ອ່ານແລ້ວມີຫວັງ ລ້ຽງເປັດຂາຍໄຂ່ ລາຍຮັບຕໍ່ເດືອນ50 ລ້ານ

151

ເລື່ອງລາວນີ້ຫວັງວ່າຈະເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນທີ່ກຳລັງທໍ້ກັບຊີວິດ ເພາະບັນຫາເງິນເຂົ້າຖົງບໍ່ສູ້ເງິນທີ່ອອກໄປ ແຕ່ເຖິງຢ່າງໃດກໍ່ຕາມບໍ່ແມ່ນວ່າທຸກຄົນຈະໝົດຫົນທາງ ຂໍພຽງບໍ່ໝົດໄຟ ແລະມີເປົ້າໝາຍ ມີຄວາມດຸໝັ່ນຄວາມສຳເລັດຕ້ອງຕາມມາໃນມື້ໜຶ່ງ ເບິ່ງຄອບຄົວນີ້ເປັນຕົວຢ່າງ.ຄອບຄົວຂອງ ທ່ານ ນາງ ອຸດາໄລ ພະໄຊຈະເລີນ, ຢູ່ບ້ານມ່ວງສຸມ, ເມືອງທ່າແຂກ, ແຂວງຄຳມ່ວນ ສະມາຊິກຊາວໜຸ່ມຮາກຖານພະແນກສາທາລະນະສຸກແຂວງ ເຊິ່ງເປັນຊາວໜຸ່ມຕົວແບບທາງດ້ານການປູກຝັງ-ລ້ຽງສັດທີ່ໄດ້ຮັບການຍອມຮັບ ແລະໄດ້ຕາງໜ້າໃຫ້ຮາກຖານຊາວໜຸ່ມ ພະແນກສາທາລະນະສຸກແຂວງ ຂຶ້ນປະກອບຄຳເຫັນ ໃນພິທີປະກາດຮັບຮອງຮາກຖານຊາວໜຸ່ມແນກສາທາລະນະສຸກ ແຂວງຄໍາມ່ວນ ເປັນຮາກຖານ 4 ບຸກ ຄັ້ງທີ II.


ຈາກການໃຫ້ສຳພາດຂອງ ທ່ານ ນາງ ອຸດາໄລ ພະໄຊຈະເລີນ ໃຫ້ຂໍ້ມູນຕໍ່ສື່ມວນຊົນວ່າ: ຕົນເອງກໍ່ ເປັນພະນັກງານລັດຖະກອນ ໄດ້ສັງກັດຢູ່ພະແນກສາທາລະນະສຸກແຂວງ ແລະ ຜົວກໍ່ເປັນພະນັກງານສັງກັດຢູພະແນກການເງີນແຂວງ, ມີລູກຮ່ວມກັນ 2 ຄົນ, ແຕ່ກ່ອນຕົນເອງ ແລະ ຄອບຄົວແມ່ນອາໄສ ແຕ່ເງີນເດືອນຂອງການເປັນພະນັກງານ ເຫັນວ່າລາຍຮັບພໍແຕ່ກຸ້ມກິນເທົ່ານັ້ນ ມາຮອດ ປີ 2018 ຕົນ ແລະ ຄອບຄົວຈຶ່ງມີແນວຄວາມຄິດລິເລີ່ມຫັນເອົາເວລາວ່າງມາສ້າງເສດຖະກິດຄອບຄົວ ດ້ວຍການລ້ຽງເປັດໄຂ່ຂາຍໂດຍເອົາເງິນທີ່ເກັບສະສົມມາລົງທຶນໃນມູນຄ່າເບື້ອງຕົ້ນ 50 ລ້ານກີບ.


