ເຊັນສັນຍາຮ່ວມມືພັດທະນາ ແລະ ບໍລິການພລັດຟອມ ເພື່ອສະໜອງຂໍ້ມູນຂ່າວສານ ແລະ ບໍລິການພາກລັດ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກຸ່ມບໍລິສັດ ໂຄລາວ

168

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ແລະ ກຸ່ມບໍລິສັດ ໂຄລາວ (ບໍລິສັດ ກ໊ອກ ກ໊ອກ ຈຳກັດຜູ້ດຽວ) ເຊັນສັນຍາຮ່ວມມືພັດທະນາ ແລະ ບໍລິການພລັດຟອມ ເພື່ອສະໜອງຂໍ້ມູນຂ່າວສານ ແລະ ບໍລິການພາກລັດ ຄາດນະເນການລົງທຶນທັງໝົດ ປະມານ 10 ລ້ານໂດລາສະຫະລັດ.

ພິທີເຊັນສັນຍາ ຈັດຂຶ້ນໃນວັນທີ 19 ຕຸລາ 2022 ທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ຕາງໜ້າ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊັນລົງນາມໂດຍ ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າຫ້ອງການ, ທ່ານ ປອ ທະວິສັກ ມະໂນທຳ ຫົວໜ້າສູນລັດຖະບານດິຈິຕອນ ແລະ ຕາງໜ້າກຸ່ມບໍລິສັດ ໂຄລາວ ເຊັນໂດຍ ທ່ານ ປອ ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ແລະ ທ່ານ ອານຸສິດ ກຸລະວົງ ຜູ້ອຳນວຍການ ບໍລິສັດ ກ໊ອກກ໊ອກ ຈຳກັດຜູ້ດຽວ ໃຫ້ກຽດເຂົ້າເປັນສັກຂີພິຍານໂດຍ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ເຊຍັງໂອ ປະທານໃຫຍ່ ກຸ່ມບໍລິສັດ ໂຄລາວ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການຜັນຂະຫຍາຍວິໄສທັດ ແລະ ຍຸດທະສາດ ຂອງການພັດທະນາເສດຖະກິດດິຈິຕອນຂອງລັດຖະບານ ທີ່ໄດ້ມີການຮັບຮອງ ຈາກສະພາແຫ່ງຊາດ, ບັນດາກະຊວງ ແລະ ອົງການຈັດຕັ້ງຕ່າງໆ ກໍໄດ້ມີແນວຄວາມຄິດ, ມີແຜນການ ຫຼື ມີໂຄງການ ໃນການປັບປຸງການຄຸ້ມຄອງບໍລິຫານຂອງຕົນໃຫ້ທັນສະໃໝ່ ບົນພື້ນຖານຂອງການນຳໃຊ້ເຕັກໂນໂລຊີ ດິຈິຕອນ ເພື່ອສ້າງກາລະໂອກາດໃໝ່ ໃນການບໍລິການແກ່ພາກທຸລະກິດ ແລະ ປະຊາຊົນ ໃຫ້ມີຄວາມສະດວກວອງໄວ ແລະ ປະທັບໃຈ. ແຕ່ກໍສັງເກດໄດ້ວ່າ ບັນດາລະບົບການບໍລິການແບບເອເລັກໂຕຼນິກພາກສ່ວນຕ່າງໆ ຍັງບໍ່ເຊື່ອມໂຍງກັນ. ພ້ອມນັ້ນ, ສິ່ງທີ່ມີສ່ວນຫຼາຍກໍແມ່ນໃນຮູບແບບອອບລາຍ, ຖ້າເປັນອອນລາຍ ກໍຈະຜ່ານເວັບໄຊເປັນສ່ວນໃຫຍ່ ແຕ່ໃນຮູບແບບ Mobile Application ແມ່ນຍັງມີໜ້ອຍຫຼາຍ ທັງທີ່ອັດຕາການຂະຫຍາຍຕົວຂອງໂທລະສັບມືຖືຢູ່ໃນ ສປປ ລາວ ສູງເຖິງ 95% ທຽບໃສ່ຈຳນວນພົນລະເມືອງ.

