ເຊີນທ່ຽວງານມະຫາກໍາສີມືຫັດຖະກໍາລາວ​ ຄັ້ງທີ 21 ລະຫວ່າງ 15-23 ຕຸລາ ທີ່ສູນການຄ້າລາວ-ໄອເຕັກ

83

ພິທີເປີດງານມະຫາກໍາສີມືຫັດຖະກໍາລາວ​ ຄັ້ງທີ 21 ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ​ ໃນຕອນແລງ​ວັນທີ​ 17​ ຕຸລາ​ 2022​ ທີ່​ສູນການຄ້າ​ລາວ​-ໄອເຕັກ​ (ຫຼັງເກົ່າ)​ ນະຄອນ​ຫຼວງວຽງຈັນ​ ໂດຍການ​ເຂົ້າຮ່ວມ​ຂອງ​ ທ່ານ​ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ທ່ານ ນາງ ນາລີ ສີສຸລິດ​ ພັນລະຍາ ທ່ານປະທານປະເທດ,​ ປະທານຄະນະທີ່ປືກສາ ສະມາຄົມ ຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ,​ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ມີບັນດາທູດຕານຸທຸດ,​ ສະມາຊິກສະມາຄົມຫັດຖະກຳລາວ ແລະ​ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ນາງ ສຸວິຕາ​ ປະເສີດ​ ປະທານສະມາຄົມຫັດຖະກໍາລາວ​ ກ່າວວ່າ: ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21 ປະຈໍາປີ 2022 ແມ່ນຈັດຂຶ້ນພາຍໃຕ້ຄໍາຂວັນ​ ສືໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ​ ເຊິ່ງຈຸດປະສົງຫຼັກຂອງງານແມ່ນເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ແລະ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມຫັດຖະກໍາລາວ ຄົບຮອບ 25 ປີ.

ທ່ານ​ ພູທອງ ໄຊສະນິດ ຮອງປະທານ ສະມາຄົມ ຫັດຖະກຳລາວ, ຮອງປະທານຄະນະກະກຽມງານ​ ກ່າວວ່າ: ງານຄັ້ງນີ້ຈັດຂຶ້ນເປັນເວລາ 9​ ວັນ​ ລະຫວ່າງວັນທີ 15-23 ຕຸລາ 2022​ ເຊິ່ງຈະເປັນການສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມ, ທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫຼ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ,​ ເພື່ອເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ ຂອງທ້ອງຖິ່ນໃຫ້ນັບມື້ດີຂຶ້ນ,​ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ຫຼື ມີບ່ອນຂາຍ) ຜະລິດຕະພັນຫັດຖະກໍາຂອງຕົນ. ພ້ອມທັງ, ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ​ ແລະ ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນ ທີ່ວ່າ: “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”

ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງນີ້​ ມີການເຂົ້າຮ່ວມຂອງຫຼາຍພາກສ່ວນຫັດຖະກໍາທີ່ມາຈາກທຸກໆແຂວງໃນທົ່ວປະເທດ ເປັນຕົ້ນແມ່ນ: ພາກສ່ວນ ແຜ່ນແພ ຜ້າໄໝຜ້າຝ້າຍພື້ນເມືອງ,​ ເຄື່ອງປະດັບ,​ ເຄື່ອງຈັກສານ,​ ຜະລິດຕະພັນວັດທະນະທໍາ ເຄື່ອງປັ້ນດິນເຜົາ,​ ໄມ້ແກະສະຫຼັກ, ເຟີ້ນີເຈີ,​ ອາຫານສໍາເລັດຮູບພື້ນເມືອງ, ກາເຟ, ສະໝູນໄພ ແລະ ອື່ນໆ.​ ນອກຈາກນີ້,​ ຍັງມີພາກສ່ວນ ສາທິດ ຫຼື ສະແດງ ການຜະລິດຕົວຈິງ ເປັນຕົ້ນແມ່ນ: ສາທິດການແສ່ວຜ້າ, ແກະສະຫຼັກຫີນ, ເຂັນຝ້າຍ, ສາວໄໝ, ປັກດິ້ງ, ຈັກສານ ຈາກຊາວຊ່າງແຂວງຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ,ຊຽງຂວາງ, ແຂວງວຽງຈັນ, ຈໍາປາສັກ, ສາລະວັນ, ອັດຕະປື​ ເຊິ່ງລວມຈໍານວນຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍ​ ທັງໝົດ 230 ຮ້ານ.​

ພ້ອມກັນນັ້ນທ່ານທີ່ເຂົ້າມາທ່ຽວຊົມ-ທ່ຽວຊື້ ໃນງານມະຫາກໍາສີມືຫັດຖະກໍາລາວຄັ້ງນີ້ ນອກຈາກຈະໄດ້ຊົມການຈັດວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາຕ່າງໆຂອງຊາວຊ່າງຫັດຖະກຳລາວ ຕາມທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວ, ໃນງານບັນດາທ່ານຍັງສາມາດເຂົ້າຮ່ວມ ແລະ ຊົມກິດຈະກໍາຕ່າງໆ ໄດ້ຕື່ມອີກ ເປັນຕົ້ນແມ່ນ: ການເສວະນາ (Panel Discussion) ໃນຫຼາຍຫົວຂໍ້ ເປັນຕົ້ນສະເໜ່ຜ້າບ່ຽງລາວ,​ ການອອກແບບຜະລິດຕະພັນ, ຫຸ້ມຫໍ່ ແລະ ວິທີສົ່ງອອກສິນຄ້າຫັດຖະກຳສູ່ຕະຫຼາດສາກົນ,​ ນະວັດຕະກຳການຜະລິດທີ່ເປັນມິດກັບສິ່ງແວດລ້ອມ,​ ກິດຈະກໍາປະກວດ ການແຂ່ງຂັນຜະລິດຕະພັນດີເດັ່ນ: “ສະເໜ່ຜ້າບ່ຽງລາວ,​ ກິດຈະກໍາສາທິດ ຂັ້ນຕອນການຜະລິດຕົວຈິງ ບວກກັບການຝຶກອົບຮົມຍົກລະດັບສີມືຫັດຖະກຳ​ ພ້ອມທັງຊົມກິດຈະກຳປະຈຳວັນເຊັ່ນ: ການສະແດງສິລະປະ, ເດີນແບບ ແລະ ອື່ນໆ.​