ໃນເນື້ອທີ່ໃນການປູກຝັງ-ລ້ຽງສັດ ແມ່ນພຽງເຄິ່ງເຮັກຕາເຊິ່ງແບ່ງເນື້ອທີ່ປູກໝາກຂຽບ, ລ້ຽງ ສັດ ( ຫມູ, ແບ້, ງົວ, ໄກ່ງ່ວງ, ໄກ່ລາດ ) ເບື້ອງຕົ້ນແມ່ນໄດ້ນຳເປັດໄຂ່ມາລ້ຽງ ຄັ້ງທຳອິດ ຈຳນວນ 200 ໂຕ ມາຮອດປະຈຸບັນນີ້ແມ່ນຈຳນວນ 3.000 ໂຕ ຊື້ມາໃນລາຄາ 1 ໂຕ 90,000 ກີບ ໄລຍະການລ້ຽງ 1 ເດືອນ ແມ່ນສາມາດເກັບໄຂ່ຂາຍໄດ້ແລ້ວ ເປັນລາຍຮັບແຕ່ລະມື້ ຈົນກວ່າເປັດອາຍຸໄດ້ ປີປາຍ ຖືວ່າສຸດໄຂ່, ການລ້ຽງກໍ່ຄືໃຫ້ອາຫານເຊົ້າ, ແລງ, ເປັດພັນໄຂ່ ນີ້ເປີເຊັນການຕາຍແມ່ນມີໜ້ອຍ, ແຮງງານຫຼັກຕົ້ນຕໍໃນຄອບຄົວ ມີ 4 ຄົນ ຄື: ນ ອຸດາໄລ ກັບຜົວຂອງເພິ່ນ ແລະ ຈ້າງຄົນງານເພີ່ມ 2 ຄົນ, ເຖິງວ່າຈະບໍ່ໄດ້ເປັນຟາມໃຫຍ່ກໍ່ຕາມ ແຕ່ກໍ່ສາມາດແກ້ໄຂຊີວິດການເປັນຢູ່ພາຍໃນຄອບຄົວໄດ້ສະເລ່ຍແລ້ວໃນ 1 ເດືອນ ມີລາຍຮັບຈາກການຂາຍໄຂ່ເປັດ ປະມານ 50-60 ລ້ານກີບ.

ລາຍຮັບນີ້ແມ່ນໄດ້ຫັກລົບຕົ້ນທຶນແລ້ວ, ເຊີ່ງໃນແຕ່ລະມື້ ທ່ານ ນາງ ອຸດາໄລ ຈະຕື່ນນອນ 5 ໂມງເຊົ້າເພື່ອມາໃຫ້ອາຫານເປັດ, ໄກ່, ໜູ ແລະ ເກັບໄຂ່ເປັດ ໃສ່ແຕະໄວ້ເພື່ອກຽມສົ່ງລູກຄ້າ, 7:30 ໂມງ ໄປການປົກກະຕິ ຫຼັງຈາກເລີກການຕອນທ່ຽງຈຶ່ງໄດ້ເລາະສົ່ງໃຫ້ລູກຄ້າຕາມທີ່ມີການສັ່ງຈອງໄວ້, ສຳລັບກາຍຂາຍແມ່ນ 1 ແຕະ ມີ 30 ໜ່ວຍ ຂາຍໃນລາຄາ 66.000 ກີບ ນອກຈາກການຂາຍໄຂ່ເປັດແລ້ວ ມີຂີ້ເປັດຂາຍນຳອີກ ຈະຂາຍໃນລາຄາເປົາລະ 15.000 ກີບ ແລະ ຍັງຂາຍເປັດ ໂຕທີ່ມັນສຸດໄຂ່ແລ້ວ ຂາຍໃນລາຄາ 1 ໂຕ 25.000 ກີບ ສາມາດເວົ້າໄດ້ວ່າ ຜົນລາຍຮັບທັງໝົດ ຈາກການຂາຍໄຂ່, ຂາຍເປັດ ແລະ ຂາຍຝຸ່ນຄອກ ລວມລາຍຮັບ ຈໍານວນ 600 ລ້ານກີບ/1ຊຸດ ຂອງການລ້ຽງ. ໃນຕໍ່ໜ້າຍັງຈະເສີມຂະຫຍາຍການລ້ຽງເປັດພັນຊີ້ນ, ໜູ ລາດ ແລະ ໄກ່ພັນໄຂ່ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດຕື່ມອີກ.