ພ້ອມເສີບຄວາມສຸກ ສຽງຫົວເຮຮາ ຊີຣີ “ ຍາແມ່ໄກ່ ” ວັນທີ 24 ກັນຍານີ້

4

ວ້າວ! ກຽມພົບກັບ ຊີຣີ ແລະ MV ປະກອບຊີຣີ “ ຍ່າແມ່ໄກ່ ”ເດິ ຄອມມິດີ້ ຊີຣີ ເຊິ່ງຈະໄດ້ມີການປ່ອຍໃຫ້ໄດ້ຮັບຊົມໃນໄວໆນີ້ ແນ່ນອນວ່າ ນາງພະຍາຄົນນີ້ເຮັດຜົນງານຫຍັງອອກມາກໍບໍ່ທໍາມະດາຢ່າງແນ່ນອນ ຈະຕ້ອງມີຄວາມອະລັງການ ທັງພາບ, ສຽງ ແລະ ນັກສະແດງປະກອບຕ່າງໆຢ່າງຍິ່ງໃຫຍ່ ແລະ ມີທັບນັກສະແດງຢ່າງຫຼົ້ນຫຼາມເຂົ້າຮ່ວມ ໜ້າຕິດຕາມທີ່ສຸດ.

ຊີຣີເລື່ອງນີ້ກໍແມ່ນຜົນງານຂອງນາງພະຍາແຫ່ງວົງການ ນັ້ນກໍຄື ໄກ່ ໂອເວີແດນ ຫຼື ແມ່ໄກ່ນາງພະຍານັ້ນເອງ ບອກໄດ້ເລີຍວ່າຊີຣີເລື່ອງນີ້ຈະມາເສີບຄວາມມ່ວນຊື່ນເຮຮາ ແລະ ຫຼາກຫຼາຍລົດຊາດໃຫ້ໄດ້ຮັບຊົມຮັບຟັງກັນຢ່າງແນ່ນອນ ເຊິ່ງກໍຝາກແຟນເພງຂອງແມ່ໄກ່ ແລະ ຜູ້ທີ່ມັກຮັກໃນຜົນງານແມ່ຍິງຄົນນີ້ ຊ່ວຍຕິດຕາມ ແລະ ເປັນກຳລັງໃຈດ້ວຍການກົດມັກ ກົດແບ່ງປັນດ້ວຍ ເພື່ອຈະໄດ້ສ້າງສັນຜົນງານອອກມາຢ່າງບໍ່ຢຸດຢັ້ງປະດັບວົງການບັນເທີງບ້ານເຮົານັ້ນເອງ.

ຊີຣີ “ ຍາແມ່ໄກ່ “ ເດິ ຊີຣີ ຄອມມິດີ້ ແມ່ນພ້ອມເສີບ ຄວາມສຸກ ສຽງຫົວເຮຮາ ພາມ່ວນໃຫ້ທຸກຄົນແລ້ວເດີ ເຊິ່ງຄອຍຖ້າຕິດຕາມຊົມ EP1 ໄດ້ໃນວັນທີ 24 ກັນຍາ 2022 ໄດ້ທີ່ເພສ KaiOver dance Fanpage ໂດຍເລີ່ມແຕ່ເວລາຕອນ 12:00 ໂມງເປັນຕົ້ນໄປ.

ສໍາລັບຜູ້ສ້າງຊີຣີ ຂຽນບົດ ແລະ ກຳກັບການສະແດງທັງໝົດ ໂດຍໃນເລື່ອງກໍແມ່ນ ແມ່ໄກ່ Kai Nangpaya ແລະ ຖ່າຍທຳ ແລະ ຕັດຕໍ່ຊີຣີ ໂດຍ ພໍ່ບີ້ Bee Lovan Beloved Gallery Team ນັ້ນເອງ. ສະນັ້ນຕ້ອງຖ້າຕິດຕາມກັນວ່າຜົນງານອອກມາຈະສ້າງສຽງຫົວ ແລະ ຮອຍຍິ້ມໃຫ້ແຟນໆໄດ້ຂະໜາດໃດຕ້ອງມາລຸ້ນນໍາກັນ.

ພິເສດເລີຍໃນຊີຣີເລື່ອງນີ້ ແມ່ນໄດ້ຮວບຮວມເອົາກອງທັບນັກສະແດງໃນຊີຣີ “ ຍາແມ່ໄກ່ ” ຫຼາຍກວ່າ 50 ຊີວິດ ທີ່ມີຄວາມສາມາດ ແລະ ມີປະສົບການທີ່ຈະມາສ້າງສີສັນ ພ້ອມເສີບຄວາມສຸກ ສຽງຫົວເຮຮາ ພາມ່ວນໃຫ້ທຸກຄົນ ເປັນອີກຊີຣີເລື່ອງໜຶ່ງທີ່ໜ້າຕິດຕາມເລີຍກໍວ່າໄດ້.

ໃນມື້ນີ້ທີມຂ່າວບັນເທີງກໍໄດ້ນໍາເອົາພາບແຫ່ງຄວາມສຸກ ຄວາມປະທັບໃຈທີ່ສຸດ ໃນງານຖະແຫຼງຂ່າວດັ່ງກ່າວມາໃຫ້ໄດ້ຊົມດ້ວຍ ແລະ ກໍຂໍຝາກແຟນຂ່າວບັນເທີງທຸກທ່ານ ຕິດຕາມຜົນງານອັນຕັ້ງໃຈ ຂອງນາງພະຍາແຫ່ງວົງການ ທີ່ຈະອອກເຜີຍແຜ່ໃຫ້ໄດ້ຊົມກັນໃນໄວໆນີ້ ແຕ່ວ່າພຽງເຫັນທັບນັກສະແດງ ກໍເຮັດໃຫ້ລຸ້ນ ແລະ ໜ້າຕິດຕາມເປັນທີ່ສຸດ. ສະນັ້ນ ສາມາດໄປຕິດຕາມຊົມຜົນງານກັນໄດ້ເລີຍທີ່ ເພຈ KaiOverdance Fanpage ນັ້ນເອງ.