ຄວາມຄືກຄື້ນກັບມາຮອບໃໝ່ ຫຼັງພັກຍາວສອງປີບໍ່ໄດ້ແຫ່ຜາສາດເຜິ້ງໃນບຸນນະມັດສະການພະທາດຫຼວງ

226

ພິທີແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພະທາດຫລວງວຽງຈັນ ປີນີ້ຄືກຄື້ນພໍສົມຄວນ ພິທີທາງການໄດ້ດຳເນີນແຕ່ເວລາ 13:30 ນາທີ ຂອງມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ, ກົງກັບວັນທີ 7 ພະຈິກ 2022 ໂດຍໄດ້ເຕົ້າໂຮມກັນທີ່ວັດຫນອງບອນ ແລ້ວແຫ່ເຂົ້າມາກົມມະລຽນທາດຫລວງ 3 ຮອບ ເພື່ອເປັນການບູຊາຄຸນ ພະພຸດພະທັມ ແລະ ພະສົງ ໂດຍມີຂະບວນພະສົງ ອອກຫນ້າ ແລະ ການນຳພັກລັດ ໂດຍການນຳພາຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີພ້ອມດ້ວຍຂະບວນມວນຊົນ ຈາກຫລາຍພາກສ່ວນ ຮ່ວມແຫ່ຢ່າງຟົດຟື້ນມ່ວນຊື່ນ.

ໃນບຸນພະທາດຫຼວງວຽງຈັນ ພສ. 2565 ຕອນບ່າຍວັນທີ 7 ພະຈິກ 2022 ໄດ້ມີພິທີແຫ່ພະສາດເຜິ້ງອ້ອມ ກົມມະລຽນຂອງທາດຫຼວງ, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍການນຳຈາກບັນດາກະຊວງ, ບັນດາກົມ ແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.


ປະເພນີແຫ່ຜາສາດເຜິ້ງເປັນອີກໜຶ່ງກິດຈະກຳທີ່ໄດ້ສືບທອດ ແລະ ປະຕິບັດໃນງານບຸນນະມັດສະການພະທາດຫຼວງວຽງຈັນມາເປັນເວລາຫຼາຍກວ່າ 4 ສະຕະວັດຜ່ານມາ ເຊິ່ງຂະບວນແຫ່ຜາສາດເຜິ້ງປີນີ້ໄດ້ເລີ່ມໃນຕອນບ່າຍຂອງມື້ຂຶ້ນ 14 ຄໍ່າ ເດືອນ 12 ພ.ສ 2565 ກົງກັບ ວັນທີ 7 ພະຈິກ 2022 ມີຫຼາຍຊັ້ນຄົນໄດ້ມາເຕົ້າໂຮມຢູ່ວັດສີເມືອງ ສະຖານທີ່ສັກກາລະບູຊາຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດກ່ອນທີ່ຈະແຫ່ໄປພະທາດຫຼວງ.


ຜາສາດເຜິ້ງທີ່ນຳມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍໄມ້ ແລະ ອື່ນໆ ພ້ອມປະດັບປະດາດ້ວຍດອກເຜິ້ງ (ຂີ້ເຜິ້ງ), ເຄື່ອງໃຊ້ເຊັ່ນ: ສໍດຳ, ປາກກາ (ບິກຂຽນ), ປຶ້ມຂຽນ ແລະ ເຄື່ອງໃຊ້ທີ່ຈໍາເປັນລວມທັງເງິນທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ຊຶ່ງການຕົບແຕ່ງຜາສາດເຜິ້ງນັ້ນຈະມີຄວາມໝາຍ ຊຶ່ງສະແດງເຖິງຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ ແລະ ປະເພນີ ແຫ່ຜາສາດເຜິ້ງທີ່ຈັດຂຶ້ນໃນທຸກໆປີແມ່ນແນໃສ່ສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວຕະຫຼອດໄປ.

ໃນການແຫ່ຜາສາດເຜິ້ງຈະມີມວນຊົນຊາວລາວບັນດາເຜົ່າບໍ່ວ່າຈະເປັນຜູ້ເຖົ້າ, ຜູ້ແກ່, ຊາວໜຸ່ມຍິງ-ຊາຍ, ເດັກນ້ອຍກໍໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ, ຜູ້ຊາຍນຸ່ງຖືສຸພາບ, ສ່ວນແມ່ຍິງເອງກໍນຸ່ງຖືຕາມເອກະລັກຂອງແມ່ຍິງລາວເຊັ່ນ: ນຸ່ງສິ້ນໄໝ, ເສື້ອໄໝ ບ່ຽງແພ ໂດຍຖືຜາສາດເຜິ້ງແຫ່ໄປຕາມຂະບວນ, ການແຫ່ຜາສາດເຜິ້ງແມ່ນປະສົມປະສານດ້ວຍສຽງຄັບ, ສຽງລໍາຈາກທ້ອງຖິ່ນຕ່າງໆທີ່ຟັງແລ້ວເປັນຕາສະອອນໃຈ ພ້ອມຍັງມີຂະບວນແຫ່ຜາສາດເຜິ້ງຈາກພາກສ່ວນຕ່າງໆທີ່ນຸ່ງຖືຂອງຊົນເຜົ່າຕ່າງໆ ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່ານັ້ນເອງ.


ການແຫ່ຜາສາດເຜິ້ງນັ້ນຈະແຫ່ອ້ອມພະທາດຫຼວງ 3 ຮອບກ່ອນຂະບວນຈະແຫ່ຜ່ານປະຕູເບື້ອງຕາເວັນອອກ ເພື່ອແຫ່ອ້ອມພະທາດຫຼວງຢູ່ດ້ານໃນກົມມະລຽນ ເພື່ອນຳເອົາຜາສາດເຜິ້ງ ແລະ ດອກໄມ້ທູບທຽນຂອງຕົນນຳໄປວາງໄວ້ອ້ອມຮອບຕີນພະທາດຫຼວງເພື່ອເປັນການບູຊາ, ອາທິຖານຕໍ່ໜ້າພະທາດຫຼວງ ແລະ ຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ.