ຈັດງານສົ່ງເສີມພັດທະນາທຸລະກິດ ເພື່ອປະກອບສ່ວນແກ້ໄຂບັນຫາທາງສັງຄົມ

73

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ), ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JETRO) ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັນ ຈັດງານສົ່ງເສີມພັດທະນາທຸລະກິດ ເພື່ອປະກອບສ່ວນແກ້ໄຂບັນຫາທາງສັງຄົມ ພາຍໃຕ້ໂຄງການ LJI SUSU, ເຂົ້າຮ່ວມໂດຍ ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ທ່ານ ໂນລິຢູກິ ອີໂຕະ (Noriyuki ITO) ຮອງຫົວໜ້າຫ້ອງການໄຈກາປະຈໍາລາວ, ພ້ອມດ້ວຍຜູ້ຕ່າງໜ້າພາກທຸລະກິດຝ່າຍລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນໄລ.

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໄດ້ເປີດໂຄງການ LJI SUSU (Scale-Up) ພາຍໃຕ້ໂຄງການພັດທະນາທຸລະກິດໃນເດືອນຕຸລາ 2021 ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມລາວ, ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງທ່າແຮງໃນການແຂ່ງຂັນ ແລະ ການສ້າງເຄື່ອຂ່າຍທາງທຸລະກິດໃຫ້ບັນດາຫົວໜ່ວຍທຸລະກິດ ເຊິ່ງຕິດພັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນປະເທດຍີ່ປຸ່ນ.

ໃນໂອກາດກ່າວເປີດຂອງ ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດກ່າວວ່າ: ງານນີ້ແມ່ນມີຄວາມສໍາຄັນຫຼາຍສໍາລັບພວກເຮົາ ເຊິ່ງເປັນການແບ່ງປັນ ປັນຍາ, ຄວາມຮູ້, ທັກສະ, ແລະ ປະສົບການ ເພື່ອໃຫ້ສາມາດນໍາໄປຕໍ່ຍອດໄດ້; ດັ່ງນັ້ນ, ງານໃນຄັ້ງນີ້ ໄດ້ມີການນຳສະເໜີຫຼາຍຢ່າງຈາກຫຼາຍບໍລິສັດ ແລະ ທຸລະກິດໃນຫົວຂໍ້ທີ່ແຕກຕ່າງກັນ. ສະນັ້ນ, ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະຈັດຕັ້ງ ແລະ ໂຄງການສະຖາບັນ ລາວ-ຍີ່ປຸ່ນ (LJI SUSU) ທີ່ໄດ້ກະກຽມ ແລະ ຈັດງານ ຫຼື ການແຂ່ງຂັນ ທີ່ຈະຈັດຂຶ້ນໃນມື້ນີ້ ໃນນາມຂອງມະຫາວິທະຍາໄລແຫ່ງຊາດ ເຊື່ອໝັ້ນວ່າ ການມີສ່ວນຮ່ວມ ແລະ ການສະໜັບສະໜູນຂອງທ່ານຈະມີການສືບຕໍ່ ແລະ ເຕີບໃຫຍ່ກ້າວໄປໃນອານາຄົດ.

ໃນນີ້ທັງ 4 ບໍລິສັດທີ່ໄດ້ເຂົ້າຮ່ວມໃນການແຂ່ງຂັນແຜນທຸລະກິດ LJI SUSU ໃນເດືອນທັນວາ ປີ 2021 ທີ່ຜ່ານມານີ້ ແມ່ນໄດ້ຮັບຄຳແນະນຳຈາກ Mentor ຂອງ LJI SUSU ແລະ ສາມໃນສີ່ບໍລິສັດທີ່ກ່າວມານັ້ນ ແມ່ນໄດ້ຮັບການສະໜັບສະໜູນເງິນທຶນຈາກອົງການໄຈກາ ເພື່ອດຳເນີນການຈັດຕັ້ງປະຕິບັດແຜນທຸລະກິດໃຫ້ປະກົດຜົນເປັນຈິງ (Proof of Concept) ເປັນໄລຍະເວລາ 6 ເດືອນ. ນອກຈາກທັງ 4 ບໍລິສັດທີ່ໄດ້ມານຳສະເໜີທຸລະກິດຂອງຕົນແລ້ວ, ພວກເຂົາຍັງຊອກຫາຄູ່ຮ່ວມທຸລະກິດສາມາດເຮັດວຽກຮ່ວມກັນໃນດ້ານຕ່າງໆ. 4 ບໍລິສັດມີແຜນທຸລະກິດທີ່ມານໍາສະເໜີດັ່ງລຸ່ມນີ້: 1. ແອັບຈອງປີ້ໂດຍສານເວຫາ: ເປັນແອັບພິຣເຄຊັນທຳອິດຂອງປະເທດລາວທີ່ສາມາດຈອງປີ້ໂດຍສານຄົບຈົບໃນແອັບດຽວ; 2. ແອັບແຊບ: ລະບົບການບໍລິຫານຈັດການຮ້ານອາຫານທີ່ທັນສະໄໝ ເພື່ອກາຍມາເປັນສຸດຍອດແອັບພິເຄຊັນຂອງປະເທດລາວ; 3. ຄັອບແຊຣ: ຊຸກຍູ້ສົ່ງເສີມຊາວກະສິກອນລາວ ເພື່ອໃຫ້ຂະແໜງກະສິກຳລາວມີການຈະເລີນເຕີບໂຕໄປຄຽງຄູກັນ; 4. ບັນຊີ.laLITE: ລະບົບການບໍລິຫານ-ການບັນຊີອອນໄລທີ່ສ້າງມາໃຫ້ແທດເໝາະສຳລັບຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຢູ່ໃນລາວ.

ພ້ອມນີ້, ພາຍໃນງານໄດ້ມີການບັນຍາຍໂດຍ ບໍລິສັດຍີ່ປຸ່ນໃນຫົວຂໍ້ “ປັດໄຈສໍາຄັນທີ່ມີຜົນຕໍ່ກັບ ນັກລົງທຶນ” ແລະ ບໍລິສັດ ໂລກາ ຈໍາກັດ ເຊິ່ງເປັນບໍລິສັດຂອງຄົນລາວທີ່ປະສົບຜົນສໍາເລັດ ໄດ້ຮ່ວມແບ່ງປັນປະສົບການ ໃນຫົວຂໍ້ “ຍຸດທະສາດການຂະຫຍາຍຕົວ ແລະ ການຂະຫຍາຍເຄື່ອຂ່າຍທາງທຸລະກິດ” ແລະ ໃນຕອນທ້າຍຂອງານ ໄດ້ມີພິທີມອບລາງວັນພິເສດໃຫ້ກັບບໍລິສັດທີ່ມີຄວາມພະຍາຍາມໃນການສ້າງຄຸນຄ່າໃຫ້ກັບສັງຄົມລາວ ເຊິ່ງປະກອບມີ: ລາງວັນຜົນປະກອບການດີເດັ່ນ: ແອັບຈອງປີ້ໂດຍສານເວຫາ; ລາງວັນຮູບແບບທຸລະກິດທີ່ສ້າງຄຸນຄ່າແກ່ສັງຄົມດີເດັ່ນ: ຄັອບແຊຣ.