ດັ່ງນັ້ນ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງມີຄວາມຕັ້ງໃຈທີ່ຢາກຍົກລະດັບ ແລະ ຕໍ່ຍອດ ການບໍລິການຂອງພາກລັດໃຫ້ແກ່ພາກທຸລະກິດ ແລະ ປະຊາຊົນ ໃຫ້ສະດວກວ່ອງໄວ ແລະ ຂະຫຍາຍການນໍາໃຊ້ໃຫ້ກ້ວາງຂວາງ, ຈຶ່ງມີແນວຄວາມຄິດຢາກພັດທະນາພລັດຟອມ ທີ່ສາມາດເຊື່ອມໂຍງບັນດາການບໍລິການຂອງພາກລັດເຂົ້າກັນ ແລະ ກາຍເປັນປະຕູ ທີ່ສາມາດເຂົ້າເຖິງການບໍລິການໄດ້ຫຼາກຫຼາຍຂໍ້ມູນຂ່າວສານ ແລະ ການບໍລິການ ຢ່າງກ້ວາງຂວາງ.

ກຸ່ມບໍລິສັດ ໂຄລາວ ແມ່ນມີປະສົບການ, ມີນັກວິຊາການ, ມີເຕັກໂນໂລຊີ ແລະ ມີທຶນໃນການຄົ້ນຄ້ວາ, ພັດທະນາ ແລະ ໃຫ້ບໍລິການບັນດາລະບົບໂປຼແກຼມ ແລະ ແອບພຣີເຄຊັ່ນຕ່າງໆ ທາງກຸ່ມບໍລິສັດ ຈຶ່ງມີຄວາມຕັ້ງໃຈ ທີ່ຈະມາຮ່ວມມື ແລະ ຊ່ວຍເຫຼືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການບັນລຸວັດຖຸປະສົງຂອງການພັດທະນາດັ່ງກ່າວ ຊຶ່ງໃນໄລຍະຜ່ານມາ ທັງສອງຝ່າຍກໍມີການເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື ພັດທະນາແອບພລີເຄຊັ່ນ ກ໊ອກ ກອ໊ກ ແຊັດ. ດ້ວຍເຫດນີ້, ທັງສອງຝ່າຍ ຈຶ່ງຕົກລົງເຊັນສັນຍາຮ່ວມມື ພັດທະນາ ແລະ ບໍລິການ ພລັດຟອມ (Platform) ເພື່ອການສະໜອງຂໍ້ມູນຂ່າວສານ ແລະ ການບໍລິຫານພາກລັດຂຶ້ນ ພາຍໃຕ້ສັນຍາຮ່ວມມືດັ່ງກ່າວ ທັງສອງຝ່າຍເຫັນດີຮ່ວມມືກັນໃນການພັດທະນາລະບົບ ພລັດຟອມ ເພື່ອໃຫ້ບໍລິການຕ່າງໆແກ່ປະຊາຊົນຜູ້ນໍາໃຊ້ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ດັ່ງລາຍລະອຽດລຸ່ມນີ້:

