ໂລມາຄຳ! ນໍ້າດື່ມລາວທີ່ໄດ້ຮັບຢັ້ງຢືນມາດຕະຖານຄວາມປອດໄພດ້ານເຄື່ອງດື່ມຈາກສາກົນ

127

ນ້ຳດື່ມທີ່ຜະລິດ ແລະຈຳໜ່າຍ ທຸກວັນນີ້ຢູ່ປະເທດເຮົາມີຫຼາຍຍີ່ຫໍ້ ແຕ່ມື້ນີ້ຈະພາມາແນະນຳໃຫ້ຮູ້ຈັກ ນ້ຳດື່ມໂລມາຄຳ ເຊິ່ງເປັນນ້ຳດື່ມທີ່ໄດ້ຮັບການຢັ້ງຢືນມາດຕະຖານຄວາມປອດໄພດ້ານເຄື່ອງດື່ມຈາກສາກົນເປັນຢ່າງດີ ເປັນຜະລິດຕະພັນສິນຄ້າຂອງ ທ່ານ ເກຍ ອູ໊ ສິດທິເດດ ພໍ່ພະຜູ້ໃຈບຸນທີ່ໄດ້ຊ່ວຍຊຸກຊີວິດຜູ້ທຸກຍາກ ຫຼາຍຮ້ອຍຄົນລວມທັງຄົນຂໍທານໃນແຂວງສະຫວັນນະເຂດ ໃຫ້ມາມີຊີວິດປົກກະຕິບໍ່ເປັນພາລະສັງຄົມ ທັງໃຫ້ມີວິຊາອາຊີບຕິດຕົວ ເຊິ່ງຫຼາຍຄົນຄົງເຄີຍໄດ້ຍິນຊື່ສຽງຮຽງນາມເພິ່ນແລ້ວ.

ດັ່ງທີ່ວ່າກັນນ້ຳດື່ມແມ່ນມີຫຼາຍຍີ່ຫໍ້ ແຕ່ຜະລິດຕະພັນນໍ້າດື່ມບໍລິສຸດໃນ ສປປ ລາວ ມີໜ້ອຍທີ່ໄດ້ຮັບຢັ້ງຢືນມາດຕະຖານຄວາມປອດໄພດ້ານອາຫານ ແລະ ເຄື່ອງດື່ມຈາກສາກົນ (ISO,GMP…) ເຊິ່ງກ່ອນຈະໄດ້ແມ່ນຕ້ອງຜ່ານການກວດກາຫຼາຍຢ່າງ, ຫຼາຍຂັ້ນຕອນ ລວມທັງໂຄງສ້າງອາຄານໂຮງງານຕ້ອງໄດ້ມາດຕະຖານ ມີລະບົບຄວບຄຸມການຜະລິດ, ການກວດກາຄຸນນະພາບດ້ວຍເຄື່ອງຈັກທີ່ທັນສະໄໝ ມີຄວາມສະອາດ,ສະພາບແວດລ້ອມດີ, ຄ່າເຄມີຂອງນໍ້າຕ້ອງສະແດງອອກຢູ່ຂ້າງກວດຢ່າງຈະແຈ້ງຊັດເຈນ ຄົບຖ້ວນຕາມເງື່ອນໄຂອົງການສາກົນກຳນົດ.

ນ້ຳແມ່ນສິ່ງທີ່ສຳຄັນຂາດບໍ່ໄດ້ໃນຊີວິດປະຈຳວັນ ຍິ່ງຖ້າເຮົາດື່ມນ້ຳທີ່ມີຄວາມປອດໄພໄດ້ຮັບການຢັ້ງຢືນທີ່ຜ່ານການກວດສອບຢ່າງເປັນລະບົບແລ້ວຈະເປັນຍິ່ງເປັນຜົນດີຕໍ່ສຸຂະພາບຜູ້ດື່ມ ສະນັ້ນກ່ອນເຮົາຈະຊື້ນ້ຳມາດື່ມ ສິ່ງໜຶ່ງທີ່ຕ້ອງສັງເກດຄືຂໍ້ມູນຂ້າງຂວດບົ່ງບອກຫຍັງແດ່ ເພື່ອສຸຂະພາບ ແລະຄວາມປອດໄພທີ່ດີກວ່າ.


ເຊິ່ງນໍ້າດື່ມໜຶ່ງຜະລິດຕະພັນໃນລາວທີ່ໄດ້ມາດຕະຖານຄົບຖ້ວນທັງພາຍໃນ ແລະ ສາກົນ ແມ່ນນໍ້າດື່ມໂລມາຄໍາ ທີ່ຜະລິດໂດຍໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ຕັ້ງຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນນໍ້າດື່ມຂອງຄົນລາວ ທີ່ຄົນລາວເປັນເຈົ້າຂອງ100%.

ໂຮງງານທັນສະໄໝ, ສະພາບແວດລ້ອມດີ, ຂະບວນການຜະລິດທີ່ຄວບຄຸມດ້ວຍເຄື່ອງຈັກທັນສະໄໝ ຕາມລະບົບຄຸນນະພາບ ມາດຕະຖານຄວາມປອດໄພ ດ້ານອາຫານ ແລະ ເຄື່ອງດື່ມ ຈາກສາກົນ ຫຼື (ISO 22000) ແຕ່ປີ 2015, ສົມກັບຜູ້ບໍລິໂພກຈໍານວນຫຼາຍຫັນມາໃຫ້ຄວາມສົນໃຈ.

ປະຈຸບັນແມ່ນມີສາຂາຈໍາໜ່າຍຢູ່ຫຼາຍແຂວງ ແລະ ມີຕົວແທນຈໍາໜ່າຍຢູ່ເກືອບທົ່ວປະເທດລວມທັງນະຄອນຫຼວງວຽງຈັນແລ້ວ ຢ່າລືມທຸກຄົນອຸດໜູນສິນຄ້າດີມີຄຸນນະພາບ ເຈົ້າຂອງໃຈດີແບບໂລມາຄຳ!!!!

ສະພາບດ້ານໃນ ທ່ານເກຍນຳພາເບິ່ງໂຮງງານ