ທ່ານ ນາງ ບຸນເພັງ ມູນໂພໄຊ ໂອ້ລົມພະນັກງານການນໍາຂັ້ນເມືອງມາຈາກທົ່ວປະເທດ

146

ເພື່ອກະຕຸກຊຸກຍູ້ນໍ້າໃຈຄວາມເປັນຜູ້ນໍາ, ເພີ່ມທະວີຄວາມເຊື່ອໝັ້ນ, ຈົງຮັກພັກດີ ແລະ ຄວາມກະ ຕືລືລົ້ນໃນໜ້າທີ່ວຽກງານ ບົນຈິດໃຈຄວາມຮັບຜິດຊອບສູງ ໃຫ້ແກ່ພະນັກງານສືີບທອດ ໂດຍສະເພາະບັນດາທ່ານຄະນະນໍາຂັ້ນເມືອງທີ່ມາຈາກແຂວງຕ່າງໆໃນຂອບເຂດທົ່ວປະເທດ.

ວັນທີ 1 ພະຈິກ 2022 ທີ່ສະຖາບັນການເມືອງການປົກຄອງແຫ່ງຊາດ, ນະຄອນຫຼວງວຽງຈັນ ນາງ ບຸນເພັງ ມູນໂພໄຊ ພະນັກງານບໍານານ ອະດີດກໍາມະການສູນກາງພັກ, ອະດີດລັດຖະມົນຕີ ຫ້ອງວ່າການລັດຖະບານ, ອະດີດເຈົ້າແຂວງຊຽງຂວາງ ແລະ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານການນໍາຂັ້ນເມືອງທີ່ມາຈາກແຂວງຕ່າງໆ ໃນຫົວຂໍ້ “ ບາງບົດຮຽນ ຈາກພຶດຕິກໍາກ່ຽວກັບການນໍາພາ ແລະ ການຄຸ້ມຄອງ”.

ການປາຖະກາຖາຄັ້ງນີ້ ທ່ານ ນາງ ບຸນເພັງ ມູນໂພໄຊ ໄດ້ເນັ້ນການໂອ້ລົມແບບເປັນກັນເອງ ແຕ່ເນັ້ນໃຈຄວາມສໍາຄັນທີ່ກ່ຽວພັນກັບວຽກງານວິຊາການ. ໃນນັ້ນ, ທ່ານໄດ້ຍົກປະເດັນພາວະການເປັນຜູ້ນໍາ, ຄວາມໝາຍຂອງຜູ້ນໍາ, ຄວາມສໍານຶກກ່ຽວກັບການຄຸ້ມຄອງ, ຄວາມສໍາຄັນ ແລະ ຄວາມກ່ຽວພັນລະຫວ່າງການນໍາພາ ແລະ ການຄຸ້ມຄອງ; ຄຸນລັກສະນະຂອງຜູ້ນໍາພາຄຸ້ມຄອງບໍລິຫານ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຍົກຕົວຢ່າງໃນພາກປະຕິບັດຕົວຈິງໃນຫຼາຍເຫດການສໍາຄັນ, ຫຼາຍສະຖານທີ່ໃນພາກປະຕິບັດຕົວຈິງ ເພື່ອໃຫ້ແຕ່ລະທ່ານທີ່ຮັບຟັງໄດ້ນຶກພາບເຫັນ ແລະ ມີຄວາມເຂົ້າໃຈເລິກເຊິ່ງ ສາມາດເປັນບົດຮຽນ ແລະ ຄະຕິປະຕິບັດໃນອະນາຄົດ.

ມີຕອນໜຶ່ງ ທ່ານໄດ້ກ່າວວ່າ: ໃນເງື່ອນໄຂ, ສິ່ງແວດລ້ອມຂອງວຽກງານ ໜ້າທີ່ຂອງແຕ່ລະຄົນ, ແຕ່ລະໄລຍະ, ແຕ່ລະສະຖານະການທີ່ແຕກຕ່າງກັນເປັນຕົ້ນ ແມ່ນບັນຫາກ່ຽວກັບງານ, ກ່ຽວກັບຄົນ, ກ່ຽວກັບສິ່ງແວດລ້ອມທັງໃນຕົວ ແລະ ນອກຕົວ ຮ້ອຍສິ່ງພັນປະການ ທັງດ້ານບວກ ແລະ ດ້ານລົບ, ທັງດ້ານດີ ແລະ ດ້ານອ່ອນ ມັນເປັນການທົດສອບ, ເປັນການສອນ, ເປັນການຝຶກ ແລະ ປະກອບເປັນຄວາມຮູ້, ເປັນບົດຮຽນໃໝ່ໆ ໃຫ້ຜູ້ນໍາພາ-ຄຸ້ມຄອງ.

ການແກ້ໄຂບັນຫາ, ການຕັດສິນໃຈຕໍ່ໜ້າສະພາບຫຼໍ່ແຫຼມ, ທ້າທາຍສັບສົນ ເຊິ່ງສິ່ງເຫຼົ່ານີ້ຈະບໍ່ມີໂຮງຮຽນໃດສອນ, ບໍ່ມີຕໍາລາ ຫຼື ຄູ່ມືໃດຊ່ວຍແນະນໍາ ໃຫ້ຜູ້ນໍາແຕ່ລະຂັ້ນລະອຽດໄດ້ ມີແຕ່ການໃຊ້ຫົວຄິດ-ປັນຍາ ໃຊ້ຄວາມຮູ້ ຄວາມສະຫຼາດ, ຄວາມສາມາດ ແລະ ໃຊ້ຫົວໃຈຢ່າງສຸດພະລັງທີ່ເຮົາມີ ເພື່ອນໍາພາອົງກອນໃຫ້ຢູ່ລອດປອດໄພ ແລະ ບັນລຸເປົ້າໝາຍທີ່ວາງໄວ້. ນອກຈາກນີ້, ທ່ານຍັງໄດ້ເນັ້ນໜັກບາງຂໍ້ທີ່ຕິດພັນກັບຊີວິດປະຈໍາວັນຕື່ມອີກເຊັ່ນ: ການກໍານົດ, ການວາງຈຸດມຸ່ງໝາຍກ່ຽວກັບຊີວິດ ແລະ ວຽກງານ; ການສ້າງຄວາມເຂັ້ມແຂງທາງໃຈ ແລະ ກາຍ; ສິ່ງທີ່ຄວນເອົາໃຈໃສ່ສໍາລັບຜູ້ນໍາພາ-ຄຸ້ມຄອງ; ການສ້າງຕົນໃຫ້ເປັນແບບຢ່າງ ແລະ ອື່ນໆ.