1. ຮ່ວມກັນສຶກສາ ແລະ ຄົ້ນຄ້ວາຄວາມເປັນໄປໄດ້ໃນການທີ່ຈະສ້າງສູນລວມຂອງສ້າງລະບົບຖານຂໍ້ມູນທຸກການບໍລິການຂອງພາກລັດເຂົ້າໃນພລັດຟອມດຽວ ແລະ ເຊື່ອມໂຍງກັບບັນດາຖານຂໍ້ມູນຂ່າວສານຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງລັດທີ່ມີແລ້ວ ເພື່ອກຽມພ້ອມໃນການພັດທະນາ ພລັດຟອມ.
2. ອອກແບບ ແລະ ພັດທະນາ ລະບົບ ພລັດຟອມ (ລະບົບໂປຣແກຣມທີ່ເຮັດການບໍລິການຜ່ານປະຕູດຽວ (0ne Stop Service Application)) ໃນການສະໜອງການບໍລິການດັ່ງນີ້: 1)​ ສະໜອງຂໍ້ມູນຂ່າວສານ: ເຊື່ອມຕໍ່ໜ້າຂ່າວຈາກບັນດາສຳນັກຂ່າວຕ່າງໆຂອງພາກລັດ (News), ເນື້ອໃນ (Contents) ທີ່ທາງລັດຖະບານຕ້ອງການສື່ສານ ແລະ ສົ່ງເສີມ, ແຈ້ງການຈາກລັດຖະບານ (Notifications), ລະບຽບ ແລະ ກົດໝາຍ. 2) ການບໍລິການຂອງພາກລັດຜ່ານລະບົບດິຈິຕອນເຊັ່ນ: ການບໍລິການ ບັດປະຈຳຕົວ, ສຳມະໂນຄົວ, ໜັງສືຜ່ານແດນ ແລະ ການຂໍວີຊ່າ, ປະກັນສັງຄົມ ແລະ ເງິນອຸດໜູນຕ່າງໆ, ຈ່າຍຄ່າທາງ, ພາສີທີ່ດິນ, ພາສີ, ອາກອນ ແລະ ຄ່າປັບໃໝຕ່າງໆ, ການຂຶ້ນທະບຽນ, ການຂໍອະນຸຍາດໃນການດຳເນີນທຸລະກິດ ແລະ ການບໍລິການອື່ນໆທີ່ຈຳເປັນ ພ້ອມການຊຳລະສະສາງທາງດິຈິຕອນ.

3. ສົ່ງເສີມ ແລະ ຂະຫຍາຍການນຳໃຊ້ ພລັດຟອມ ໃຫ້ກ້ວາງຂວາງ ຜ່ານຂະບວນການຕະຫຼາດ, ການໂຄສະນາປະຊາສຳພັນ, ການຊຸກຍູ້ ແລະ ເຊື່ອມໂຍງລະບົບເຂົ້າກັບບັນດາລະບົບຕ່າງໆ ທີ່ມີການນຳໃຊ້ ໃນ ສປປ ລາວ ຕາມການອະນຸຍາດ ແລະ ເຫັນດີຂອງທຸກຝ່າຍທີ່ກ່ຽວຂ້ອງ. 4. ຈັດຕັ້ງໜ່ວຍງານໃນການຄຸ້ມຄອງ, ບໍລິການ ແລະ ກວດກາຕິດຕາມ ການນຳໃຊ້ພລັດຟອມ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ລວມທັງ ການຝຶກອົບຮົມສຳມະນາ ແນະນຳກ່ຽວກັບການ ນຳໃຊ້ລະບົບ. 5. ສ້າງລາຍຮັບ ແລະ ຜົນປະໂຫຍດຈາກການບໍລິການ ແລະ ການນຳໃຊ້ພລັດຟອມຕາມລະກົດໝາຍຂອງ ສປປ ລາວ.

ທັງນີ້, ການພັດທະນາລະບົບດັ່ງກ່າວ ກຸ່ມບໍລິສັດໂຄລາວ ຈະເປັນຜູ້ຮັບຜິດຊອບໃນການລົງທຶນທັງໝົດ ຄາດຄະເນປະມານ 10 ລ້ານໂດລາສະຫະລັດ ຫຼື ອາດຈະສູງກ່ວານັ້ນ ຂຶ້ນກັບຈຳນວນ ແລະ ຄວາມພ້ອມຂອງແຕ່ລະລະບົບການບໍລິການທີ່ຈະມາເຊື່ອມໂຍງ. ນອກຈາກນີ້, ທາງບໍລິສັດຍັງຍິນດີແບ່ງປັນຜົນກຳໄລໃຫ້ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສູງເຖິງ 50% ຂອງຜົນກຳໄລ.