ນັກຂ່າວ ໜຶ່ງດຽວ ໃນເວທີ ດິນ ສີສຸວົງ ໂພທິສານ MGL12 ວາງໄມແປັ້ບ ເດີນແບບກ່ອນ

201

ແນະນໍາ ໜຸ່ມສະຫວັນນະເຂດ ແດນໄດໂນເສົາ ດິນ ສີສຸວົງ ໂພທິສານ ໜຶ່ງໃນຜູ້ເຂົ້າປະກວດ MISTER GLOBAL LAOS 2022 ໝາຍເລກ 12 ຫຼື MGL12, ອາຍຸ 24 ປີ

.


ປັດຈຸບັນ ເປັນນັກຂ່າວ ຫຼື ນັກຂ່າວໜຶ່ງດຽວໃນເວທີປະກວດຊາຍຫຼໍ່ MISTER GLOBAL LAOS 2022 ນອກນັ້ນຍັງເປັນພິທີກອນທັງໃນ ແລະ ນອກສະຖານທີ່ ລວມໄປເຖິງເປັນຊ່າງພາບໃນບາງໂອກາດ

.


ແຖມ ມີຄວາມສາມາດໃນການຮ້ອງເພງ ແຕ່ງກາບກອນ ທີ່ເມື່ອໄດ້ລົມນໍາ ຫຼື ຮູ້ຈັກ ຕ້ອງລະວັງອາດຫຼົງຄາລົມໄດ້ 555 ຖືວ່າວາຈາດີ ທັກສະໄດ້ ຫຼໍ່ມີສະເໜ່ໜ້າຈັບຕາມອງໃນເວທີເລີຍສໍາລັບໜຸ່ມດິນ

.

.


ໜຸ່ມດິນບອກວ່າ ເວທີນີ້ເປັນເວທີທໍາອິດ, ນ້ອງມັກຮັກໃນວົງການບັນເທີງມາດົນແລ້ວ ແຕ່ກໍບໍ່ທັນມີໂອກາດ ການມາໃນເວທີນີ້ ແລະ ຕິດທ໋ອບ 12 ຖືວ່າດີໃຈ ໄດ້ເຮັດຕາມຄວາມຝັນ ຖືເປັນບາດກ້າວໃນການເຂົ້າສູ່ວົງການບັນເທີງທີ່ມີຄົນຮູ້ຈັກເພີ່ມຂຶ້ນ ເປັນກ້າວທີ່ສານຝັນ ແລະ ຢາກໄປໃຫ້ເຖິງຈຸດທີ່ຝັນໄວ້ອີກ ຄືການໄດ້ຢູ່ໃນວົງການ ເປັນນາຍແບບ, ດາລາ, ນັກສະແດງ ເປັນ ພີເຊັນເຕີຕ່າງໆຄືຄົນອື່ນໆ

.


ຖ້າມີໂອກາດ ໜຸ່ມດິນ ບອກວ່າ ຢາກມີໂອກາດ ເດີນແບບໃນງານຕ່າງໆທີ່ຈັດຂຶ້ນຢູ່ລາວ ແລະ ຕ່າງປະເທດ ໄວໆນີ້ກະແອບຫວັງ ຢາກເປັນໜຶ່ງໃນຜູ້ທີ່ໄດ້ເດີນໃນງານໃຫຍ່ເຊັ່ນ ງານ ວ້າວ ແຟຊັນວິກ 2022


ແນວໃດກໍຕາມຝາກເຊຍ ແລະ ຮ່ວມໂຫວດໃຫ້ ດິນ MGL12 ຫຼືເປີດວາບໄດ້ທີ່ເຟດບຸກ ທ້າວ ສີສຸວົງ ໂພທິສານ, ຫຼື ຕິກຕ໋ອກ @iidin, ແລະ ຕິດຕາມການເຄື່ອນໄຫວາທາງ MISTER GLOBAL LAOS ໄດ້ເລີຍ


ເຮົາມາລຸ້ນແລະເຊຍໄປນຳກັນເດີ້ !
FB: Sisouvong Phothisane