ສປຊ ຊີ້ ໄພພິບັດສ້າງຄວາມເສຍຫາຍທົ່ວໂລກ 200 ລ້ານໂດລາຕໍ່ວັນ

44

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການສະຫະປະຊາຊາດ ( ສປຊ ) ໄດ້ອອກບົດລາຍງານລະບຸວ່າ: ໂລກກຳລັງກ້າວເດີນໄປໃນທາງທີ່ຜິດພາດ, ປັດຈຸບັນໄພພິບັດທີ່ເກີດຂຶ້ນຈາກການປ່ຽນແປງສະພາບດິນຟ້າອາກາດ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊາວໂລກ ຄິດເປັນມູນຄ່າ 200 ລ້ານໂດລາສະຫະລັດຕໍ່ວັນ. ຂະນະທີ່ໄພພິບັດດ້ານສະພາບອາກາດບໍ່ອາດຢ້ອນກັບມາໄດ້ ກຳລັງຄືບຄານໃກ້ເຂົ້າມາ.

ອົງການອຸຕຸນິຍົມວິທະຍາໂລກ ໄດ້ອອກແຈ້ງເຕືອນຫຼ້າສຸດກ່ຽວກັບບັນຫາໂລກຮ້ອນວ່າ: ໄພພິບັດທີ່ເກີດຂຶ້ນຍ້ອນການປ່ຽນແປງສະພາບດິນຟ້າອາກາດໂລກໄດ້ເພີ່ມຂຶ້ນ 5 ເທົ່າໃນໄລຍະ 50 ປີຜ່ານມາ ແລະ ເຮັດໃຫ້ມີຜູ້ເສຍຊີວິດສະເລ່ຍ 115 ຄົນຕໍ່ວັນ ອີກທັງຍັງມີທ່າອ່ຽງວ່າຈະຮຸນແຮງຂຶ້ນນັບມື້.

May be an image of outdoors

ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ກ່າວວ່າ: ໄພພິບັດທີ່ເກີດຂຶ້ນໃນປາກິດສະຖານ, ຄື້ນຄວາມຮ້ອນໃນເອີຣົບ ແລະ ໄພແຫ້ງແລ້ງໃນຫຼາຍພື້ນທີ່ ໂດຍສະເພາະຢູ່ ຈີນ, ອາຟຣິກກາ ແລະ ສະຫະລັດອາເມຣິກາ ໄດ້ສະທ້ອນໃຫ້ເຫັນເຖິງບັນຫາທີ່ເກີດຂຶ້ນຈາກການປ່ຽນແປງສະພາບດິນຟ້າອາກາດ.

ເລຂາທິການໃຫຍ່ ສປຊ ກ່າວອີກວ່າ: ລະດັບຄວາມຮຸນແຮງໃໝ່ຂອງໄພພິບັດທີ່ເກີດຂຶ້ນ ບໍ່ໄດ້ເປັນໄປຕາມທຳມະຊາດ ແຕ່ເປັນຜົນມາຈາກການນຳໃຊ້ເຊື້ອເພີງຟອດຊີລຂອງມະນຸດ ເຊິ່ງລາຍງານປະຈຳປີນີ້ ຊີ້ໃຫ້ເຫັນເຖິງຜົນກະທົບສະພາບອາກາດທີ່ພວກເຮົາບໍ່ຄຸ້ນເຄີຍ ເຖິງແມ່ນວ່າການໃຊ້ເຊື້ອເພີງຟອດຊີລ ຈະຫຼຸດລົງເຖິງ 2 ເທົ່າໃນແຕ່ລະປີ ແຕ່ສະຖານະການກໍຍັງຮ້າຍແຮງຂຶ້ນຕໍ່ເນື່ອງ.

May be an image of tree and outdoors

ບົດລາຍງານຂອງ ສປຊ ຍັງລະບຸວ່າ: ມີໂອກາດ 48% ທີ່ອຸນຫະພູມໂລກຈະເພີ່ມຂຶ້ນ 1,5 ອົງສາ ເມື່ອທຽບກັບຍຸກກ່ອນອຸດສາຫະກຳໃນອີກ 5 ປີຂ້າງໜ້າ ແລະ ມີໂອກາດເຖິງ 93% ທີ່ໂລກຈະປະເຊີນກັບອຸນຫະພູມຮ້ອນເປັນປະຫວັດການໃນອີກ 5 ປີຂ້າງໜ້າເຊັ່ນດຽວກັນ.