄຂບັນດາສິ່ງກີດຂວາງທີ່ເປັນອຸປະສັກ ແລະ ສົ່ງກະທົບຕໍ່ສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ.

May be an image of 11 people, people standing and indoor

ກອງປະຊຸມດັ່ງກ່າວຈັດຂຶ້ນໃນ 25 ພະຈິກ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ເປັນປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF), ພ້ອມມີຕາງໜ້າຈາກບັນດາກະກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ-ຕ່າງປະເທດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ ທີ່ໂຮງແຮມຄຣາວພາຊາ.

May be an image of 5 people, people standing and indoor
ກອງປະຊຸມ ໄດ້ປຶກສາຫາລື ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີ ຈາກບົດປະເມີນແຜນວຽກການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022; ນຳສະເໜີແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ສຳລັບປິ 2022-2026 ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການປັບປຸງປະສິດທິພາບຂອງກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຜ່ານກອງປະຊຸມທຸລະກິດລາວ ເພື່ອແກ້ໄຂບັນດາສິ່ງກີດຂວາງທີ່ເປັນອຸປະສັກ ແລະສົ່ງກະທົບຕໍ່ສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ.

May be an image of 12 people, people standing, suit and indoor
ທ່ານ ມະໂນທອງ ວົງໄຊ ກ່າວບາງຕອນວ່າ: ການອຳນວຍຄວາມສະດວກທາງດ້ານການຄ້າ ມີຄວາມສຳຄັນຫລາຍຕໍ່ການສົ່ງເສີມການຄ້າທັງພາຍໃນ, ພາກພື້ນ ແລະ ສາກົນ. ໂດຍລວມ, ພວກເຮົາໄດ້ມີຄວາມຄືບໜ້າຫລາຍໃນການຈັດຕັ້ງປະຕິບັດການປັບປຸງຕ່າງໆ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແຕ່ກໍ່ຍັງມີຄວາມຈຳເປັນໃນການສືບຕໍ່ປັບປຸງວຽກງານໃນຂົງເຂດດັ່ງກ່າວ ເພື່ອເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງ ສປປ ລາວ ແລະ ດຶງດູດການລົງທຶນທີ່ມີປະສິດທິພາບ.

May be an image of 1 person and standing
ທ່ານກ່າວຕື່ມວ່າ: ກ່ຽວກັບແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ປີ 2022-2026 ທີ່ໄດ້ຖືກຮັບຮອງໃນເດືອນ ພຶດສະພາ 2022 ຜ່ານມານີ້ ໂດຍແຜນດັ່ງກ່າວ ໄດ້ກຳນົດບັນດາໜ້າວຽກບູລິມະສິດ ໃນການສະໜັບສະໜູນຍຸດທະສາດແຫ່ງຊາດໃນການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ, ການຟຶ້ນຕົວຈາກພະຍາດລະບາດ ໂຄວິດ-19 ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພາຍໃນປີ 2026. ຄວາມສຳຄັນຂອງການຈັດບູລິມະສິດ ບັນດາມາດຕະການດ້ານນະໂຍບາຍ, ຄວາມເປັນເຈົ້າການຂອງ ຂະແໜງການພາກລັດ, ຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານລະຫວ່າງຂະແໜງການ ໃນລະດັບສູນກາງ ແລະ ທ້ອງຖິ່ນ ລວມເຖິງການສະໜັບສະໜູນທິດທາງລວມໃນການສ້າງຄວາມເຂັ້ມແຂງໃຫ້ກັບກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອງປະຊຸມທຸລະກິດລາວ.

May be an image of 7 people, people standing, indoor and text that says 'TAIDEN'
ທ່ານ ນາງ ອີນາ ມາຈູລໍນີແຕ ໄດ້ກ່າວວ່າ: ເຖິງວ່າມາຮອດປະຈຸບັນ ຂະແໜງການພວກເຮົາໄດ້ມີຜົນສຳເລັດ ແລະ ຄືບໜ້າຫຼາຍ, ແຕ່ເຫັນວ່າໃນຕໍ່ໜ້າຍັງມີຫຼາຍສິ່ງທ້າທາຍທີ່ຈະຕ້ອງຄຳນຶງ ເຊິ່ງໜຶ່ງໃນນັ້ນ ກໍ່ຄືການຮັກສາຄຳໝັ້ນສັນຍາ ແລະ ສຸມເຫື່ອແຮງ ເຂົ້າໃນການນຳໃຊ້ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ໃຫ້ເປັນແຜນ ແລະ ເວທີປຶກສາຫາລື ຂອງພາກທຸລະກິດ ເນື່ອງຈາກວ່າເປົ້າໝາຍສຸດທ້າຍ ແລ້ວບໍ່ແມ່ນແຕ່ເປັນການສ້າງສະພາບແວດລ້ອມ ທີ່ເອື້ອຍອຳນວຍໃຫ້ແກ່ການດຳເນີນທຸລະກິດສຳລັບຜູ້ປະກອບການ ແຕ່ແມ່ນການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງ ໃນການປະກອບການດ້ານການຄ້າ ລວມເຖິງຜະລິດຕະພາບຂອງພາກທຸລະກິດ ເຊິ່ງແມ່ນຜູ້ໄດ້ຮັບຜົນປະໂຫຍດສຸດທ້າຍ ຈາກການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ຂອງພວກເຮົາ.

May be an image of 1 person and text that says '25th November 2022, Crov zed by: Department of Planning and Coopera Australian Aid E german cooperation H.E.MsInaMarčiulionyté Ms Ina Marčiulionyt Ambassador Head Delegation the uropean Union the 10 PDR'

ດັ່ງນັ້ນ ໃນໄລຍະຍາວ, ການເລັ່ງຈັດຕັ້ງປະຕິບັດ ການປັບປຸງດ້ານຕ່າງໆ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະ ພັດທະນາຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ ໂດຍການປັບປຸງການເຊື່ອມຈອດ, ແມ່ນສິ່ງສຳຄັນທີ່ຈະເພີ່ມທະວີຄວາມຕ້ານທານດ້ານເສດຖະກິດ ແລະ ສັງຄົມ, ແລະ ຮັບປະກັນ ໃຫ້ ສປປລາວ ສາມາດຍາດແຍ່ງໄດ້ຜົນປະໂຫຍດສູງສຸດຈາກການລົງທຶນດ້ານໂຄງລ່າງພື້ນຖານໃນຊຸມປີຜ່ານມານີ້.

May be an image of 7 people and indoor
ກອງປະຊຸມໄດ້ແບ່ງເປັນສອງພາກ ແລະ ປຶກສາຫາລືທັງໝົດ 3 ຫົວຂໍ້ຄື: 1). ກ່ຽວກັບຜົນການຄົ້ນຄວ້າ ແລະຂໍ້ສະເໜີ ຈາກບົດປະເມນແຜນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ (2017-2022); 2). ກ່ຽວກັບແຜນທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) ແລະ 3). ກ່ຽວກັບການກຳນົດກົນໄກເພື່ອປັບປຸງຂໍ້ຫຍຸ້ງຍາກທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການດຳເນີນທຸລະກິດ ໃນ ສປປ ລາວ ຜ່ານເວທີປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.